Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 29:26 - ພຣະຄຳພີສັກສິ

26 “ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ທ່ານ​ເປັນ​ປະໂຣຫິດ​ແທນ​ເຢໂຮຍອາດາ; ບັດນີ້ ທ່ານ​ກໍ​ເປັນ​ຫົວໜ້າ​ຂອງ​ພວກ​ເຈົ້າໜ້າທີ່ ປະຈຳ​ວິຫານ​ຂອງ​ພຣະເຈົ້າຢາເວ. ແມ່ນ​ໜ້າທີ່​ຂອງທ່ານ​ທີ່​ຈະ​ຈັດການ​ລ່າມໂສ້​ຄົນ​ເສຍ​ສະຕິ​ທຸກໆຄົນ ທີ່​ແກ້ງ​ເຮັດ​ເປັນ​ຜູ້ທຳນວາຍ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 29:26
28 Jak'a apnaqawi uñst'ayäwi  

ເຢໂຮຍອາດາ​ບໍ່​ຢາກ​ໃຫ້​ຍານາງ​ອາທາລີຢາ​ຖືກ​ຂ້າ​ຢູ່​ໃນ​ບໍລິເວນ​ວິຫານ​ຂອງ​ພຣະເຈົ້າຢາເວ ສະນັ້ນ ເພິ່ນ​ຈຶ່ງ​ບອກ​ພວກ​ນາຍ​ທະຫານ​ວ່າ, “ພາ​ນາງ​ຜ່ານ​ແຖວ​ທະຫານ​ຍາມ​ອອກ​ໄປ ແລະ​ໃຫ້​ຂ້າ​ທຸກຄົນ​ທີ່​ພະຍາຍາມ​ຊ່ວຍກູ້​ເອົາ​ນາງ​ໄວ້.”


ແລ້ວ​ປະຊາຊົນ​ກໍ​ໄປ​ມ້າງ​ວິຫານ​ພະບາອານ​ຖິ້ມ; ພວກເຂົາ​ທຸບ​ແທ່ນບູຊາ ແລະ​ຮູບເຄົາຣົບ ພ້ອມ​ທັງ​ໄດ້​ຂ້າ​ມັດຕານ ປະໂຣຫິດ​ພະບາອານ​ຕໍ່ໜ້າ​ແທ່ນບູຊາ. ຕໍ່ມາ ເຢໂຮຍອາດາ​ກໍ​ຈັດ​ໃຫ້​ມີ​ທະຫານ​ຍາມ​ປະຈຳ​ໜ້າທີ່​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ,


ເຢຮູ​ໄດ້​ກັບຄືນ​ມາ​ຫາ​ພວກ​ໝູ່​ນາຍ​ທະຫານ​ຂອງຕົນ ແລ້ວ​ພວກເຂົາ​ກໍ​ຖາມ​ລາວ​ວ່າ, “ທຸກສິ່ງ​ເປັນ​ໄປ​ໂດຍ​ດີ​ບໍ່? ຄົນບ້າ​ຜູ້ນັ້ນ​ຕ້ອງການ​ຫຍັງ​ຈາກ​ເຈົ້າ?” ເຢຮູ​ຕອບ​ວ່າ, “ພວກທ່ານ​ຮູ້​ດີ​ວ່າ​ລາວ​ຢາກ​ໄດ້​ຫຍັງ.”


ເລື່ອງ​ນີ້​ໄດ້​ເຮັດ​ໃຫ້​ອາສາ​ໂກດຮ້າຍ​ຜູ້ທຳນວາຍ​ຫລາຍ ຈົນ​ເພິ່ນ​ຈັບ​ລາວ​ໄປ​ຂັງ​ຄຸກ​ໄວ້. ໃນ​ເວລາ​ດຽວກັນ​ນັ້ນ ເພິ່ນ​ກໍ​ຂົ່ມເຫັງ​ປະຊາຊົນ​ບາງຄົນ​ຢ່າງ​ທາລຸນ.


ໃຫ້​ເຈົ້າ​ບອກ​ເຂົາ​ຈັບ​ລາວ​ຂັງ​ຄຸກ​ໄວ້ ແລະ​ໃຫ້​ກິນ​ແຕ່​ເຂົ້າ​ກັບ​ນໍ້າ​ເທົ່ານັ້ນ ຈົນກວ່າ​ເຮົາ​ກັບຄືນ​ມາ​ຢ່າງ​ປອດໄພ.”


ເປັນຫຍັງ​ທ່ານ​ຈຶ່ງ​ບໍ່​ເຮັດ​ເຊັ່ນນັ້ນ​ກັບ​ເຢເຣມີຢາ ຊາວ​ອານາທົດ ຜູ້​ທີ່​ໄດ້​ກ່າວ​ຕໍ່​ປະຊາຊົນ​ໃນ​ຖານະ​ຜູ້ທຳນວາຍ?


ຂ້າພະເຈົ້າ​ຖືກ​ຄວບຄຸມ​ຕົວ​ຢູ່​ໃນ​ເດີ່ນ​ຂອງ​ຣາຊວັງ ຈົນເຖິງ​ມື້​ທີ່​ນະຄອນ​ເຢຣູຊາເລັມ​ແຕກ.


ສະນັ້ນ ພວກເຂົາ​ຈຶ່ງ​ຈັບ​ຂ້າພະເຈົ້າ​ໄປ ແລະ​ໃຊ້​ເຊືອກ​ຢ່ອນ​ຂ້າພະເຈົ້າ​ລົງ​ໃນ​ສ້າງ​ຂອງ​ເຈົ້າຊາຍ​ມານກີຢາ ຊຶ່ງ​ຢູ່​ໃນ​ເດີ່ນ​ຂອງ​ຣາຊວັງ​ນັ້ນ​ເອງ. ຢູ່​ໃນ​ສ້າງ​ໜ່ວຍ​ນີ້​ບໍ່ມີ​ນໍ້າ ແລະ​ມີ​ແຕ່​ຂີ້ຕົມ ແລະ​ຂ້າພະເຈົ້າ​ກໍ​ຈົມລົງ​ໃນ​ຂີ້ຕົມ​ນັ້ນ.


ເວລາ​ແຫ່ງ​ການລົງໂທດ​ໄດ້​ມາ​ເຖິງ​ແລ້ວ ຄື​ເວລາ​ທີ່​ປະຊາຊົນ​ຈະ​ໄດ້​ຮັບ​ໃນ​ສິ່ງ​ທີ່​ສົມຄວນ​ໄດ້​ຮັບ. ເມື່ອ​ສິ່ງ​ນັ້ນ​ເກີດຂຶ້ນ ຊາດ​ອິດສະຣາເອນ​ຈຶ່ງ​ຈະ​ຮູ້ຈັກ. ພວກເຈົ້າ​ເວົ້າ​ວ່າ, “ຜູ້ທຳນວາຍ​ຄົນ​ນີ້​ໂງ່. ຄົນ​ທີ່​ມີ​ພຣະເຈົ້າ​ດົນໃຈ​ກໍ​ເປັນ​ຄົນ​ບໍ່​ເຕັມ.” ພວກເຈົ້າ​ກຽດຊັງ​ເຮົາ​ຫລາຍ​ທີ່ສຸດ ເພາະ​ບາບ​ຂອງ​ພວກເຈົ້າ​ໜາ​ຫລາຍ.


ເມື່ອ​ເວລາ​ນັ້ນ​ມາ​ເຖິງ​ຈະ​ມີ​ນໍ້າ​ບໍ່​ໜຶ່ງ​ໄຫລ​ອອກ​ມາ ເພື່ອ​ຊຳລະ​ບາບ​ຂອງ​ເຊື້ອສາຍ​ຂອງ​ກະສັດ​ດາວິດ ແລະ​ຂອງ​ປະຊາຊົນ​ເຢຣູຊາເລັມ ເພາະ​ພວກເຂົາ​ຂາບໄຫວ້​ບັນດາ​ຮູບເຄົາຣົບ.


ເມື່ອ​ພຣະເຢຊູເຈົ້າ​ເຂົ້າ​ໄປ​ໃນ​ພຣະວິຫານ, ໃນ​ຂະນະທີ່​ກຳລັງ​ສັ່ງສອນ​ຢູ່​ນັ້ນ ພວກ​ຫົວໜ້າ​ປະໂຣຫິດ​ກັບ​ພວກ​ເຖົ້າແກ່ ກໍ​ມາ​ຫາ​ພຣະອົງ ແລະ​ຖາມ​ວ່າ, “ເຈົ້າ​ມີ​ສິດ​ຫຍັງ​ທີ່​ເຮັດ​ການ​ເຫຼົ່ານີ້? ຜູ້ໃດ​ໃຫ້​ສິດ​ນີ້​ແກ່​ເຈົ້າ?”


ເມື່ອ​ຄົນ​ໃນ​ຄອບຄົວ​ຂອງ​ພຣະອົງ​ໄດ້ຍິນ​ວ່າ ພຣະອົງ​ກຳລັງ​ກະທຳ​ເຊັ່ນ​ນັ້ນ ພວກເຂົາ​ກໍ​ອອກ​ໄປ​ຮັບ​ພຣະອົງ ເພາະ​ພວກເຂົາ​ຄິດ​ວ່າ, “ພຣະອົງ​ເສຍ​ຈິດ”.


ມີ​ຫລາຍ​ຄົນ​ໃນ​ພວກເຂົາ​ເວົ້າ​ວ່າ, “ຜີມານຮ້າຍ​ສິງ​ລາວ​ຢູ່ ແລະ​ລາວ​ກຳລັງ​ເປັນ​ບ້າ ຟັງ​ລາວ​ເຮັດ​ຫຍັງ?”


ພວກ​ຢິວ​ຕອບ​ຄືນ​ວ່າ, “ພວກເຮົາ​ຈະ​ແກວ່ງ​ກ້ອນຫີນ​ໃສ່​ເຈົ້າ ບໍ່ແມ່ນ​ຍ້ອນ​ການ​ດີ​ຢ່າງໃດ​ຢ່າງໜຶ່ງ ແຕ່​ຍ້ອນ​ເຈົ້າ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ ເຈົ້າ​ເປັນ​ພຽງ​ມະນຸດ​ເທົ່ານັ້ນ, ແຕ່​ເຈົ້າ​ຕັ້ງ​ເຈົ້າ​ເອງ​ເປັນ​ພຣະເຈົ້າ.”


ອັບຣາຮາມ​ພໍ່​ຂອງ​ພວກເຮົາ​ຕາຍໄປ​ແລ້ວ ເຈົ້າ​ບໍ່ແມ່ນ​ອ້າງ​ຕົວ​ຍິ່ງໃຫຍ່​ກວ່າ​ອັບຣາຮາມ​ບໍ? ພວກ​ຜູ້ທຳນວາຍ​ກໍ​ຕາຍໄປ​ແລ້ວ​ເໝືອນກັນ, ເຈົ້າ​ຄິດ​ວ່າ​ເຈົ້າ​ເປັນ​ຜູ້ໃດ?”


ເມື່ອ​ໄດ້​ຮັບ​ຄຳສັ່ງ​ຢ່າງ​ນີ້​ແລ້ວ ເຈົ້າໜ້າທີ່​ກໍ​ຂັງ​ທ່ານ​ທັງສອງ​ໄວ້​ໃນ​ຫ້ອງ​ຊັ້ນ​ໃນ ແລະ​ເອົາ​ຕີນ​ໃສ່​ຂື່​ໄມ້​ໃຫ້​ແໜ້ນ.


ຫລາຍ​ເທື່ອ​ທີ່​ຂ້ານ້ອຍ​ໄດ້​ລົງໂທດ​ພວກເຂົາ​ໃນ​ທຳມະສາລາ​ຕ່າງໆ ແລະ​ພະຍາຍາມ​ບັງຄັບ​ພວກເຂົາ​ໃຫ້​ກ່າວ​ຄຳ​ທີ່​ໝິ່ນປະໝາດ​ຕໍ່​ພຣະເຈົ້າ, ຂ້ານ້ອຍ​ໂກດແຄ້ນ​ພວກເຂົາ​ແຮງ ຈົນ​ວ່າ​ຂ້ານ້ອຍ​ໄດ້​ໄປ​ຂົ່ມເຫັງ​ພວກເຂົາ ຕາມ​ເມືອງ​ຕ່າງໆ​ໃນ​ຕ່າງ​ປະເທດ.”


ຂະນະທີ່​ໂປໂລ​ກຳລັງ​ກ່າວ​ແກ້​ຄະດີ​ຢ່າງ​ນັ້ນ ເຟຊະໂຕ​ກໍ​ຮ້ອງ​ຂຶ້ນ​ວ່າ, “ໂປໂລ​ເອີຍ ເຈົ້າ​ເປັນ​ບ້າ​ໄປ​ແລ້ວ ການ​ຮຽນຮູ້​ຫລາຍ​ຂອງ​ເຈົ້າ ພາ​ໃຫ້​ເຈົ້າ​ເປັນ​ບ້າ.”


ໂປໂລ​ຕອບ​ວ່າ, “ພະນະທ່ານ ຂ້ານ້ອຍ​ບໍ່ໄດ້​ເປັນ​ບ້າ ຂ້ານ້ອຍ​ກຳລັງ​ກ່າວ​ຄວາມຈິງ​ອັນ​ສົມເຫດ​ສົມຜົນ.


ຂະນະທີ່​ເປໂຕ​ກັບ​ໂຢຮັນ​ຍັງ​ກ່າວ​ແກ່​ປະຊາຊົນ​ຢູ່​ນັ້ນ ພວກ​ປະໂຣຫິດ ພວກ​ເຈົ້າໜ້າທີ່​ເຝົ້າ​ຍາມ​ພຣະວິຫານ ແລະ​ພວກ​ຊາດູກາຍ​ກໍ​ມາ​ຫາ​ທ່ານ​ທັງສອງ.


ພວກເຂົາ​ໄດ້​ຈັບ​ພວກ​ອັກຄະສາວົກ ແລະ​ໄປ​ຂັງ​ໄວ້​ໃນ​ຄຸກ.


ເມື່ອ​ພວກ​ຫົວໜ້າ​ພຣະວິຫານ​ກັບ​ຫົວໜ້າ​ປະໂຣຫິດ​ໄດ້ຍິນ​ດັ່ງນັ້ນ ພວກເຂົາ​ກໍ​ປະຫລາດ​ໃຈ ເຖິງ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ກັບ​ພວກ​ອັກຄະສາວົກ.


ແຕ່​ພີ່ນ້ອງ​ຊາວ​ຄຣິສຕຽນ​ໄດ້​ເອົາ​ເຮົາ​ໃສ່​ກວຍ​ໃຫຍ່ ຢ່ອນ​ລົງ​ທາງ​ປ່ອງຢ້ຽມ​ຕາມ​ກຳແພງ​ເມືອງ. ດັ່ງນັ້ນ ເຮົາ​ຈຶ່ງ​ພົ້ນ​ຈາກ​ເງື້ອມມື​ຂອງ​ເພິ່ນ.


ຢ່າ​ຊູ່​ຢ້ານ​ຄວາມ​ທຸກ​ທໍຣະມານ​ທີ່​ພວກເຈົ້າ​ກຳລັງ​ຈະ​ໄດ້​ຮັບ​ນັ້ນ. ເບິ່ງແມ! ມານຮ້າຍ​ກຳລັງ​ຈະ​ຈັບ​ພວກເຈົ້າ​ບາງຄົນ​ໃສ່​ຄຸກ ເພື່ອ​ທົດລອງ​ໃຈ​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ໄດ້​ຮັບ​ຄວາມ​ທຸກ​ລຳບາກ​ໃນ​ລະຫວ່າງ​ສິບ​ວັນ ແຕ່​ເຈົ້າ​ຈົ່ງ​ມີ​ໃຈ​ສັດຊື່​ສຸດຈະຣິດ ຈົນເຖິງ​ວັນ​ຕາຍ ແລ້ວ​ເຮົາ​ຈະ​ເອົາ​ມົງກຸດ​ແຫ່ງ​ຊີວິດ​ໃຫ້​ແກ່​ເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka