Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 29:8 - ພຣະຄຳພີສັກສິ

8 ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ເຕືອນ​ພວກເຈົ້າ​ວ່າ, ‘ຢ່າ​ຍອມ​ໃຫ້​ພວກ​ຜູ້ທຳນວາຍ​ທີ່​ຢູ່​ທ່າມກາງ​ພວກເຈົ້າ ຫລື​ພວກ​ອື່ນໆ​ທີ່​ອ້າງ​ຕົນ​ວ່າ​ເປັນ​ຜູ້ທຳນວາຍ​ອະນາຄົດ​ລໍ້ລວງ​ພວກເຈົ້າ. ຢ່າ​ໄດ້​ສົນໃຈ​ນຳ​ຄວາມຝັນ​ໃດໆ​ຂອງ​ພວກເຂົາ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 29:8
36 Jak'a apnaqawi uñst'ayäwi  

ແຕ່​ພຣະເຈົ້າຢາເວ​ໄດ້​ຕອບ​ຄືນ​ວ່າ, “ພວກ​ຜູ້ທຳນວາຍ​ກຳລັງ​ໃຊ້​ນາມ​ຂອງເຮົາ​ກ່າວ​ຖ້ອຍຄຳ​ບໍ່ຈິງ ເຮົາ​ບໍ່ໄດ້​ໃຊ້​ພວກເຂົາ​ໄປ ແລະ​ບໍ່ໄດ້​ສັ່ງ ຫລື​ເວົ້າ​ແມ່ນແຕ່​ຄຳດຽວ​ກັບ​ພວກເຂົາ. ນິມິດ​ທັງຫລາຍ​ທີ່​ພວກເຂົາ​ເວົ້າເຖິງ​ນັ້ນ​ບໍ່ໄດ້​ມາ​ຈາກ​ເຮົາ ການ​ທຳນວາຍ​ຂອງ​ພວກເຂົາ​ບໍ່ມີ​ປະໂຫຍດ ແລະ​ເປັນ​ສິ່ງ​ທີ່​ພວກເຂົາ​ຄິດຝັນ​ເອົາເອງ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ກ່າວ​ແກ່​ຊາວ​ນະຄອນ​ເຢຣູຊາເລັມ​ວ່າ, “ຢ່າ​ສູ່ຟັງ​ສິ່ງ​ທີ່​ພວກ​ຜູ້ທຳນວາຍ​ເວົ້າ; ພວກເຂົາ​ໃຫ້​ພວກເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມຫວັງ​ທີ່​ຈອມປອມ. ພວກເຂົາ​ບອກ​ພວກເຈົ້າ​ໃນ​ສິ່ງ​ທີ່​ພວກເຂົາ​ໄດ້​ປັ້ນແຕ່ງ​ຂຶ້ນມາເອງ ແຕ່​ບໍ່ແມ່ນ​ຈາກ​ປາກ​ຂອງ​ພຣະເຈົ້າຢາເວ.


“ເຮົາ​ບໍ່ໄດ້​ໃຊ້​ຜູ້ທຳນວາຍ​ເຫຼົ່ານີ້​ໄປ ແຕ່​ພວກເຂົາ​ໄປ​ເອງ. ເຮົາ​ບໍ່ໄດ້​ໃຫ້​ຖ້ອຍຄຳ​ຫຍັງ​ແກ່​ພວກເຂົາ​ເລີຍ; ແຕ່​ພວກເຂົາ​ກໍ​ກ່າວ​ໃນ​ນາມ​ຂອງເຮົາ.


“ເຮົາ​ຮູ້​ສິ່ງ​ທີ່​ຜູ້ທຳນວາຍ​ເຫຼົ່ານັ້ນ​ໄດ້​ເວົ້າ​ຕົວະ​ໃນ​ນາມ​ຂອງເຮົາ; ແລະ​ອ້າງ​ວ່າ​ເຮົາ​ໄດ້​ມອບ​ຖ້ອຍຄຳ​ຂອງເຮົາ​ໃຫ້​ພວກເຂົາ​ທາງ​ຄວາມຝັນ.


ພວກເຂົາ​ຄິດວ່າ​ຄວາມຝັນ​ຊຶ່ງ​ພວກເຂົາ​ບອກ​ນັ້ນ ຈະ​ເຮັດ​ໃຫ້​ປະຊາຊົນ​ຂອງເຮົາ​ລືມ​ເຮົາ​ໄປ ດັ່ງ​ທີ່​ພໍ່​ຂອງ​ພວກເຂົາ​ໄດ້​ລືມໄລ​ເຮົາ ແລະ​ຫັນໄປ​ຫາ​ພະບາອານ​ນັ້ນ.


ຢ່າ​ສູ່​ຟັງ​ພວກ​ຜູ້ທຳນວາຍ​ຂອງ​ພວກເຈົ້າ ຫລື​ຜູ້ໃດ​ຜູ້ໜຶ່ງ​ທີ່​ອ້າງ​ຕົນເອງ​ວ່າ​ລາວ​ທຳນວາຍ​ອະນາຄົດ​ໄດ້ ບໍ່​ວ່າ​ຈະ​ແມ່ນ​ໂດຍ​ທາງ​ຄວາມຝັນ ຫລື​ໂດຍ​ທາງ​ເອີ້ນ​ວິນຍານ​ຂອງ​ຄົນຕາຍ​ມາ​ສອບຖາມ ຫລື​ໂດຍ​ທາງ​ເວດມົນ​ກໍຕາມ. ພວກເຂົາ​ທັງໝົດ​ບອກ​ພວກເຈົ້າ​ບໍ່​ໃຫ້​ຍອມ​ຮັບໃຊ້​ກະສັດ​ແຫ່ງ​ບາບີໂລນ.


ແລ້ວ​ຂ້າພະເຈົ້າ​ກໍ​ບອກ​ເລື່ອງ​ນີ້​ແກ່​ຮານານີຢາ ໂດຍ​ກ່າວ​ຕື່ມ​ວ່າ, “ຈົ່ງ​ຟັງ​ໃຫ້​ດີ ຮານານີຢາ ພຣະເຈົ້າຢາເວ​ບໍ່ໄດ້​ໃຊ້​ເຈົ້າ​ມາ ແລະ​ເຈົ້າ​ກຳລັງ​ເຮັດ​ໃຫ້​ຄົນ​ເຫຼົ່ານີ້​ເຊື່ອ​ຄຳ​ຕົວະຍົວະ​ຂອງເຈົ້າ.


ຂ້າພະເຈົ້າ​ໄດ້​ຂຽນ​ໜັງສື​ສະບັບ​ໜຶ່ງ​ເຖິງ​ພວກ​ປະໂຣຫິດ, ພວກ​ຜູ້ທຳນວາຍ ແລະ​ເຖິງ​ຄົນອື່ນໆ​ທີ່​ເຈົ້າເນບູ​ກາດເນັດຊາ​ໄດ້​ຈັບ​ພວກເຂົາ ຈາກ​ນະຄອນ​ເຢຣູຊາເລັມ​ໄປ​ເປັນ​ຊະເລີຍ​ທີ່​ບາບີໂລນ.


ພວກເຈົ້າ​ອາດ​ຈະ​ເວົ້າ​ວ່າ ‘ພຣະເຈົ້າຢາເວ​ໄດ້​ໃຫ້​ຜູ້ທຳນວາຍ​ແກ່​ພວກເຮົາ​ທີ່​ບາບີໂລນ​ແລ້ວ.’


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ກ່ຽວກັບ​ອາຮາບ​ລູກຊາຍ​ຂອງ​ໂກໄລຢາ ແລະ​ເຊເດກີຢາ​ລູກຊາຍ​ຂອງ​ມາອາເສອີຢາ ທີ່​ກຳລັງ​ເວົ້າ​ຕົວະ​ໃນ​ນາມ​ຂອງ​ພຣະອົງ​ວ່າ: ‘ເຮົາ​ຈະ​ໃຫ້​ພວກເຂົາ ຕົກ​ຢູ່​ໃນ​ກຳມື​ຂອງ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ. ລາວ​ຈະ​ປະຫານ​ຊີວິດ​ພວກເຂົາ​ຕໍ່ໜ້າຕໍ່ຕາ​ພວກເຈົ້າ.


ຊາຕາກຳ​ຂອງ​ພວກເຂົາ​ເປັນ​ເຊັ່ນນີ້ ກໍ​ຍ້ອນ​ພວກເຂົາ​ໄດ້​ເຮັດ​ບາບ​ຢ່າງ​ຮ້າຍແຮງ ຄື​ພວກເຂົາ​ໄດ້​ຫລິ້ນຊູ້​ສູ່ຜົວເມຍ ແລະ​ໄດ້​ເວົ້າຕົວະ​ໃນ​ນາມ​ຂອງ​ເຮົາ ທີ່​ເຮົາ​ບໍ່ໄດ້​ສັ່ງ​ໄວ້​ແກ່​ພວກເຂົາ. ເຮົາ​ຮູ້ເຫັນ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ ແລະ​ເຮົາ​ກໍ​ເປັນ​ພະຍານ​ຕໍ່ສູ້​ໃນເລື່ອງນີ້. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.”


ພຣະເຈົ້າຢາເວ​ເຕືອນ​ເຈົ້າ​ບໍ່​ໃຫ້​ຫລອກລວງ​ຕົນເອງ ໂດຍ​ຄິດວ່າ, ‘ພວກ​ບາບີໂລນ​ຈະ​ບໍ່​ກັບຄືນ​ມາ,’ ແຕ່​ພວກເຂົາ​ຈະ​ກັບຄືນ​ມາ.


ຄື​ບັນດາ​ຜູ້ທຳນວາຍ​ກໍ​ເວົ້າ​ແຕ່​ຄຳ​ບໍ່ຈິງ ພວກ​ປະໂຣຫິດ​ກໍ​ປົກຄອງ​ຕາມ​ຄຳສັ່ງ​ຂອງ​ພວກ​ຜູ້ທຳນວາຍ ແລະ​ປະຊາຊົນ​ຂອງເຮົາ​ກໍ​ບໍ່ໄດ້​ຄັດຄ້ານ​ຫຍັງ​ເລີຍ. ແຕ່​ພວກເຂົາ​ຈະ​ເຮັດ​ຢ່າງໃດ​ໃນ​ບັ້ນປາຍ?”


ຜູ້ທຳນວາຍ​ຂອງ​ພວກເຈົ້າ​ບໍ່ມີ​ຫຍັງ​ກ່າວ​ຈາ ນອກຈາກ​ກ່າວ​ຄຳ​ຫລອກລວງ​ເທົ່ານັ້ນ; ພວກເຂົາ​ເທດສະໜາ​ຫລອກລວງ​ບອກ​ວ່າ, ການບາບ​ເຈົ້າ​ບໍ່ມີ ພວກເຂົາ​ໃຫ້​ເຈົ້າ​ຄິດວ່າ​ບໍ່​ຈຳເປັນ​ຕ້ອງ​ກັບໃຈໃໝ່.


ນິມິດ​ຂອງ​ພວກເຂົາ​ຈອມປອມ ແລະ​ຄຳທຳນວາຍ​ຂອງ​ພວກເຂົາ​ກໍ​ບໍ່ຈິງ. ພວກເຂົາ​ອ້າງ​ວ່າ​ພວກເຂົາ​ກຳລັງ​ເວົ້າ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ແຕ່​ພຣະເຈົ້າຢາເວ​ບໍ່ໄດ້​ໃຊ້​ພວກເຂົາ​ໃຫ້​ເວົ້າ. ແຕ່​ປານນັ້ນ ພວກເຂົາ​ກໍ​ຍັງ​ຫວັງ​ໃຫ້​ຄຳເວົ້າ​ຂອງ​ພວກເຂົາ​ກາຍເປັນຈິງ.


ປະຊາຊົນ​ເຫຼົ່ານີ້ ຕ້ອງການ​ຜູ້ທຳນວາຍ​ທີ່​ທ່ຽວ​ໄປມາ​ເວົ້າ​ຕົວະ ແລະ​ຫລອກລວງ​ໂດຍ​ເວົ້າ​ວ່າ, ‘ຂ້ອຍ​ຂໍ​ທຳນວາຍ​ວ່າ ເຫຼົ້າ​ອະງຸ່ນ​ແລະ​ສຸຣາ​ຈະ​ຫລັ່ງໄຫລ​ມາ​ສຳລັບ​ພວກເຈົ້າ.’


ເມື່ອ​ເວລາ​ມາ​ເຖິງ ຈະ​ບໍ່ມີ​ຜູ້ທຳນວາຍ​ຄົນໃດ​ອວດອ້າງ​ຈອງຫອງ​ວ່າ ຕົນ​ໄດ້​ເຫັນ​ນິມິດ ຫລື​ສະແດງ​ຕົນ​ເປັນ​ຜູ້ທຳນວາຍ ຫລື​ນຸ່ງ​ເສື້ອຄຸມ​ຂອງ​ຜູ້ທຳນວາຍ​ຫາ​ຫລອກລວງ​ປະຊາຊົນ.


ດ້ວຍວ່າ, ຈະ​ມີ​ພຣະຄຣິດ​ປອມ​ແລະ​ຜູ້ທຳນວາຍ​ປອມ​ຫລາຍ​ຄົນ​ຈະ​ເກີດຂຶ້ນ ພວກເຂົາ​ຈະ​ເຮັດ​ການ​ອັດສະຈັນ​ອັນ​ຍິ່ງໃຫຍ່ ແລະ​ໝາຍສຳຄັນ​ຫລາຍ​ປະການ ເພື່ອ​ຖ້າ​ເປັນ​ໄປ​ໄດ້​ຈະ​ຫລອກລວງ​ແມ່ນແຕ່​ປະຊາຊົນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ໃຫ້​ຫລົງ​ເສຍ​ໄປ.


ພຣະອົງ​ໄດ້​ຕອບ​ພວກເຂົາ​ວ່າ, “ຈົ່ງ​ຄອຍ​ເຝົ້າ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້ໃດ​ຫລອກລວງ​ພວກເຈົ້າ​ໃຫ້​ຫລົງ​ໄປ ເພາະ​ມີ​ຫລາຍ​ຄົນ​ຈະ​ອ້າງ​ນາມຊື່​ຂອງເຮົາ ໂດຍ​ເວົ້າ​ວ່າ, ‘ຂ້ອຍ​ນີ້​ແຫຼະ ເປັນ​ຜູ້​ນັ້ນ ແລະ​ເວລາ​ກຳນົດ​ໃກ້​ເຂົ້າ​ມາ​ແລ້ວ,’ ພວກເຈົ້າ​ຢ່າ​ຕາມ​ເຂົາ​ໄປ.


“ວິບັດ​ມີ​ແກ່​ພວກເຈົ້າ ເມື່ອ​ມີ​ຄົນ​ຍ້ອງຍໍ​ວ່າ​ພວກເຈົ້າ​ດີ ເພາະ​ບັນພະບຸລຸດ​ຂອງ​ພວກເຂົາ​ກໍໄດ້​ເວົ້າ​ຢ່າງ​ດຽວກັນ​ນີ້​ແຫຼະ ແກ່​ພວກ​ຜູ້​ປະກາດ​ພຣະທຳ​ປອມ.”


ດ້ວຍວ່າ, ຄົນ​ທີ່​ເຮັດ​ດັ່ງນັ້ນ ພວກເຂົາ​ບໍ່ໄດ້​ບົວລະບັດ​ຮັບໃຊ້​ອົງ​ພຣະຄຣິດເຈົ້າ​ຂອງ​ພວກເຮົາ, ແຕ່​ພວກເຂົາ​ເຫັນ​ແກ່​ປາກ​ແກ່​ທ້ອງ​ຂອງ​ຕົນເອງ, ພວກເຂົາ​ໄດ້​ລໍ້ລວງ​ຄົນ​ຊື່​ໃຫ້​ຫລົງ ດ້ວຍ​ຄຳ​ເວົ້າ​ອັນ​ອ່ອນຫວານ ແລະ​ຄຳ​ຫລອກລວງ.


ເພື່ອ​ພວກເຮົາ​ຈະ​ບໍ່​ເປັນ​ເດັກນ້ອຍ​ອີກ​ຕໍ່ໄປ ຖືກ​ພັດ​ໄປ​ພັດ​ມາ ແລະ​ຫັນເຫ​ໄປມາ​ດ້ວຍ​ລົມ​ປາກ​ແຫ່ງ​ຄຳສັ່ງສອນ​ທຸກຢ່າງ​ຂອງ​ຄົນ​ທີ່​ຫລອກລວງ ຜູ້​ທີ່​ນຳ​ຄົນອື່ນ​ໃຫ້​ຫລົງ​ຜິດ​ໄປ​ດ້ວຍ​ກົນອຸບາຍ​ອັນ​ສະຫລາດ​ຂອງ​ພວກເຂົາ.


ຢ່າ​ໃຫ້​ຜູ້ໃດ​ຫລອກລວງ​ພວກເຈົ້າ​ດ້ວຍ​ຄຳ​ເວົ້າ​ອັນ​ໄຮ້​ປະໂຫຍດ ເພາະ​ຄວາມຜິດ​ໃນ​ສິ່ງ​ເຫຼົ່ານີ້​ແຫຼະ ທີ່​ພຣະເຈົ້າ​ຊົງ​ຄຽດຮ້າຍ​ຄົນ​ທີ່​ບໍ່​ເຊື່ອຟັງ​ພຣະອົງ.


ຢ່າ​ໃຫ້​ຜູ້ໃດ​ຫລອກລວງ​ພວກເຈົ້າ​ໃນ​ທາງໃດ​ທາງໜຶ່ງ​ເລີຍ. ດ້ວຍວ່າ, ວັນ​ນັ້ນ​ຈະ​ບໍ່​ມາ​ເຖິງ ຈົນກວ່າ​ການ​ທໍລະຍົດ​ຄັ້ງ​ສຸດທ້າຍ​ຈະ​ເກີດຂຶ້ນ​ກ່ອນ ແລະ​ຜູ້​ຊົ່ວຮ້າຍ​ຈະ​ປາກົດ​ຕົວ​ຂຶ້ນ ຄື​ຜູ້​ທີ່​ຖືກ​ໝາຍ​ໄວ້​ສຳລັບ​ນະຣົກ.


ແຕ່​ຄົນຊົ່ວຮ້າຍ ແລະ​ຄົນ​ປອມຕົວ ຈະ​ເພີ່ມ​ທະວີ​ຫລາຍ​ຂຶ້ນ ໄປ​ລໍ້ລວງ​ຄົນອື່ນ​ໃຫ້​ຫລົງ ແລະ​ຕົວ​ເຂົາເອງ​ກໍ​ຈະ​ຖືກ​ລໍ້ລວງ​ເໝືອນກັນ.


ພວກ​ທີ່ຮັກ​ເອີຍ, ຢ່າ​ເຊື່ອ​ວິນຍານ​ທຸກໆ​ດວງ ແຕ່​ຈົ່ງ​ພິສູດ​ວິນຍານ​ທັງຫລາຍ​ນັ້ນ​ວ່າ ມາ​ຈາກ​ພຣະເຈົ້າ​ຫລື​ບໍ່ ເພາະວ່າ​ມີ​ຜູ້ທຳນວາຍ​ປອມ​ຫລາຍ​ຄົນ​ໄດ້​ອອກ​ໄປ​ໃນ​ໂລກ.


ມັນ​ຫລອກລວງ​ຄົນ​ທັງຫລາຍ ທີ່​ຢູ່​ໃນ​ໂລກ​ດ້ວຍ​ໝາຍສຳຄັນ ທີ່​ຊົງ​ໃຫ້​ມັນ​ເຮັດ​ຕໍ່ໜ້າ​ສັດຮ້າຍ​ໂຕ​ເດີມ​ນັ້ນ ແລະ​ມັນ​ສັ່ງ​ໃຫ້​ເຂົາ​ສ້າງ​ຮູບ​ສັດຮ້າຍ ທີ່​ຖືກ​ຟັນ​ດ້ວຍ​ດາບ​ແຕ່​ຍັງ​ບໍ່​ຕາຍ​ນັ້ນ.


ສັດຮ້າຍ​ໄດ້​ຖືກ​ຈັບ​ພ້ອມ​ດ້ວຍ​ຄົນ​ທີ່​ປອມ​ຕົວ​ເປັນ​ຜູ້​ປະກາດ​ພຣະທຳ ທີ່​ໄດ້​ເຮັດ​ໝາຍສຳຄັນ​ຕໍ່ໜ້າ​ສັດຮ້າຍ​ນັ້ນ ແລະ​ໃຊ້​ໝາຍສຳຄັນ​ນັ້ນ ຫລອກລວງ​ຄົນ​ທັງຫລາຍ​ທີ່​ຮັບ​ເຄື່ອງໝາຍ​ຂອງ​ສັດຮ້າຍ​ແລະ​ບູຊາ​ຮູບ​ຂອງ​ມັນ ພວກເຂົາ​ທັງສອງ​ໄດ້​ຖືກ​ຖິ້ມ​ລົງ​ທັງ​ເປັນ ໃນ​ບຶງໄຟ​ທີ່​ໄໝ້​ຢູ່​ດ້ວຍ​ມາດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka