Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 29:21 - ພຣະຄຳພີສັກສິ

21 ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ກ່ຽວກັບ​ອາຮາບ​ລູກຊາຍ​ຂອງ​ໂກໄລຢາ ແລະ​ເຊເດກີຢາ​ລູກຊາຍ​ຂອງ​ມາອາເສອີຢາ ທີ່​ກຳລັງ​ເວົ້າ​ຕົວະ​ໃນ​ນາມ​ຂອງ​ພຣະອົງ​ວ່າ: ‘ເຮົາ​ຈະ​ໃຫ້​ພວກເຂົາ ຕົກ​ຢູ່​ໃນ​ກຳມື​ຂອງ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ. ລາວ​ຈະ​ປະຫານ​ຊີວິດ​ພວກເຂົາ​ຕໍ່ໜ້າຕໍ່ຕາ​ພວກເຈົ້າ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 29:21
8 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ເອງ​ໄດ້​ກ່າວ​ວ່າ, ‘ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ກັບ​ມິດ​ສະຫາຍ​ຂອງເຈົ້າ​ຕົກໃຈ​ຢ້ານ ແລະ​ເຈົ້າ​ກໍ​ຈະ​ເຫັນ​ພວກເຂົາ​ທັງໝົດ​ຖືກ​ຂ້າ​ດ້ວຍ​ດາບ​ຂອງ​ເຫຼົ່າ​ສັດຕູ. ເຮົາ​ຈະ​ມອບ​ປະຊາຊົນ​ຢູດາ​ທັງໝົດ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ກະສັດ​ແຫ່ງ​ບາບີໂລນ; ລາວ​ຈະ​ຈັບ​ເອົາ​ບາງຄົນ​ໄປ​ເປັນ​ຊະເລີຍ​ທີ່​ປະເທດ​ຂອງ​ລາວ ຫລື​ສັງຫານ​ບາງຄົນ​ເສຍ.


ປັດຊູ​ເອີຍ ສຳລັບ​ເຈົ້າ ແລະ​ຄອບຄົວ​ຂອງ​ເຈົ້າ​ກໍ​ຈະ​ຖືກ​ຈັບ​ໄປ​ທີ່​ນັ້ນ​ເຊັ່ນກັນ. ເຈົ້າ​ຈະ​ຕາຍ​ແລະ​ຖືກ​ຝັງ​ໄວ້​ໃນ​ທີ່ນັ້ນ​ຮ່ວມ​ກັບ​ມິດ​ສະຫາຍ​ທັງໝົດ ທີ່​ເຈົ້າ​ໄດ້​ບອກ​ໃຫ້​ພວກເຂົາ​ເວົ້າ​ຕົວະ​ຫລາຍໆ​ຢ່າງນັ້ນ.”’


ແຕ່​ຜູ້ທຳນວາຍ​ຊາວ​ເຢຣູຊາເລັມ​ເຮັດ​ຊົ່ວ ໂດຍ​ມົວ​ຫລິ້ນຊູ້​ເວົ້າ​ຕົວະຍົວະ​ຜິດ​ຊາຍຍິງ; ພວກເຂົາ​ສົ່ງເສີມ​ປະຊາຊົນ​ໃຫ້​ເຮັດ​ໄປ​ໃນ​ທາງ​ຜິດ ເພື່ອ​ຈະ​ບໍ່​ໃຫ້​ມີ​ຜູ້ໃດ​ຜູ້ໜຶ່ງ​ເຊົາ​ເຮັດ​ຊົ່ວ​ໄດ້. ສຳລັບ​ເຮົາ​ແລ້ວ​ພວກເຂົາ​ຊົ່ວຊ້າ​ກັນ​ທັງໝົດ ເທົ່າ​ກັບ​ຊາວ​ເມືອງ​ໂຊໂດມ​ແລະ​ໂກໂມຣາ​ພຸ້ນ.


ພວກເຈົ້າ​ອາດ​ຈະ​ເວົ້າ​ວ່າ ‘ພຣະເຈົ້າຢາເວ​ໄດ້​ໃຫ້​ຜູ້ທຳນວາຍ​ແກ່​ພວກເຮົາ​ທີ່​ບາບີໂລນ​ແລ້ວ.’


ຜູ້ທຳນວາຍ​ຂອງ​ພວກເຈົ້າ​ບໍ່ມີ​ຫຍັງ​ກ່າວ​ຈາ ນອກຈາກ​ກ່າວ​ຄຳ​ຫລອກລວງ​ເທົ່ານັ້ນ; ພວກເຂົາ​ເທດສະໜາ​ຫລອກລວງ​ບອກ​ວ່າ, ການບາບ​ເຈົ້າ​ບໍ່ມີ ພວກເຂົາ​ໃຫ້​ເຈົ້າ​ຄິດວ່າ​ບໍ່​ຈຳເປັນ​ຕ້ອງ​ກັບໃຈໃໝ່.


ບັນດາ​ຜູ້​ປະກາດ​ພຣະທຳ​ປອມ ໄດ້​ເກີດ​ມີ​ຂຶ້ນ​ໃນ​ທ່າມກາງ​ໄພ່ພົນ​ຂອງ​ພຣະເຈົ້າ​ໃນ​ເມື່ອ​ກ່ອນ​ສັນໃດ ກໍ​ຈະ​ມີ​ຄູສອນ​ປອມ​ເກີດຂຶ້ນ​ໃນ​ທ່າມກາງ​ພວກເຈົ້າ​ສັນນັ້ນ ພວກເຂົາ​ຈະ​ນຳ​ເອົາ​ຄຳສອນ​ບໍ່​ຈິງ ທີ່​ເປັນ​ການ​ທຳລາຍ​ມາ​ສິດສອນ ຈົນເຖິງ​ກັບ​ປະຕິເສດ​ພຣະອົງ ຜູ້​ຊົງ​ເປັນ​ພຣະເຈົ້າ​ທີ່​ໄດ້​ໄຖ່​ພວກເຂົາ​ໄວ້ ຊຶ່ງ​ຈະ​ນຳ​ຄວາມ​ຈິບຫາຍ​ມາ​ເຖິງ​ຕົວ​ພວກເຂົາ​ໂດຍ​ໄວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka