Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 3:11 - ພຣະຄຳພີສັກສິ

11 ແລ້ວ​ພຣະເຈົ້າຢາເວ​ກໍ​ໄດ້ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຖິງ​ແມ່ນ​ວ່າ​ອິດສະຣາເອນ​ໄດ້​ຫັນໜີ​ໄປ​ຈາກ​ເຮົາ​ກໍດີ ນາງ​ຍັງ​ໄດ້​ພິສູດ​ໃຫ້​ເຫັນ​ວ່າ​ຕົນ​ຍັງ​ດີກວ່າ​ຢູດາ​ທີ່​ບໍ່​ສັດຊື່.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 3:11
9 Jak'a apnaqawi uñst'ayäwi  

ພວກເຂົາ​ໄດ້​ກັບຄືນ​ໄປ​ເຮັດ​ບາບ​ທີ່​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ເຮັດ​ນັ້ນ ຄື​ພວກເຂົາ​ບໍ່​ຍອມ​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ໄດ້​ບອກ, ແຕ່​ພວກເຂົາ​ໄດ້​ຂາບໄຫວ້​ບັນດາ​ພະອື່ນ. ທັງສອງ​ຄື​ອິດສະຣາເອນ​ແລະ​ຢູດາ ຕ່າງ​ກໍ​ລະເມີດ​ພັນທະສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ.


ພວກ​ປະຊາຊົນ​ທີ່​ບໍ່​ສັດຊື່​ເອີຍ ຈົ່ງ​ກັບຄືນ​ມາ ເຮົາ​ຈະ​ປິ່ນປົວ​ພວກເຈົ້າ​ໃຫ້​ດີ​ຈາກ​ການ​ບໍ່​ສັດຊື່. ພວກເຈົ້າ​ກ່າວ​ວ່າ, “ແມ່ນແລ້ວ ພວກ​ຂ້ານ້ອຍ​ກຳລັງ​ມາ​ຫາ​ພຣະອົງ ເພາະ​ພຣະອົງ​ເປັນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ.


ເຮົາ​ຄິດວ່າ​ຫລັງຈາກ​ທີ່​ນາງ​ໄດ້​ເຮັດ​ສິ່ງ​ທັງໝົດ​ນັ້ນ​ແລ້ວ ນາງ​ກໍ​ຈະ​ກັບຄືນ​ມາ​ຫາ​ເຮົາ​ຢ່າງ​ແນ່ນອນ. ແຕ່​ນາງ​ພັດ​ບໍ່ໄດ້​ກັບຄືນ​ມາ; ແລະ​ຢູດາ ນ້ອງສາວ​ຜູ້​ທີ່​ບໍ່​ສັດຊື່​ຂອງ​ນາງ​ກໍໄດ້​ຮູ້ເຫັນ​ສິ່ງ​ທັງໝົດ​ນີ້​ດ້ວຍ.


ຢູດາ​ໄດ້​ເຫັນ​ເຊັ່ນກັນ​ວ່າ ເຮົາ​ໄດ້​ປະຮ້າງ​ອິດສະຣາເອນ ແລະ ສົ່ງ​ນາງ​ໜີໄປ​ເພາະ​ນາງ​ໄດ້​ຫັນໜີ​ຈາກ​ເຮົາ​ໄປ​ເປັນ​ຍິງ​ແມ່ຈ້າງ. ແຕ່​ຢູດາ ນ້ອງສາວ​ຜູ້​ທີ່​ບໍ່​ສັດຊື່​ຂອງ​ອິດສະຣາເອນ​ບໍ່ໄດ້​ຢ້ານກົວ​ເລີຍ. ນາງ​ເປັນ​ຍິງ​ແມ່ຈ້າງ​ເຊັ່ນດຽວ​ກັນ


ເຈົ້າ​ພໍໃຈ​ເຮັດ​ຕາມ​ບາດຍ່າງ​ຂອງ​ພວກເຂົາ ແລະ​ລອກແບບ​ອັນ​ໜ້າກຽດຊັງ​ທີ່​ພວກເຂົາ​ໄດ້​ເຮັດ ອີກ​ບໍ່​ເທົ່າໃດ​ເຈົ້າ​ກໍ​ເຮັດ​ຊົ່ວ ລື່ນກວ່າ​ຄວາມຊົ່ວ​ທຸກຢ່າງ​ທີ່​ພວກເຂົາ​ໄດ້​ເຮັດ​ຊໍ້າ.


ເຖິງ​ແມ່ນ​ວ່າ ໂອໂຮລີບາ ຜູ້​ເປັນ​ນ້ອງສາວ​ໄດ້​ເຫັນ​ເຫດການ​ນີ້​ແລ້ວ ນາງ​ກໍ​ຍິ່ງ​ຊົ່ວຊ້າ​ແລະ​ຫຼິ້ນຊູ້​ຫລາຍກວ່າ​ເອື້ອຍ​ຂອງນາງ​ອີກ.


ພວກເຂົາ​ຂືນ​ໜີໄປ​ຈາກ​ເຮົາ. ພວກເຂົາ​ຈະ​ຮ້ອງໄຫ້​ຍ້ອນ​ແບກ​ແອກ ແລະ​ຈະ​ບໍ່ມີ​ຜູ້ໃດ​ປົດ​ແອກ​ອອກ​ໃຫ້​ພວກເຂົາ​ໄດ້.


ປະຊາຊົນ​ອິດສະຣາເອນ​ນັ້ນ​ດື້ດຶງ​ດັ່ງ​ລໍ. ພຣະເຈົ້າຢາເວ​ຈະ​ລ້ຽງ​ພວກເຂົາ​ດັ່ງ​ແກະ​ທີ່​ຢູ່​ໃນ​ທົ່ງຫຍ້າ​ໄດ້​ຢ່າງໃດ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka