Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 29:7 - ພຣະຄຳພີສັກສິ

7 ຈົ່ງ​ພັດທະນາ​ບ້ານເມືອງ ບ່ອນ​ທີ່​ເຮົາ​ໄດ້​ໃຫ້​ພວກເຈົ້າ​ໄປ​ອາໄສ​ຢູ່ ໃນ​ຖານະ​ຊະເລີຍເສິກ​ນັ້ນ​ໃຫ້​ດີ. ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ເພື່ອ​ພວກເຂົາ ເພາະ​ຖ້າ​ພວກເຂົາ​ຈະເລີນ​ຮຸ່ງເຮືອງ ພວກເຈົ້າ​ກໍ​ຈະ​ຈະເລີນ​ຮຸ່ງເຮືອງ​ດ້ວຍ.’

Uka jalj uñjjattʼäta Copia luraña




ເຢເຣມີຢາ 29:7
12 Jak'a apnaqawi uñst'ayäwi  

ການ​ເຮັດ​ຢ່າງ​ນີ້ ກໍ​ເພື່ອ​ພວກເຂົາ​ຈະ​ໄດ້​ຖວາຍ​ເຄື່ອງ​ບູຊາ​ໃຫ້​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ​ແຫ່ງ​ສະຫວັນ ແລະ​ໃຫ້​ພາວັນນາ​ອະທິຖານ​ຂໍ​ພຣະພອນ​ຈາກ​ພຣະເຈົ້າ​ສຳລັບ​ເຮົາ​ແລະ​ສຳລັບ​ບັນດາ​ພວກ​ລູກຊາຍ​ຂອງເຮົາ​ດ້ວຍ.


ທ່ານ​ຕ້ອງ​ຈັດຫາ​ທຸກໆ​ສິ່ງ​ຢ່າງ​ລະມັດ​ລະວັງ ຕາມ​ທີ່​ພຣະເຈົ້າ​ແຫ່ງ​ສະຫວັນ​ຕ້ອງການ​ສຳລັບ​ວິຫານ​ຂອງ​ພຣະເຈົ້າ​ແຫ່ງ​ສະຫວັນ ແລະ​ໃຫ້​ແນ່ໃຈ​ວ່າ​ພຣະອົງ​ຈະ​ບໍ່​ໂກດຮ້າຍ​ເຮົາ ຫລື​ຕໍ່​ຜູ້​ທີ່​ຂຶ້ນ​ປົກຄອງ​ແທນ​ເຮົາ.


ຈົ່ງ​ພາວັນນາ​ອະທິຖານ ເພື່ອ​ໃຫ້​ນະຄອນ​ເຢຣູຊາເລັມ​ມີ​ຄວາມ​ສະຫງົບສຸກ “ຈົ່ງ​ຈະເລີນ​ເທີ້ນ​ທຸກຄົນ​ທີ່​ຮັກ​ນະຄອນ​ເຢຣູຊາເລັມ​ເອີຍ


ແລ້ວ​ບັນດາ​ຂ້າຣາຊການ​ກໍ​ໄປ​ຫາ​ກະສັດ ແລະ​ເວົ້າ​ວ່າ, “ຄົນ​ຜູ້​ນີ້​ຈະ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ. ລາວ​ໄດ້​ເຮັດ​ໃຫ້​ພວກ​ທະຫານ​ຢູ່​ໃນ​ເມືອງ​ເສຍກຳລັງໃຈ ໂດຍ​ເວົ້າ​ເຊັ່ນນີ້; ລາວ​ຈະ​ເຮັດ​ຢ່າງ​ດຽວກັນ​ອີກ​ຕໍ່​ທຸກຄົນ​ທີ່​ເຫຼືອ​ຢູ່​ໃນ​ເມືອງ​ນີ້. ລາວ​ບໍ່ໄດ້​ພະຍາຍາມ​ຊ່ວຍເຫລືອ​ປະຊາຊົນ​ເລີຍ; ລາວ​ມີ​ແຕ່​ຫາ​ຄວາມທຸກ​ມາ​ໃຫ້​ພວກເຂົາ.”


ບັດນີ້ ຈົ່ງ​ບອກ​ພີ່ນ້ອງ​ຂອງ​ພວກເຈົ້າ​ຜູ້​ຕົກ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: ເຮົາ​ເປັນ​ຜູ້​ສົ່ງ​ພວກເຂົາ​ໄປ​ຢູ່​ໃນ​ທ່າມກາງ​ຊົນຊາດ​ທີ່​ຫ່າງໄກ ແລະ​ໄດ້​ກະຈັດ​ກະຈາຍ​ພວກເຂົາ​ໄປ​ໃນ​ປະເທດ​ຕ່າງໆ. ເຖິງ​ຢ່າງໃດ​ກໍຕາມ ເຮົາ​ຈະ​ຢູ່​ນຳ​ພວກເຂົາ​ຊົ່ວ​ໄລຍະ​ໜຶ່ງ​ໃນ​ດິນແດນ​ບ່ອນ​ທີ່​ພວກເຂົາ​ໄປ​ຢູ່​ນັ້ນ.’


ແລ້ວ​ດານີເອນ (ຜູ້​ມີ​ຊື່​ໜຶ່ງ​ອີກ​ວ່າ​ເບັນເຕຊັດຊາເຣ) ກໍ​ອຸກໃຈ​ຈົນ​ເວົ້າ​ຢ່າງໃດ​ບໍ່ໄດ້. ກະສັດ​ໄດ້​ກ່າວ​ຕໍ່​ລາວ​ວ່າ, “ເບັນເຕຊັດຊາເຣ​ເອີຍ ຢ່າ​ໃຫ້​ຄວາມຝັນ ແລະ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ນັ້ນ ເຮັດ​ໃຫ້​ເຈົ້າ​ຕົກໃຈ​ເລີຍ.” ເບັນເຕຊັດຊາເຣ​ໄດ້​ຕອບ​ວ່າ, “ຂ້າແດ່​ພະຣາຊາ ຂ້ານ້ອຍ​ຢາກ​ໃຫ້​ຄວາມຝັນ ແລະ​ຄຳ​ແກ້​ຄວາມຝັນ​ນັ້ນ​ຕົກ​ຖືກ​ພວກ​ສັດຕູ​ຂອງທ່ານ ແທນ​ທີ່​ຈະ​ຕົກ​ຖືກ​ທ່ານເອງ.


ເພາະສະນັ້ນ ພະຣາຊາ​ເອີຍ ຈົ່ງ​ເຮັດ​ຕາມ​ຄຳແນະນຳ​ຂອງ​ຂ້ານ້ອຍ​ເຖີດ. ຈົ່ງ​ເລີກ​ເຮັດ​ບາບ​ສາ ແລະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ; ຈົ່ງ​ເມດຕາ​ສົງສານ​ຄົນ​ຍາກຈົນ. ແລ້ວ​ທ່ານ​ກໍ​ຈະ​ຈະເລີນ​ຮຸ່ງເຮືອງ​ສືບ​ຕໍ່ໄປ.”


ທຸກຄົນ​ຕ້ອງ​ຍອມ​ຢູ່​ໃຕ້​ອຳນາດ​ການ​ປົກຄອງ ເພາະວ່າ​ບໍ່ມີ​ອຳນາດ​ໃດ ທີ່​ບໍ່ໄດ້​ມາ​ຈາກ​ພຣະເຈົ້າ ແລະ​ຜູ້​ທີ່​ມີ​ອຳນາດ​ນັ້ນ ກໍ​ແມ່ນ​ພຣະເຈົ້າ​ເທົ່ານັ້ນ​ທີ່​ຊົງ​ແຕ່ງຕັ້ງ​ຂຶ້ນ.


ດ້ວຍເຫດນີ້ ເຈົ້າ​ຕ້ອງ​ຍອມ​ຢູ່​ໃຕ້​ອຳນາດ​ການ​ປົກຄອງ ບໍ່​ພຽງແຕ່​ເພາະ​ເຫັນ​ແກ່​ຄວາມ​ຢ້ານ​ການ​ຕັດສິນ​ລົງໂທດ​ຂອງ​ພຣະເຈົ້າ​ແຕ່​ສິ່ງ​ດຽວ ແຕ່​ເພາະ​ເຫັນ​ແກ່​ດ້ວຍ​ໃຈ​ສຳນຶກ​ຜິດແລະຊອບ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka