5 ‘ຈົ່ງປຸກເຮືອນແລະເຂົ້າຢູ່ອາໄສ. ຈົ່ງປູກຝັງໃນສວນແລະກິນຜົນລະປູກທີ່ເກີດຈາກສວນນັ້ນ.
ພຣະເຈົ້າຢາເວກ່າວວ່າ, ‘ເມື່ອຢູ່ນະຄອນບາບີໂລນຄົບເຈັດສິບປີ ແລ້ວເຮົາກໍຈະສະແດງຄວາມຫ່ວງໃຍຂອງເຮົາສຳລັບພວກເຈົ້າ ທັງຈະຮັກສາຄຳສັນຍາຂອງເຮົາທີ່ວ່າ ຈະນຳພວກເຈົ້າກັບຄືນມາສູ່ບ້ານເກີດເມືອງນອນ.
ລາວຕ້ອງຖືກບັງຄັບໃຫ້ເຊົາເວົ້າ ເພາະລາວໄດ້ເອົາຖ້ອຍຄຳມາໃຫ້ປະຊາຊົນຢູ່ໃນບາບີໂລນວ່າ, ພວກເຂົາຈະຕ້ອງເປັນຊະເລີຍເສິກຢູ່ໃນທີ່ນັ້ນອີກເປັນເວລາດົນນານ ແລະຈະຕ້ອງປຸກບ້ານປຸກເຮືອນຢູ່ອາໄສ, ເຮັດສວນປູກຝັງ ແລະກິນຜົນລະປູກ ຈາກເຫື່ອແຮງຂອງພວກເຂົາ.”
ຈົ່ງແຕ່ງງານແລະມີລູກຢູ່ທີ່ນັ້ນ. ແລ້ວໃຫ້ລູກຂອງພວກເຈົ້າແຕ່ງງານກັນ ເພື່ອພວກເຂົາຈະມີລູກເຊັ່ນດຽວກັນ. ພວກເຈົ້າຕ້ອງເພີ່ມຈຳນວນຄົນໃຫ້ຫລາຍຂຶ້ນ ແລະບໍ່ໃຫ້ລົດໜ້ອຍຖອຍລົງ.
ພວກເຂົາຈະຢູ່ທີ່ນັ້ນຢ່າງປອດໄພ. ພວກເຂົາຈະປຸກບ້ານເຮືອນແລະເຮັດສວນອະງຸ່ນ. ເຮົາຈະລົງໂທດບັນດາປະເທດໃກ້ຄຽງທີ່ໄດ້ດູຖູກພວກເຂົາ ແລະຊາດອິດສະຣາເອນຈະປອດໄພ. ແລ້ວພວກເຂົາກໍຈະຮູ້ວ່າ ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ.”’