ເຢເຣມີຢາ 3:13 - ພຣະຄຳພີສັກສິ13 ຂໍພຽງແຕ່ເຈົ້າຍອມຮັບຮູ້ວ່າເຈົ້າໄດ້ກະທຳຜິດ ແລະໄດ້ກະບົດຕໍ່ສູ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າເທົ່ານັ້ນ. ຈົ່ງສາລະພາບວ່າ ຢູ່ກ້ອງຕົ້ນໄມ້ໃບຂຽວທຸກຕົ້ນເຈົ້າໄດ້ມອບຄວາມຮັກໃຫ້ແກ່ບັນດາພະຕ່າງຊາດ ແລະເຈົ້າບໍ່ໄດ້ເຊື່ອຟັງຄຳສັ່ງຕ່າງໆຂອງເຮົາ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ. Uka jalj uñjjattʼäta |
ພວກຂ້ານ້ອຍຄວນນອນລົງດ້ວຍຄວາມລະອາຍໃຈ ແລະໃຫ້ພວກຂ້ານ້ອຍຮັບເອົາຄວາມອັບອາຍຂາຍໜ້ານີ້ສາ. ພວກຂ້ານ້ອຍພ້ອມທັງບັນພະບຸລຸດຂອງພວກຂ້ານ້ອຍ ຕ່າງກໍໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍເລື້ອຍມາ. ພວກຂ້ານ້ອຍບໍ່ເຄີຍເຊື່ອຟັງຂໍ້ຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ.”