ເຢເຣມີຢາ 29:18 - ພຣະຄຳພີສັກສິ18 ເຮົາຈະໃຫ້ສົງຄາມ, ການຕາຍອຶດຕາຍຫິວ, ແລະການເຈັບໄຂ້ໄດ້ປ່ວຍໄລ່ຕາມພວກເຂົາໄປ ແລະຊົນຊາດທັງຫລາຍໃນໂລກຈະຕົກໃຈຢ້ານກົວໃນສິ່ງທີ່ພວກເຂົາເຫັນ. ໃນທຸກໆບ່ອນທີ່ເຮົາໄດ້ໃຫ້ພວກເຂົາກະຈັດກະຈາຍໄປ ປະຊາຊົນຈະສະດຸ້ງຕົກໃຈທັງຢ້ານກົວຫຼາຍ ຕໍ່ສິ່ງທີ່ໄດ້ເກີດຂຶ້ນກັບພວກເຂົານັ້ນ. ປະຊາຊົນຈະຫົວເຍາະເຍີ້ຍພວກເຂົາ ແລະໃຊ້ຊື່ຂອງພວກເຂົາເປັນຄຳສາບແຊ່ງ. Uka jalj uñjjattʼäta |
‘ເຮົາຈະເອີ້ນເອົາຊົນຊາດທັງໝົດຈາກທາງທິດເໜືອມາ ພ້ອມກະສັດເນບູກາດເນັດຊາແຫ່ງບາບີໂລນຜູ້ຮັບໃຊ້ຂອງເຮົາ. ເຮົາຈະນຳພວກເຂົາໄປຕໍ່ສູ້ອານາຈັກຢູດາຍພ້ອມກັບພົນລະເມືອງທັງໝົດ ແລະຕໍ່ສູ້ປະເທດໃກ້ຄຽງທັງໝົດດ້ວຍ. ເຮົາຈະທຳລາຍປະເທດນີ້ ແລະປະເທດໃກ້ຄຽງທັງຫລາຍໃຫ້ຮົກຮ້າງເພພັງຕະຫລອດໄປ ຊຶ່ງຈະເປັນສະພາບຕົກສະທ້ານຢ້ານກົວໃຈຫລາຍເມື່ອໄດ້ພົບເຫັນ. ເຮົາຄືພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ເພາະສະນັ້ນ ບັດນີ້ພຣະເຈົ້າຢາເວກ່າວວ່າ ພວກເຈົ້າບໍ່ໄດ້ເຊື່ອຟັງເຮົາ; ພວກເຈົ້າບໍ່ໃຫ້ພີ່ນ້ອງຊາວອິດສະຣາເອນໄດ້ຮັບອິດສະຫລະພາບ. ດີແລ້ວ ບັດນີ້ເຮົາຈະໃຫ້ພວກເຈົ້າໄດ້ມີອິດສະຫລະພາບ, ພຣະເຈົ້າຢາເວກ່າວວ່າ ຄືອິດສະຫລະພາບທີ່ຈະຕາຍໂດຍສົງຄາມ, ການເຈັບໄຂ້ໄດ້ປ່ວຍ ແລະການຕາຍອຶດຕາຍຫິວ. ເຮົາຈະເຮັດໃຫ້ທຸກໆຊົນຊາດໃນໂລກນີ້ຢ້ານກົວຫຼາຍ ຕໍ່ສິ່ງທີ່ເຮົາຈະເຮັດກັບພວກເຂົາ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນກ່າວວ່າ, ‘ເຮົາໂກດຮ້າຍແລະໂກດເຄືອງຊາວນະຄອນເຢຣູຊາເລັມສັນໃດ ເຮົາກໍຈະໂກດເຄືອງພວກເຈົ້າສັນນັ້ນ ຖ້າພວກເຈົ້າໄປປະເທດເອຢິບ. ພວກເຈົ້າຕ່າງກໍຈະເປັນເປົ້າສາຍຕາອັນໜ້າກຽດໜ້າກົວ; ປະຊາຊົນຈະເຍາະເຍີ້ຍພວກເຈົ້າ ແລະໃຊ້ຊື່ຂອງພວກເຈົ້າເປັນຄຳສາບແຊ່ງ. ພວກເຈົ້າຈະບໍ່ເຫັນບ່ອນນີ້ອີກຕໍ່ໄປຈັກເທື່ອ.’
ສຳລັບປະຊາຊົນຢູດາທີ່ຍັງເຫລືອແລະຕັ້ງໃຈໄປຢູ່ໃນເອຢິບນັ້ນ ເຮົາຈະເຮັດໃຫ້ພວກເຂົາຖືກທຳລາຍໄປຢ່າງໝົດສິ້ນ. ພວກເຂົາທັງໝົດບໍ່ວ່າໃຫຍ່ຫລືນ້ອຍຈະຕາຍໃນເອຢິບ ຄືຕາຍໃນສົງຄາມຫລືຕາຍຍ້ອນການອຶກຢາກ. ພວກເຂົາຈະເປັນເປົ້າສາຍຕາອັນໜ້າກຽດໜ້າກົວ; ຄົນທັງຫລາຍຈະຫົວເຢາະເຢີ້ຍພວກເຂົາແລະໃຊ້ຊື່ຂອງພວກເຂົາເປັນຄຳສາບແຊ່ງ.
ປະຊາຊົນຢູດາແລະອິດສະຣາເອນເອີຍ ໃນອະດີດນັ້ນ ຊາວຕ່າງດ້າວໄດ້ສາບແຊ່ງກັນແລະກັນວ່າ, ‘ໃຫ້ໄພພິບັດທີ່ຕົກຖືກຢູດາແລະອິດສະຣາເອນນັ້ນ ຕົກຖືກພວກເຈົ້າເຊັ່ນກັນ’ ແຕ່ເຮົາຈະຊ່ວຍພວກເຈົ້າໃຫ້ພົ້ນໄພ; ແລ້ວບັນດາຄົນຕ່າງດ້າວເຫຼົ່ານັ້ນກໍຈະເວົ້າຕໍ່ກັນແລະກັນວ່າ, ‘ຂໍໃຫ້ພຣະພອນທີ່ໄດ້ມາສູ່ຢູດາແລະອິດສະຣາເອນນັ້ນ ມາສູ່ພວກເຈົ້າເຊັ່ນກັນ.’ ສະນັ້ນ ຈົ່ງກ້າຫານແລະຢ່າຢ້ານກົວເລີຍ.”