6 ຈົ່ງແຕ່ງງານແລະມີລູກຢູ່ທີ່ນັ້ນ. ແລ້ວໃຫ້ລູກຂອງພວກເຈົ້າແຕ່ງງານກັນ ເພື່ອພວກເຂົາຈະມີລູກເຊັ່ນດຽວກັນ. ພວກເຈົ້າຕ້ອງເພີ່ມຈຳນວນຄົນໃຫ້ຫລາຍຂຶ້ນ ແລະບໍ່ໃຫ້ລົດໜ້ອຍຖອຍລົງ.
ຜູ້ເປັນແມ່ໄດ້ໄປຫາເມຍຈາກປະເທດເອຢິບມາໃຫ້ລາວ.
ນາງເຣເບກາກໍຢູ່ໃນທີ່ນີ້ ຈົ່ງເອົານາງໄປເປັນເມຍລູກຊາຍຂອງນາຍເຈົ້າ ຕາມທີ່ພຣະເຈົ້າຢາເວກ່າວໄວ້ສາ.”
ກ່ອນຈະຈາກໄປ ພວກເຂົາໄດ້ອວຍພອນນາງເຣເບກາດ້ວຍຖ້ອຍຄຳດັ່ງນີ້: “ນ້ອງເອີຍ ຂໍໃຫ້ເຈົ້າເປັນແມ່ ຂອງຄົນຫລາຍແສນ; ຂໍໃຫ້ແມ່ນເຊື້ອສາຍຂອງເຈົ້າ ທີ່ຊະນະສັດຕູຕາມເມືອງຕ່າງໆ.”
ລາບານເວົ້າວ່າ, “ລູງຍິນດີມອບນາງໃຫ້ເຈົ້າ ດີກວ່າຈະມອບໃຫ້ຄົນອື່ນ. ຈົ່ງຢູ່ນຳລູງນີ້ແຫຼະ.”
ຊາຍຄົນນີ້ຈຶ່ງເວົ້າກັບພໍ່ຂອງຕົນວ່າ, “ຈົ່ງໄປຂໍຍິງຜູ້ນີ້ໃຫ້ລູກເອົາມາເປັນເມຍແດ່.”
ຈົ່ງມີລູກຫລານໃຫ້ມາກຫລາຍ ເພື່ອວ່າເຊື້ອສາຍຂອງເຈົ້າຈະມີຊີວິດຢູ່ທົ່ວໄປເທິງແຜ່ນດິນໂລກ.”
ເພິ່ນບອກວ່າໃຫ້ພວກເຈົ້າໄປຊອກຫາເອົາເອງ, ແຕ່ຈຳນວນດິນຈີ່ນັ້ນຕ້ອງໃຫ້ໄດ້ເທົ່າເດີມ.”
ດັ່ງນັ້ນ ເຮົາຈຶ່ງປາຖະໜາໃຫ້ບັນດາແມ່ໝ້າຍໜຸ່ມໄດ້ແຕ່ງງານ, ມີລູກ ແລະດູແລບ້ານເຮືອນ ເພື່ອບໍ່ປ່ອຍໃຫ້ເຫຼົ່າສັດຕູມີຊ່ອງທາງເວົ້າຄຳຊົ່ວຊ້າໃສ່ພວກເຮົາໄດ້.
ເພິ່ນມີລູກຊາຍສາມສິບຄົນ ແລະມີລູກສາວສາມສິບຄົນ. ເພິ່ນໃຫ້ລູກສາວຂອງເພິ່ນແຕ່ງງານກັບຄົນນອກເຜົ່າ ແລະນຳເອົາຍິງສາວສາມສິບຄົນ ຈາກເຜົ່າອື່ນມາແຕ່ງງານກັບພວກລູກຊາຍຂອງຕົນ. ອິບຊັນໄດ້ປົກຄອງຊາດອິດສະຣາເອນ ເປັນເວລາເຈັດປີ.
ລາວຈຶ່ງກັບຄືນເມືອເຮືອນແລະເວົ້າສູ່ພໍ່ແມ່ຂອງຕົນຟັງວ່າ, “ລູກໄດ້ສັງເກດເຫັນຜູ້ສາວຊາວຟີລິດສະຕິນຄົນໜຶ່ງຢູ່ໃນເມືອງຕິມນາ. ລູກຢາກແຕ່ງງານກັບນາງ ກະລຸນາໄປສູ່ຂໍນາງໃຫ້ລູກແດ່.”