ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນກ່າວກ່ຽວກັບອາຮາບລູກຊາຍຂອງໂກໄລຢາ ແລະເຊເດກີຢາລູກຊາຍຂອງມາອາເສອີຢາ ທີ່ກຳລັງເວົ້າຕົວະໃນນາມຂອງພຣະອົງວ່າ: ‘ເຮົາຈະໃຫ້ພວກເຂົາ ຕົກຢູ່ໃນກຳມືຂອງກະສັດເນບູກາດເນັດຊາແຫ່ງບາບີໂລນ. ລາວຈະປະຫານຊີວິດພວກເຂົາຕໍ່ໜ້າຕໍ່ຕາພວກເຈົ້າ.