ເຢເຣມີຢາ 29:32 - ພຣະຄຳພີສັກສິ32 ນີ້ແມ່ນພຣະເຈົ້າຢາເວກ່າວຄື: ເຮົາຈະລົງໂທດເຊມາອີຢາຊາວເນເຮລາມກັບເຊື້ອສາຍຂອງລາວ ລາວຈະບໍ່ມີເຊື້ອສາຍຈັກຄົນດຽວອາໄສຢູ່ໃນທ່າມກາງພວກເຈົ້າ. ລາວຈະບໍ່ມີຊີວິດຢູ່ໄດ້ເຫັນສິ່ງດີທັງຫລາຍ ຊຶ່ງເຮົາຈະເຮັດສຳລັບປະຊາຊົນຂອງເຮົາ, ເພາະລາວໄດ້ສອນພວກເຂົາໃຫ້ກະບົດຕໍ່ສູ້ພຣະເຈົ້າຢາເວ.’ ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.” Uka jalj uñjjattʼäta |
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນໄດ້ໃຫ້ຖ້ອຍຄຳແກ່ຂ້າພະເຈົ້າ ເພື່ອບອກເຊມາອີຢາ ຊາວເນເຮລາມ. ເຊມາອີຢາໄດ້ສົ່ງຈົດໝາຍໃນນາມຂອງຕົນ ໄປເຖິງປະຊາຊົນນະຄອນເຢຣູຊາເລັມທັງໝົດ ແລະໄດ້ສົ່ງໄປຫາປະໂຣຫິດເຊຟານີຢາລູກຊາຍຂອງມາອາເສອີຢາ ພ້ອມທັງພວກປະໂຣຫິດຄົນອື່ນໆດ້ວຍ. ໃນຈົດໝາຍທີ່ເຊມາອີຢາໄດ້ຂຽນໄປເຖິງເຊຟານີຢານັ້ນ ມີເນື້ອຄວາມດັ່ງນີ້:
ເພາະສະນັ້ນ ອາມາຊີຢາເອີຍ ພຣະເຈົ້າຢາເວຈຶ່ງກ່າວຕໍ່ເຈົ້າວ່າ, ‘ເມຍຂອງເຈົ້າຈະກາຍເປັນໂສເພນີຢູ່ໃນເມືອງນີ້ ລູກຊາຍຍິງຂອງເຈົ້າຈະຖືກຂ້າໃນສົງຄາມ. ດິນແດນຂອງເຈົ້າຈະຖືກແບ່ງໃຫ້ຄົນອື່ນ ແລ້ວເຈົ້າເອງກໍຈະຕາຍຢູ່ໃນດິນແດນຂອງຄົນບໍ່ນັບຖືພຣະເຈົ້າ. ສ່ວນປະຊາຊົນອິດສະຣາເອນນັ້ນຈະຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນ.”’
ແຕ່ຜູ້ທີ່ແກ້ຄວາມຝັນຫລືຜູ້ທຳນວາຍ ທີ່ບອກພວກເຈົ້າໃຫ້ກະບົດຕໍ່ສູ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ອົງທີ່ໄດ້ນຳພາພວກເຈົ້າອອກມາຈາກປະເທດເອຢິບ ບ່ອນທີ່ພວກເຈົ້າເຄີຍຕົກເປັນທາດ. ຄົນຊົ່ວຮ້າຍຢ່າງນີ້ຊັກຊວນພວກເຈົ້າໃຫ້ໜີຈາກທາງດຳເນີນຊີວິດ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສັ່ງໄວ້ໃຫ້ເດີນຕາມ. ຈົ່ງກຳຈັດຄວາມຊົ່ວຮ້າຍນີ້ໃຫ້ດັບສິ້ນໄປຈາກທ່າມກາງພວກເຈົ້າ ພວກເຂົາຕ້ອງຖືກລົງໂທດເຖິງຕາຍ.