Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 29:28 - ພຣະຄຳພີສັກສິ

28 ລາວ​ຕ້ອງ​ຖືກ​ບັງຄັບ​ໃຫ້​ເຊົາ​ເວົ້າ ເພາະ​ລາວ​ໄດ້​ເອົາ​ຖ້ອຍຄຳ​ມາ​ໃຫ້​ປະຊາຊົນ​ຢູ່​ໃນ​ບາບີໂລນ​ວ່າ, ພວກເຂົາ​ຈະ​ຕ້ອງ​ເປັນ​ຊະເລີຍເສິກ​ຢູ່​ໃນ​ທີ່ນັ້ນ​ອີກ​ເປັນ​ເວລາ​ດົນນານ ແລະ​ຈະ​ຕ້ອງ​ປຸກ​ບ້ານ​ປຸກ​ເຮືອນ​ຢູ່​ອາໄສ, ເຮັດ​ສວນ​ປູກຝັງ ແລະ​ກິນ​ຜົນລະປູກ ຈາກ​ເຫື່ອແຮງ​ຂອງ​ພວກເຂົາ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 29:28
3 Jak'a apnaqawi uñst'ayäwi  

ຂ້າພະເຈົ້າ​ໄດ້​ຂຽນ​ໜັງສື​ສະບັບ​ໜຶ່ງ​ເຖິງ​ພວກ​ປະໂຣຫິດ, ພວກ​ຜູ້ທຳນວາຍ ແລະ​ເຖິງ​ຄົນອື່ນໆ​ທີ່​ເຈົ້າເນບູ​ກາດເນັດຊາ​ໄດ້​ຈັບ​ພວກເຂົາ ຈາກ​ນະຄອນ​ເຢຣູຊາເລັມ​ໄປ​ເປັນ​ຊະເລີຍ​ທີ່​ບາບີໂລນ.


ພຣະເຈົ້າຢາເວ​ກ່າວ​ວ່າ, ‘ເມື່ອ​ຢູ່​ນະຄອນ​ບາບີໂລນ​ຄົບ​ເຈັດສິບ​ປີ ແລ້ວ​ເຮົາ​ກໍ​ຈະ​ສະແດງ​ຄວາມ​ຫ່ວງໃຍ​ຂອງເຮົາ​ສຳລັບ​ພວກເຈົ້າ ທັງ​ຈະ​ຮັກສາ​ຄຳສັນຍາ​ຂອງເຮົາ​ທີ່​ວ່າ ຈະ​ນຳ​ພວກເຈົ້າ​ກັບຄືນ​ມາ​ສູ່​ບ້ານເກີດ​ເມືອງນອນ.


‘ຈົ່ງ​ປຸກ​ເຮືອນ​ແລະ​ເຂົ້າ​ຢູ່​ອາໄສ. ຈົ່ງ​ປູກຝັງ​ໃນ​ສວນ​ແລະ​ກິນ​ຜົນລະປູກ​ທີ່​ເກີດ​ຈາກ​ສວນ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka