Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 29:2 - ພຣະຄຳພີສັກສິ

2 ຂ້າພະເຈົ້າ​ໄດ້​ຂຽນ​ຈົດໝາຍ​ນີ້ ຫລັງຈາກ​ທີ່​ກະສັດ​ເຢໂຮຍອາກິນ, ມານດາ​ຂອງເພິ່ນ, ບັນດາ​ຂ້າຣາຊການ​ໃນ​ວັງ, ພວກ​ເຈົ້ານາຍ​ຂອງ​ຢູດາຍ ແລະ​ຂອງ​ນະຄອນ​ເຢຣູຊາເລັມ, ພວກ​ຊ່າງສີມື ແລະ​ພວກ​ກຳມະກອນ​ທີ່​ຊຳນິ​ຊຳນານ​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 29:2
13 Jak'a apnaqawi uñst'ayäwi  

ລູກຊາຍ​ຂອງທ່ານ​ເອງ​ບາງຄົນ​ກໍ​ຈະ​ຖືກ​ຈັບ​ໄປ ແລະ​ກາຍເປັນ​ຊາຍ​ຕອນ ເພື່ອ​ຮັບໃຊ້​ຢູ່​ໃນ​ວັງ​ຂອງ​ກະສັດ​ແຫ່ງ​ບາບີໂລນ.”


ເຢຮູ​ຫລຽວ​ຂຶ້ນ​ໄປ ແລະ​ຮ້ອງ​ໃສ່​ວ່າ, “ແມ່ນ​ໃຜ​ຢູ່​ຝ່າຍ​ຂ້າພະເຈົ້າ​ແດ່?” ໃນ​ຂະນະນັ້ນ ໄດ້​ມີ​ຊາຍ​ຕອນ​ສອງ​ສາມ​ຄົນ​ໄດ້​ຫລຽວເບິ່ງ​ລາວ​ທາງ​ປ່ອງຢ້ຽມ.


ພຣະເຈົ້າຢາເວ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ບອກ​ກະສັດ​ແລະ​ແມ່​ຂອງ​ລາວ​ໃຫ້​ລົງ​ຈາກ​ບັນລັງ​ສາ ເພາະ​ມົງກຸດ​ອັນ​ງົດງາມ​ນັ້ນ​ໄດ້​ຕົກລົງ​ຈາກ​ຫົວ​ຂອງ​ລາວ​ແລ້ວ.


ພຣະເຈົ້າຢາເວ​ໄດ້​ສຳແດງ​ໃຫ້​ຂ້າພະເຈົ້າ​ເຫັນ​ໝາກເດື່ອ​ສອງ​ກະຕ່າ ຊຶ່ງ​ວາງ​ໄວ້​ຢູ່​ຕໍ່ໜ້າ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ. (ເລື່ອງ​ນີ້​ໄດ້​ເກີດຂຶ້ນ ຫລັງຈາກ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ຈັບ​ເຈົ້າ​ເຢໂຮຍອາກິນ​ລູກຊາຍ​ຂອງ​ເຈົ້າ​ເຢໂຮຍອາກິມ ກະສັດ​ແຫ່ງ​ຢູດາຍ​ຈາກ​ນະຄອນ​ເຢຣູຊາເລັມ ໄປ​ຍັງ​ບາບີໂລນ​ພ້ອມ​ກັບ​ພວກ​ຜູ້ນຳ​ຂອງ​ຢູດາຍ, ພວກ​ຊ່າງສີມື ແລະ​ພວກ​ຄົນງານ​ທີ່​ຊຳນິ​ຊຳນານ.)


ເຮົາ​ຈະ​ນຳ​ເຢໂຮຍອາກິນ ລູກຊາຍ​ຂອງ​ເຢໂຮຍອາກິມ​ຜູ້​ເປັນ​ກະສັດ​ແຫ່ງ​ຢູດາຍ ທີ່​ໄດ້​ຖືກ​ຈັບ​ໄປ​ບາບີໂລນ​ພ້ອມກັບ​ປະຊາຊົນ​ຢູດາຍ​ນັ້ນ​ກັບຄືນ​ມາ​ຄືກັນ. ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ທຳລາຍ​ການ​ຢູ່ໃຕ້​ບັງຄັບ​ຂອງ​ກະສັດ​ແຫ່ງ​ບາບີໂລນ.”


ຝ່າຍ​ພວກເຈົ້າ​ທັງໝົດ​ທີ່​ເຮົາ​ໄດ້​ສົ່ງ​ມາ​ໃຫ້​ເປັນ​ຊະເລີຍ​ໃນ​ບາບີໂລນ​ນັ້ນ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກ່າວ.


ແຕ່​ເອເບັດ-ເມເຫລັກ ຊາວ​ເອທີໂອເປຍ ຊາຍ​ຕອນ​ທີ່​ເຮັດ​ວຽກ​ໃນ​ວັງ​ຂອງ​ກະສັດ ໄດ້ຍິນ​ວ່າ​ພວກເຂົາ​ໄດ້​ຈັບ​ຂ້າພະເຈົ້າ​ຢ່ອນ​ລົງ​ໃນ​ນໍ້າສ້າງ. ໃນ​ເວລາ​ນັ້ນ ກະສັດ​ກຳລັງ​ຢູ່​ທີ່​ເດີ່ນ​ຂອງ​ປະຕູ​ເບັນຢາມິນ.


ໃນ​ເວລາ​ນັ້ນ ຊາດ​ອິດສະຣາເອນ​ບໍ່ໄດ້​ມີ​ຊ່າງ​ຕີເຫລັກ​ອີກ​ແລ້ວ ເພາະ​ຊາວ​ຟີລິດສະຕິນ​ຫ້າມ​ບໍ່​ໃຫ້​ຊາວ​ເຮັບເຣີ​ຕີ​ດາບ​ແລະ​ຫອກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka