Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 29:14 - ພຣະຄຳພີສັກສິ

14 ພວກເຈົ້າ​ຈະ​ພົບ​ເຮົາ​ແທ້ໆ,’ ພຣະເຈົ້າຢາເວ​ກ່າວ​ວ່າ, ‘ແລະ​ເຮົາ​ຈະ​ປົວແປງ​ພວກເຈົ້າ​ຂຶ້ນ​ໃໝ່​ຢູ່​ໃນ​ປະເທດ​ຂອງ​ພວກເຈົ້າ​ເອງ. ເຮົາ​ຈະ​ເຕົ້າໂຮມ​ພວກເຈົ້າ​ຈາກ​ທຸກໆ​ປະເທດ​ແລະ​ຈາກ​ທຸກໆ​ບ່ອນ ຊຶ່ງ​ເຮົາ​ໄດ້​ໃຫ້​ພວກເຈົ້າ​ກະຈັດ​ກະຈາຍ​ໄປ​ນັ້ນ’ ພຣະເຈົ້າຢາເວ​ກ່າວ​ວ່າ ‘ແລະ​ເຮົາ​ຈະ​ນຳ​ພວກເຈົ້າ​ກັບຄືນ​ມາ​ສູ່​ດິນແດນ ຊຶ່ງ​ເຮົາ​ໄດ້​ສົ່ງ​ພວກເຈົ້າ​ໄປ​ເປັນ​ຊະເລີຍ​ນັ້ນ.’

Uka jalj uñjjattʼäta Copia luraña




ເຢເຣມີຢາ 29:14
44 Jak'a apnaqawi uñst'ayäwi  

ຕໍ່ມາ​ເພິ່ນ​ໄດ້​ກ່າວ​ແກ່​ໂຊໂລໂມນ​ວ່າ, “ລູກເອີຍ ເຈົ້າ​ຈົ່ງ​ຮໍ່າຮຽນ​ໃຫ້​ຮູ້ຈັກ​ພຣະເຈົ້າ​ອົງ​ທີ່​ພໍ່​ໄດ້​ຮັບໃຊ້​ນີ້​ໃຫ້​ດີໆ ແລະ​ຈົ່ງ​ບົວລະບັດ​ຮັບໃຊ້​ພຣະອົງ​ດ້ວຍ​ສຸດໃຈ​ແລະ​ສຸດ​ຄວາມຄິດ. ພຣະເຈົ້າຢາເວ​ຮູ້​ຄວາມຄິດ​ແລະ​ຄວາມ​ປາຖະໜາ​ທັງໝົດ​ຂອງ​ພວກເຮົາ. ຖ້າ​ເຈົ້າ​ສະແຫວງ​ຫາ​ພຣະອົງ ພຣະອົງ​ກໍ​ຈະ​ໃຫ້​ເຈົ້າ​ໄດ້​ພົບ​ກັບ​ພຣະອົງ, ແຕ່​ຖ້າ​ເຈົ້າ​ຫັນໜ້າ​ໜີໄປ​ຈາກ​ພຣະອົງ ພຣະອົງ​ກໍ​ຈະ​ປະຖິ້ມ​ເຈົ້າ​ຕະຫລອດໄປ.


ເມື່ອ​ພຣະເຈົ້າຢາເວ​ນຳ​ພວກເຮົາ ຄືນ​ມາ​ສູ່​ນະຄອນ​ເຢຣູຊາເລັມ ເລື່ອງ​ທັງໝົດ​ຈຶ່ງ​ເປັນ​ດັ່ງ​ຄວາມຝັນ


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ເຮັດ​ໃຫ້​ຈະເລີນ​ຮຸ່ງເຮືອງ​ຄືນ​ໃໝ່ ດັ່ງ​ສາຍຝົນ​ຄືນ​ມາ​ສູ່​ຫ້ວຍນໍ້າ​ທີ່​ເນເກັບ.


ສະນັ້ນ ປະຊາຊົນ​ທຸກ​ທົ່ວ​ໜ້າ ທີ່​ຈົງຮັກ​ພັກດີ​ຕໍ່​ພຣະອົງ ຄວນ​ພາວັນນາ​ອະທິຖານ​ຫາ​ພຣະອົງ​ເມື່ອ​ຄາວ​ຈຳເປັນ ເມື່ອ​ຄວາມ​ທົນທຸກ​ລຳບາກ​ດັ່ງ​ນໍ້າ​ມາກ​ໄຫລຫລັ່ງ​ເຂົ້າ​ມາ ກໍ​ຈະ​ບໍ່​ໄຫລ​ຖ້ວມ​ເຖິງ​ພວກເຂົາ​ຢ່າງ​ເດັດຂາດ.


ພຣະເຈົ້າ​ເປັນ​ທີ່​ກຳບັງ​ແລະ​ກຳລັງ​ຂອງ​ພວກ​ຂ້ານ້ອຍ ພຣະອົງ​ພ້ອມ​ຊ່ວຍເຫຼືອ​ໃນ​ຄາວ​ພວກ​ຂ້ານ້ອຍ​ຍາກ​ລຳບາກ.


ອີກເທື່ອໜຶ່ງ ພຣະເຈົ້າຢາເວ​ຈະ​ເມດຕາ​ປະຊາຊົນ​ອິດສະຣາເອນ ແລະ​ຈະ​ເລືອກ​ພວກເຂົາ​ເອງ​ໃຫ້​ເປັນ​ພວກ​ຂອງ​ພຣະອົງ. ພຣະອົງ​ຈະ​ໃຫ້​ພວກເຂົາ​ມາ​ຢູ່​ໃນ​ດິນແດນ​ຂອງ​ພວກເຂົາ​ເອງ​ອີກ ແລະ​ຊາວ​ຕ່າງດ້າວ​ກໍ​ຈະ​ມາ​ອາໄສ​ຢູ່​ນຳ​ໃນ​ທີ່ນັ້ນ.


ສະນັ້ນ ຢ່າ​ສູ່ຢ້ານກົວ​ແຕ່​ຢ່າງໃດ​ເລີຍ ຝ່າຍ​ເຮົາ​ສະຖິດ​ຢູ່​ກັບ​ພວກເຈົ້າ. ແຕ່​ທີ່​ໄກ​ສຸດ​ທາງ​ຕາເວັນອອກ​ແລະ​ຕາເວັນຕົກ ເຮົາ​ຈະ​ນຳ​ຄົນ​ຂອງເຈົ້າ​ກັບຄືນ​ມາ​ບ້ານ.


ເຮົາ​ຈະ​ບອກ​ທິດເໜືອ​ປ່ອຍ​ໃຫ້​ພວກເຂົາ​ໄປ ແລະ​ບອກ​ທິດໃຕ້​ບໍ່​ໃຫ້​ຈ່ອງດຶງ​ພວກເຂົາ​ໄວ້. ຈົ່ງ​ປ່ອຍ​ປະຊາຊົນ​ຂອງເຮົາ​ໃຫ້​ຄືນມາ​ແຕ່​ທີ່​ໄກຫ່າງ ຈາກ​ທຸກໆ​ມຸມ​ແຜ່ນດິນ​ໂລກ​ພຸ້ນ​ເດີ.


ເຮົາ​ບໍ່ໄດ້​ກ່າວ​ໃນ​ບ່ອນ​ທີ່​ລັບລີ້​ເລີຍ ຫລື​ປິດບັງ​ຈຸດ​ມຸ່ງໝາຍ​ຂອງເຮົາ​ໄວ້. ເຮົາ​ບໍ່ໄດ້​ຮ້ອງຂໍ​ໃຫ້​ປະຊາຊົນ​ອິດສະຣາເອນ ຊອກ​ຄົ້ນ​ຫາ​ເຮົາ​ໃນ​ບ່ອນ​ເປົ່າຮ້າງ. ເຮົາ​ຄື​ພຣະເຈົ້າຢາເວ​ກ່າວ​ແຕ່​ຄວາມຈິງ ເຮັດ​ໃຫ້​ທຸກຄົນ​ຮູ້ຈັກ​ແຕ່​ສິ່ງ​ທີ່​ຖືກຕ້ອງ.”


ຈົ່ງ​ສະແຫວງຫາ​ພຣະເຈົ້າຢາເວ​ໃນ​ຂະນະທີ່​ຈະ​ພົບ​ພຣະອົງ​ໄດ້ ຈົ່ງ​ພາວັນນາ​ອະທິຖານ​ຕໍ່ ພຣະອົງ​ໃນ​ຂະນະທີ່​ພຣະອົງ​ສະຖິດ​ຢູ່​ໃກ້.


ແຕ່​ຫລັງຈາກ​ເຮົາ​ໄດ້​ກວາດຕ້ອນ​ພວກເຂົາ​ໄປ​ແລ້ວ ເຮົາ​ຈະ​ເມດຕາ​ພວກເຂົາ; ເຮົາ​ຈະ​ນຳ​ແຕ່ລະ​ຊົນຊາດ​ໃຫ້​ກັບຄືນ​ມາ​ສູ່​ດິນແດນ​ທີ່​ເປັນ​ຂອງຕົນເອງ ແລະ​ສູ່​ປະເທດ​ທີ່​ເປັນ​ຂອງ​ພວກເຂົາ.


“ປະຊາຊົນ​ຜູ້​ທີ່​ບໍ່​ສັດຊື່​ເອີຍ ຈົ່ງ​ກັບຄືນ​ມາ​ຫາ​ເຮົາ​ເຖີດ, ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ ເພາະ​ພວກເຈົ້າ​ເປັນ​ຂອງເຮົາ. ເຮົາ​ຈະ​ເອົາ​ຄົນ​ໜຶ່ງ​ໃນ​ພວກເຈົ້າ​ຈາກ​ແຕ່ລະ​ເມືອງ ແລະ​ສອງ​ຄົນ​ຈາກ​ແຕ່ລະ​ຕະກຸນ ແລະ​ເຮົາ​ຈະ​ນຳ​ພວກເຈົ້າ​ກັບຄືນ​ມາ​ສູ່​ພູເຂົາ​ຊີໂອນ.


“ປະຊາຊົນ​ຂອງເຮົາ​ເອີຍ ພວກເຈົ້າ​ຢ່າ​ຢ້ານ​ເລີຍ ປະຊາຊົນ​ອິດສະຣາເອນ​ເອີຍ ຢ່າ​ແຕກຕື່ນ​ເທາະ ພຣະເຈົ້າຢາເວ​ກ່າວ​ວ່າ: ເຮົາ​ຈະ​ຊ່ວຍກູ້​ເອົາ​ພວກເຈົ້າ​ມາ​ຈາກ​ແດນ​ຫ່າງໄກ ຈາກ​ດິນແດນ​ພວກເຈົ້າ​ຕົກ​ໄປ​ເປັນ​ຊະເລີຍ​ນັ້ນ. ພວກເຈົ້າ​ຈະ​ກັບຄືນ​ມາ​ບ້ານ ທັງ​ມີ​ຊີວິດ​ຢ່າງ​ສັນຕິສຸກ ຈະ​ປອດໄພ​ແລະ​ຈະ​ບໍ່ມີ​ຜູ້ໃດ​ເຮັດ​ໃຫ້​ພວກເຈົ້າ​ຢ້ານ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ຈະ​ສ້າງ​ປະຊາຊົນ​ເຮົາ​ຂຶ້ນ​ໃໝ່ ໃນ​ດິນແດນ​ຂອງ​ເຂົາ ແລະ​ຈະ​ເມດຕາ​ຕໍ່​ທຸກໆ​ບ້ານ ເຮົາ​ຈະ​ກໍ່ສ້າງ​ນະຄອນ​ເຢຣູຊາເລັມ​ຂຶ້ນໃໝ່ ຜາສາດ​ຣາຊວັງ​ກໍ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່​ຄືກັນ.


ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ ເພາະ​ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຮົາ​ຈະ​ປົວແປງ​ປະຊາຊົນ​ຂອງເຮົາ​ຂຶ້ນໃໝ່ ຄື​ປະຊາຊົນ​ອິດສະຣາເອນ​ແລະ​ຢູດາ. ເຮົາ​ຈະ​ນຳ​ພວກເຂົາ​ຄືນ​ມາ​ສູ່​ດິນແດນ ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ບັນພະບຸລຸດ​ຂອງ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ເປັນ​ກຳມະສິດ​ດິນແດນ​ນັ້ນ​ອີກ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: “ຈົ່ງ​ເຊົາ​ຮ້ອງໄຫ້​ແລະ​ເຊັດ​ນໍ້າຕາ​ຂອງເຈົ້າ​ສາ ທຸກສິ່ງ​ທີ່​ເຈົ້າ​ໄດ້​ກະທຳ​ເພື່ອ​ລູກ​ຂອງເຈົ້າ​ນັ້ນ ຈະ​ເສຍລ້າໆ​ໂດຍ​ບໍ່ໄດ້​ຮັບ​ບຳເໜັດ​ກໍ​ບໍ່​ຫ່ອນ​ເປັນ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: “ພວກເຂົາ​ຈະ​ກັບ​ມາ​ຈາກ​ດິນແດນ​ສັດຕູ​ຂອງ​ພວກເຂົາ.


ພຣະເຈົ້າຢາເວ​ກ່າວ​ວ່າ, ຄວາມຫວັງ​ຂ້າງໜ້າ​ຂອງເຈົ້າ ຄື​ລູກໆ​ຂອງເຈົ້າ​ຈະ​ກັບ​ມາ.”


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, “ເມື່ອ​ເຮົາ​ປົວແປງ​ປະຊາຊົນ​ຂອງເຮົາ​ໃນ​ດິນແດນ​ຂອງ​ພວກເຂົາ​ໃຫ້​ດີ​ຄື​ເກົ່າ​ແລ້ວ ພວກເຂົາ​ຈະ​ເວົ້າ​ໃນ​ດິນແດນ​ຂອງ​ຢູດາຍ​ແລະ​ຂອງ​ພວກເຂົາ​ເອງ​ອີກເທື່ອໜຶ່ງ​ວ່າ, ‘ຂໍ​ພຣະເຈົ້າຢາເວ​ອວຍພອນ​ເຈົ້າ ເນີນພູ​ສັກສິດ ນະຄອນ​ເຢຣູຊາເລັມ​ບ່ອນ​ສັກສິດ​ທີ່​ພຣະອົງ​ສະຖິດ​ຢູ່.’


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຂອງເຮົາ​ເອີຍ ຈົ່ງ​ໂຮຮ້ອງ​ຂຶ້ນ​ວ່າ, ‘ພຣະເຈົ້າຢາເວ​ໄດ້​ສຳແດງ​ໃຫ້​ເຫັນ​ວ່າ ພວກເຮົາ​ເປັນ​ຝ່າຍ​ຖືກຕ້ອງ. ຈົ່ງ​ໄປ​ບອກ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ເຮັດ​ສູ່​ຊາວ​ນະຄອນ​ເຢຣູຊາເລັມ​ຟັງ.”’


ສ່ວນ​ປະຊາຊົນ​ຂອງ​ຊາດ​ອັນ​ຊົ່ວຮ້າຍ​ທີ່​ຍັງເຫລືອ​ຢູ່​ນີ້ ຄື​ພວກ​ທີ່​ອາໄສ​ຢູ່​ໃນ​ບ່ອນ​ທີ່​ເຮົາ​ໄດ້​ເຮັດ​ໃຫ້​ກະຈັດ​ກະຈາຍ​ໄປ​ນັ້ນ ຈະ​ຢາກ​ຕາຍ​ຫລາຍກວ່າ​ທີ່​ຢາກ​ຈະ​ມີ​ຊີວິດ​ຢູ່.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫລະ.


ແລ້ວ​ຈົ່ງ​ບອກ​ພວກເຂົາ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ: ເຮົາ​ຈະ​ເອົາ​ປະຊາຊົນ​ຂອງເຮົາ​ອອກ​ມາ​ຈາກ​ຊົນຊາດ​ທັງຫລາຍ ບ່ອນ​ທີ່​ພວກເຂົາ​ໄດ້​ຖືກ​ຈັບ​ໄປ, ຈະ​ທ້ອນໂຮມ​ພວກເຂົາ​ເຂົ້າກັນ ແລະ​ຈະ​ນຳ​ພວກເຂົາ​ກັບຄືນ​ມາ​ສູ່​ດິນແດນ​ຂອງ​ພວກເຂົາ​ເອງ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ແຕ່​ບັດນີ້ ເຮົາ​ຈະ​ເມດຕາ​ເຊື້ອສາຍ​ຂອງ​ຢາໂຄບ ຄື​ປະຊາຊົນ​ອິດສະຣາເອນ ແລະ​ເຮັດ​ໃຫ້​ພວກເຂົາ​ຮຸ່ງເຮືອງ​ຂຶ້ນ​ໃໝ່. ເຮົາ​ຈະ​ຫວງແຫນ​ນາມ​ອັນ​ບໍຣິສຸດ​ຂອງເຮົາ.


ເຮົາ​ຈະ​ນຳ​ປະຊາຊົນ​ຂອງເຮົາ​ຄືນ​ສູ່​ດິນ​ເດີມ​ຂອງ​ພວກເຂົາ ສ້າງ​ເມືອງ​ເພພັງ​ຂຶ້ນ​ໃໝ່ ແລະ​ອາໄສ​ຢູ່​ທີ່​ນັ້ນ; ພວກເຂົາ​ຈະ​ເຮັດ​ສວນອະງຸ່ນ​ອີກ ແລະ​ດື່ມ​ເຫຼົ້າ​ອະງຸ່ນ ພວກເຂົາ​ຈະ​ເຮັດ​ສວນ​ຜັກ​ແລະ​ກິນ​ເຄື່ອງ​ປູກຝັງ​ນັ້ນ.


ແຕ່​ຊົນຊາດ​ເຫຼົ່ານີ້​ບໍ່​ຮູ້ຈັກ​ຄວາມຄິດ​ຂອງ​ພຣະເຈົ້າຢາເວ ພວກເຂົາ​ສຳນຶກ​ບໍ່ໄດ້​ເລີຍ​ວ່າ ພຣະອົງ​ໄດ້​ວາງແຜນ​ທ້ອນໂຮມ ເພື່ອ​ເອົາ​ພວກເຂົາ​ມາ​ລົງໂທດ ເຊັ່ນດຽວ​ກັບ​ໂຮມ​ເອົາ​ມັດ​ເຂົ້າ​ມາ​ຟາດ​ໃນ​ລານ.


ເວລາ​ນັ້ນ​ກຳລັງ​ມາ ເຮົາ​ຈະ​ນຳ​ພວກເຈົ້າ​ທີ່​ຖືກ​ແຕກ​ກະຈັດ​ກະຈາຍ​ໄປ ກັບຄືນ​ມາ​ບ້ານ. ເຮົາ​ຈະ​ເຮັດ​ໃຫ້​ພວກເຈົ້າ​ມີ​ຊື່ສຽງ​ໂດ່ງດັງ​ທົ່ວ​ພິພົບ ເຮັດ​ໃຫ້​ພວກເຈົ້າ​ຈະເລີນ​ຮຸ່ງເຮືອງ​ອີກເທື່ອໜຶ່ງ​ໃດ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ຝ່າຍ​ເອຊາຢາ​ກ້າ​ກ່າວ​ວ່າ, “ຄົນ​ເຫຼົ່ານັ້ນ​ບໍ່ໄດ້​ສະແຫວງ​ຫາ​ເຮົາ​ ກໍ​ພົບ​ເຮົາ ແລະ​ເຮົາ​ກໍ​ໄດ້​ປາກົດ​ແກ່ ຜູ້​ທີ່​ບໍ່ໄດ້​ຖາມ​ຫາ​ເຮົາ.”


“ບັດນີ້ ຂ້າພະເຈົ້າ​ຂໍ​ໃຫ້​ພວກເຈົ້າ​ເລືອກ​ເອົາ ລະຫວ່າງ​ຄຳອວຍພອນ​ແລະ​ຄຳສາບແຊ່ງ. ເມື່ອ​ເຫດການ​ເຫຼົ່ານີ້​ທັງໝົດ​ໄດ້​ເກີດຂຶ້ນ​ກັບ​ພວກເຈົ້າ​ແລ້ວ ແລະ​ພວກເຈົ້າ​ກຳລັງ​ອາໄສ​ຢູ່​ທ່າມກາງ​ຊົນຊາດ​ຕ່າງໆ ບ່ອນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ກະຈັດ​ກະຈາຍ​ໄປ​ນັ້ນ; ພວກເຈົ້າ​ກໍ​ຈະ​ຈົດຈຳ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ບອກ​ໃຫ້​ພວກເຈົ້າ​ເລືອກ​ເອົາ.


ແລ້ວ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກໍ​ຈະ​ຫັນ​ມາ​ເມດຕາ​ພວກເຈົ້າ. ພຣະອົງ​ຈະ​ນຳ​ພວກເຈົ້າ​ກັບຄືນ​ມາ​ຈາກ​ຊົນຊາດ​ຕ່າງໆ ບ່ອນ​ທີ່​ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ກະຈັດ​ກະຈາຍ​ໄປ​ອາໄສ​ຢູ່​ນັ້ນ ແລະ​ຈະ​ເຮັດ​ໃຫ້​ພວກເຈົ້າ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ໃໝ່.


ເພື່ອ​ວ່າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ນຳພາ​ພວກເຈົ້າ​ສູ່​ດິນແດນ​ທີ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ເຄີຍ​ອາໄສ​ຢູ່​ມາ​ແຕ່​ກ່ອນ​ນັ້ນ​ອີກ. ແລ້ວ​ພຣະອົງ​ກໍ​ຈະ​ເຮັດ​ໃຫ້​ພວກເຈົ້າ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ ແລະ​ມີ​ຈຳນວນ​ຄົນ​ຫລາຍກວ່າ​ທີ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ເຄີຍເປັນ​ມາກ່ອນ.


ບໍ່ມີ​ຊົນຊາດ​ອື່ນ​ໃດ ເຖິງ​ວ່າ​ຍິ່ງໃຫຍ່​ພຽງໃດ​ກໍຕາມ ທີ່​ມີ​ພຣະເຈົ້າ​ຢູ່​ໃກ້ຊິດ​ເມື່ອ​ພວກເຂົາ​ຕ້ອງການ​ຄວາມ​ຊ່ວຍເຫລືອ ເໝືອນ​ດັ່ງ​ທີ່​ພວກເຮົາ​ມີ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ. ພວກເຮົາ​ຮ້ອງ​ຫາ​ພຣະອົງ​ໃຫ້​ຊ່ວຍເຫລືອ​ເມື່ອໃດ ພຣະອົງ​ກໍ​ຕອບ​ພວກເຮົາ​ເມື່ອນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka