ເຢເຣມີຢາ 29:17 - ພຣະຄຳພີສັກສິ17 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, ‘ເຮົາກຳລັງຈະນຳສົງຄາມ, ການຕາຍອຶດຕາຍຫິວ, ການເຈັບໄຂ້ໄດ້ປ່ວຍມາສູ່ພວກເຂົາ ແລະເຮົາຈະເຮັດໃຫ້ພວກເຂົາເປັນດັ່ງໝາກເດື່ອເນົ່າຈົນກິນບໍ່ໄດ້. Uka jalj uñjjattʼäta |
ເຮົາຈະໃຫ້ສົງຄາມ, ການຕາຍອຶດຕາຍຫິວ, ແລະການເຈັບໄຂ້ໄດ້ປ່ວຍໄລ່ຕາມພວກເຂົາໄປ ແລະຊົນຊາດທັງຫລາຍໃນໂລກຈະຕົກໃຈຢ້ານກົວໃນສິ່ງທີ່ພວກເຂົາເຫັນ. ໃນທຸກໆບ່ອນທີ່ເຮົາໄດ້ໃຫ້ພວກເຂົາກະຈັດກະຈາຍໄປ ປະຊາຊົນຈະສະດຸ້ງຕົກໃຈທັງຢ້ານກົວຫຼາຍ ຕໍ່ສິ່ງທີ່ໄດ້ເກີດຂຶ້ນກັບພວກເຂົານັ້ນ. ປະຊາຊົນຈະຫົວເຍາະເຍີ້ຍພວກເຂົາ ແລະໃຊ້ຊື່ຂອງພວກເຂົາເປັນຄຳສາບແຊ່ງ.