Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 3:16 - ພຣະຄຳພີສັກສິ

16 ຕໍ່ໄປ ເມື່ອ​ພວກເຈົ້າ​ມີ​ຈຳນວນ​ຫລາຍ ແລະ​ຈຳນວນ​ກໍເພີ່ມ​ຂຶ້ນ​ໃນ​ດິນແດນ​ແລ້ວ, ໃນວັນນັ້ນ, ພຣະເຈົ້າຢາເວ​ກ່າວວ່າ ພວກເຂົາ​ຈະ​ບໍ່​ເວົ້າເຖິງ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ອີກ​ຕໍ່ໄປ. ພວກເຂົາ​ຈະ​ບໍ່​ຄິດຮອດ ແລະ​ຈະ​ບໍ່​ເວົ້າເຖິງ​ຫີບ​ນັ້ນ​ອີກ; ພວກເຂົາ​ບໍ່​ຕ້ອງການ​ຫີບ​ນັ້ນ​ອີກ ແລະ​ຈະ​ບໍ່​ເຮັດ​ມັນ​ຂຶ້ນ​ມາ​ອີກ​ດ້ວຍ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 3:16
24 Jak'a apnaqawi uñst'ayäwi  

ເຖິງ​ວ່າ​ຄອບຄົວ​ເຈົ້າ​ໜ້ອຍ ແລະ​ຕໍ່າຕ້ອຍ​ທີ່ສຸດ ກໍ​ຈະ​ກາຍເປັນ​ໃຫຍ່ໂຕ​ດັ່ງ​ຊົນຊາດ​ມີ​ອຳນາດ. ເຮົາ​ຈະ​ເຮັດ​ໃຫ້​ເລື່ອງນີ້​ເກີດຂຶ້ນ​ໂດຍ​ໄວ ເຮົາ​ແມ່ນ​ພຣະເຈົ້າຢາເວ.”


ພວກເຂົາ​ຈະ​ກໍ່ສ້າງ​ເມືອງ​ທັງຫລາຍ​ຂຶ້ນ​ໃໝ່ ຄື​ເມືອງ​ທີ່​ຮົກຮ້າງ​ເພພັງ​ແຕ່​ດົນນານ​ນັ້ນ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ກຳລັງ​ສ້າງ​ຟ້າ​ສະຫວັນ​ໃໝ່​ແລະ​ແຜ່ນດິນ​ໂລກ​ໃໝ່. ເຫດການ​ຕ່າງໆ​ໃນ​ອະດີດ​ຈະ​ຖືກ​ລືມໄລ​ໄປ​ຢ່າງ​ໝົດສິ້ນ.


ເມື່ອ​ເວລາ​ນັ້ນ​ມາ​ເຖິງ ຄົນ​ຈະ​ເອີ້ນ​ນະຄອນ​ເຢຣູຊາເລັມ​ວ່າ, ‘ບັນລັງ​ຂອງ​ພຣະເຈົ້າຢາເວ’ ແລະ​ທຸກ​ຊົນຊາດ​ຈະ​ມາ​ໂຮມກັນ​ທີ່​ນັ້ນ​ເພື່ອ​ນະມັດສະການ​ຖວາຍກຽດ​ໃນ​ນາມຊື່​ຂອງ​ພຣະເຈົ້າຢາເວ. ພວກເຂົາ​ຈະ​ບໍ່​ເຮັດ​ຕາມ​ຈິດໃຈ​ດື້ດ້ານ​ແລະ​ຊົ່ວຊ້າ​ຂອງ​ພວກເຂົາ​ອີກ​ຕໍ່ໄປ.


ປະຊາຊົນ​ໃນ​ທີ່ນັ້ນ​ຈະ​ຮ້ອງເພງ​ສັນລະເສີນ ຕ່າງ​ກໍ​ຈະ​ຊົມຊື່ນ​ຍິນດີ​ໂດຍ​ພາກັນ​ໂຮຮ້ອງ. ເຮົາ​ຈະ​ອວຍພອນ​ພວກເຂົາ​ໃຫ້​ມີ​ຄົນ​ເພີ່ມຂຶ້ນ​ຫລາຍ ພອນ​ຂອງເຮົາ​ຈະ​ນຳ​ກຽດສັກສີ​ມາ​ສູ່​ພວກ​ເຂົາເຈົ້າ.


ພຣະເຈົ້າຢາເວ​ກ່າວ​ວ່າ ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຮົາ​ຈະ​ເຮັດ​ໃຫ້​ດິນແດນ​ອິດສະຣາເອນ​ແລະ​ຢູດາຍ ເຕັມ​ໄປ​ດ້ວຍ​ຜູ້ຄົນ​ແລະ​ຝູງສັດ.


ເຮົາ​ຈະ​ນຳ​ເອົາ​ພວກເຂົາ​ມາ​ຈາກ​ທິດເໜືອ ເຕົ້າໂຮມ​ເອົາ​ພວກເຂົາ​ມາ​ຈາກ​ທີ່ສຸດ​ແຜ່ນດິນ​ໂລກ ຄົນ​ຕາບອດ​ແລະ​ເສຍຂາ​ກໍ​ຈະ​ຄືນ​ມາ​ກັບ​ພວກເຂົາ ທັງ​ຜູ້ຍິງ​ຖືພາ​ແລະ​ຜູ້​ທີ່​ຫາ​ກໍ​ອອກລູກ​ດ້ວຍ. ພວກເຂົາ​ຈະ​ກັບຄືນ​ມາ ດັ່ງ​ຝູງຊົນ​ອັນ​ໃຫຍ່ຫລວງ ພວກເຂົາ​ຈະ​ກາຍເປັນ​ຊົນຊາດ​ທີ່​ຍິ່ງໃຫຍ່.


ຢ່າ​ເຊື່ອ​ຄຳຫລອກລວງ​ທີ່​ວ່າ, ‘ພວກເຮົາ​ປອດໄພ ທີ່​ນີ້​ແມ່ນ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ ທີ່​ນີ້​ແມ່ນ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ ທີ່​ນີ້​ແມ່ນ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ.’


ມັນ​ໃຊ້​ປະໂຫຍດ​ຫຍັງ​ບໍ່ໄດ້​ແມ່ນແຕ່​ກ່ອນ​ໄຟ​ໄໝ້. ບັດນີ້​ໄຟ​ໄດ້​ໄໝ້​ມັນ​ເປັນ​ຖ່ານ​ສາ​ແລ້ວ ມັນ​ຍິ່ງ​ໃຊ້​ການ​ຫຍັງ​ບໍ່ໄດ້.”


ເຮົາ​ຈະ​ຕັ້ງ​ພັນທະສັນຍາ​ຢ່າງ​ໜຶ່ງ​ກັບ​ພວກເຂົາ ທີ່​ຮັບ​ຮອງ​ຄວາມ​ປອດໄພ​ຕະຫລອດໄປ. ເຮົາ​ຈະ​ໃຫ້​ພວກເຂົາ​ຕັ້ງ​ຫຼັກແຫຼ່ງ​ຢູ່​ໃນ​ທີ່ນັ້ນ ແລະ​ເຮົາ​ຈະ​ໃຫ້​ປະຊາຊົນ​ຂອງ​ພວກເຂົາ​ເພີ່ມ​ຂຶ້ນ; ເຮົາ​ຈະ​ຕັ້ງ​ພຣະວິຫານ​ຂອງເຮົາ​ຢູ່​ທ່າມກາງ​ພວກເຂົາ​ຕະຫລອດໄປ.


ເຮົາ​ຈະ​ອອກ​ຄຳສັ່ງ ແລະ​ຈະ​ຝັດຮ່ອນ​ພວກ​ອິດສະຣາເອນ ດັ່ງ​ຝັດຮ່ອນ​ເຂົ້າ​ຢູ່​ໃນ​ກະດົ້ງ. ເຮົາ​ຈະ​ຝັດຮ່ອນ​ພວກເຂົາ​ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ ເພື່ອ​ເອົາ​ຜູ້​ທີ່​ບໍ່ມີ​ຄຸນຄ່າ​ທຸກຄົນ​ອອກ​ໄປ.


ໃນ​ວັນ​ນັ້ນ ພວກເຈົ້າ​ທີ່​ເປັນ​ປະຊາຊົນ​ຂອງເຮົາ ຈະ​ບໍ່ໄດ້​ອັບອາຍ​ຂາຍໜ້າ​ອີກ​ຕໍ່ໄປ ຍ້ອນ​ໄດ້​ກະບົດ​ຕໍ່ສູ້​ເຮົາ. ເຮົາ​ຈະ​ກຳຈັດ​ທຸກຄົນ ທີ່​ອວດດີ​ແລະ​ຈອງຫອງ​ໃຫ້​ໝົດສິ້ນ​ໄປ ແລະ​ພວກເຈົ້າ​ຈະ​ບໍ່​ກະບົດ​ຕໍ່ສູ້​ເຮົາ​ອີກ​ຕໍ່ໄປ ທີ່​ເທິງ​ເນີນພູ​ສັກສິດ​ຂອງເຮົາ.


ແລະ ຢ່າ​ຄິດ​ໃນ​ໃຈ​ວ່າ ພວກເຮົາ​ມີ​ອັບຣາຮາມ​ເປັນ​ພໍ່​ເຄົ້າ​ຂອງ​ພວກເຮົາ. ຂ້າພະເຈົ້າ​ບອກ​ພວກເຈົ້າ​ວ່າ, ພຣະເຈົ້າ​ຊົງ​ຣິດ​ສາມາດ​ບັນດານ​ໃຫ້​ກ້ອນຫີນ​ເຫຼົ່ານີ້​ເປັນ​ລູກຫລານ​ຂອງ​ອັບຣາຮາມ​ກໍໄດ້


Jiwasaru arktasipxañani:

Anuncios ukanaka


Anuncios ukanaka