Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 29:3 - ພຣະຄຳພີສັກສິ

3 ຂ້າພະເຈົ້າ​ໄດ້​ມອບ​ຈົດໝາຍ​ນັ້ນ​ໃຫ້​ເອລາຊາ​ລູກຊາຍ​ຂອງ​ຊາຟານ ແລະ​ເກມາຣີຢາ​ລູກຊາຍ​ຂອງ​ຮິນກີຢາ ຄື​ພວກ​ທີ່​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ ໄດ້​ສົ່ງ​ໄປ​ພົບ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ. ໜັງສື​ນັ້ນ​ມີ​ເນື້ອຄວາມ​ວ່າ​ດັ່ງນີ້:

Uka jalj uñjjattʼäta Copia luraña




ເຢເຣມີຢາ 29:3
11 Jak'a apnaqawi uñst'ayäwi  

ແລ້ວ​ພວກເຂົາ​ກໍ​ສັ່ງ​ຄົນ​ໄປ​ຫາ​ກະສັດ​ເຮເຊກີຢາ ໂດຍ​ມີ​ຂ້າຣາຊການ​ສາມ​ຄົນ​ໄດ້​ອອກ​ມາ​ພົບ​ເຂົາ ມີ​ດັ່ງນີ້: ເອລີອາກິມ​ລູກຊາຍ​ຂອງ​ຮິນກີຢາ ຜູ້​ຮັບຜິດຊອບ​ຣາຊວັງ; ເຊັບນາ​ເລຂາທິການ ແລະ​ໂຢອາ​ລູກຊາຍ​ຂອງ​ອາສັບ ຜູ້​ບັນທຶກ.


ແລ້ວ​ເພິ່ນ​ໄດ້​ອອກ​ຄຳສັ່ງ​ແກ່​ມະຫາ​ປະໂຣຫິດ​ຮິນກີຢາ, ອາຮີກຳ​ລູກຊາຍ​ຂອງ​ຊາຟານ, ອັກໂບ​ລູກຊາຍ​ຂອງ​ມີກາອີຢາ, ຊາຟານ ເລຂາທິການ ແລະ​ອາສາອີຢາ ຜູ້​ລໍ​ຮັບໃຊ້​ຂອງ​ກະສັດ. ຄຳສັ່ງ​ນັ້ນ​ມີ​ຂໍ້ຄວາມ​ດັ່ງ​ຕໍ່ໄປນີ້:


ຊາຟານ​ໄດ້​ນຳ​ເອົາ​ຄຳສັ່ງ​ຂອງ​ກະສັດ​ໄປ​ບອກ​ມະຫາ​ປະໂຣຫິດ​ຮິນກີຢາ; ແລ້ວ​ເພິ່ນ​ກໍ​ບອກ​ຊາຟານ​ວ່າ ເພິ່ນ​ໄດ້​ພົບ​ປື້ມ​ກົດບັນຍັດ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ. ເພິ່ນ​ໄດ້​ເອົາ​ປື້ມ​ນັ້ນ​ໃຫ້​ຊາຟານ​ອ່ານ.


ອາຊາຣີຢາ​ເປັນ​ພໍ່​ຂອງ​ເຮເລັດ, ເຮເລັດ​ເປັນ​ພໍ່​ຂອງ​ເອເລອາສາ,


ຊານລູມ​ເປັນ​ພໍ່​ຂອງ​ຮິນກີຢາ, ຮິນກີຢາ​ເປັນ​ພໍ່​ຂອງ​ອາຊາຣີຢາ,


ແລະ​ໄດ້​ໃຫ້​ຄຳສັ່ງ​ດັ່ງ​ຕໍ່ໄປນີ້​ແກ່​ຮິນກີຢາ, ອາຮີກຳ​ລູກຊາຍ​ຂອງ​ຊາຟານ, ອັບໂດນ ​ລູກຊາຍ​ຂອງ​ມີກາ, ຊາຟານ​ເລຂາທິການ ແລະ​ອາສາອີຢາ​ຜູ້​ລໍ​ຮັບໃຊ້​ປະຈຳ​ກະສັດ​ວ່າ,


ແຕ່​ກະສັດ​ເຢໂຮຍອາກິມ​ຍັງ​ໄດ້​ສົ່ງ​ເອນນາທານ​ລູກຊາຍ​ຂອງ​ອັກໂບຣະ ແລະ​ບາງຄົນ​ໄປ​ປະເທດ​ເອຢິບ​ເພື່ອ​ຈັບ​ເອົາ​ອຸຣິຢາ​ກັບຄືນ​ມາ.


ແຕ່​ເພາະ​ຂ້າພະເຈົ້າ​ໄດ້​ຮັບ​ການສະໜັບ​ສະໜູນ​ຈາກ​ອາຮິກຳ​ລູກຊາຍ​ຂອງ​ຊາຟານ; ຂ້າພະເຈົ້າ​ຈຶ່ງ​ບໍ່ໄດ້​ຖືກ​ມອບ​ໃຫ້​ປະຊາຊົນ​ປະຫານ​ຊີວິດ.


ເຖິງ​ແມ່ນ​ວ່າ​ເອນນາທານ, ເດລາອີຢາ ແລະ​ເກມາຣີຢາ ໄດ້​ຮ້ອງ​ຂໍ​ກະສັດ​ບໍ່​ໃຫ້​ຈູດ​ໜັງສື​ມ້ວນ​ນັ້ນ​ກໍຕາມ ເພິ່ນ​ກໍ​ບໍ່​ຍອມ​ຟັງ.


ຈຶ່ງ​ໄດ້​ນຳ​ຂ້າພະເຈົ້າ​ມາ​ຈາກ​ເດີ່ນ​ຂອງ​ຣາຊວັງ. ພວກເຂົາ​ໄດ້​ມອບ​ຂ້າພະເຈົ້າ​ໄວ້​ຢູ່​ໃຕ້​ຄວາມ​ເບິ່ງແຍງ​ຂອງ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ ແລະ​ຫລານຊາຍ​ຂອງ​ຊາຟານ ແລະ​ໃຫ້​ນຳ​ຂ້າພະເຈົ້າ​ເມືອ​ເຖິງ​ເຮືອນ​ຂອງ​ຂ້າພະເຈົ້າ​ຢ່າງ​ປອດໄພ. ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ຢູ່​ນຳ​ປະຊາຊົນ​ໃນ​ທີ່ນັ້ນ.


ບັນດາ​ຜູ້ນຳ​ຊາວ​ອິດສະຣາເອນ​ເຈັດສິບ​ຄົນ​ກໍ​ຢູ່​ທີ່​ນັ້ນ ແລະ​ຢາອາຊານີຢາ​ລູກຊາຍ​ຂອງ​ຊາຟານ​ກໍ​ຮ່ວມ​ຢູ່​ດ້ວຍ, ແຕ່ລະຄົນ​ກຳລັງ​ຖື​ຖາດ​ເຜົາບູຊາ​ເຄື່ອງຫອມ​ທີ່​ກຳລັງ​ລຸກໄໝ້​ຢູ່ ແລະ​ຄວັນ​ກໍ​ກຳລັງ​ຟົ້ງ​ຂຶ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka