ເຢເຣມີຢາ 29:13 - ພຣະຄຳພີສັກສິ13 ຖ້າພວກເຈົ້າຊອກຫາເຮົາຢ່າງໝົດຈິດໝົດໃຈ ພວກເຈົ້າກໍຈະພົບເຮົາ Uka jalj uñjjattʼäta |
ເພິ່ນໄດ້ຢືນທີ່ຂ້າງເສົາບ່ອນທີ່ຖືກຈັດໄວ້ສຳລັບເພິ່ນ ແລະໄດ້ເຮັດພັນທະສັນຍາຕໍ່ໜ້າພຣະເຈົ້າຢາເວວ່າ ຈະເຊື່ອຟັງພຣະເຈົ້າຢາເວ, ຈະຖືຮັກສາກົດບັນຍັດ ແລະຂໍ້ຄຳສັ່ງຂອງພຣະອົງດ້ວຍສຸດໃຈ ແລະສຸດຈິດ ແລະຈະປະຕິບັດຕາມຄຳຮຽກຮ້ອງທີ່ມີຂັດຕິດຢູ່ໃນພັນທະສັນຍາ ຕາມທີ່ໄດ້ມີຂຽນໄວ້ໃນປື້ມນັ້ນ. ຝ່າຍປະຊາຊົນທຸກຄົນຕ່າງກໍໄດ້ສັນຍາວ່າ ຈະຖືຮັກສາພັນທະສັນຍານັ້ນ.
ຕໍ່ມາເພິ່ນໄດ້ກ່າວແກ່ໂຊໂລໂມນວ່າ, “ລູກເອີຍ ເຈົ້າຈົ່ງຮໍ່າຮຽນໃຫ້ຮູ້ຈັກພຣະເຈົ້າອົງທີ່ພໍ່ໄດ້ຮັບໃຊ້ນີ້ໃຫ້ດີໆ ແລະຈົ່ງບົວລະບັດຮັບໃຊ້ພຣະອົງດ້ວຍສຸດໃຈແລະສຸດຄວາມຄິດ. ພຣະເຈົ້າຢາເວຮູ້ຄວາມຄິດແລະຄວາມປາຖະໜາທັງໝົດຂອງພວກເຮົາ. ຖ້າເຈົ້າສະແຫວງຫາພຣະອົງ ພຣະອົງກໍຈະໃຫ້ເຈົ້າໄດ້ພົບກັບພຣະອົງ, ແຕ່ຖ້າເຈົ້າຫັນໜ້າໜີໄປຈາກພຣະອົງ ພຣະອົງກໍຈະປະຖິ້ມເຈົ້າຕະຫລອດໄປ.
ແລ້ວລາວກໍໄດ້ຄົ້ນຫາອາຮາຊີຢາ ແລະຮູ້ວ່າເພິ່ນໄດ້ໄປລີ້ຢູ່ນະຄອນຊາມາເຣຍ. ພວກເຂົາໄດ້ນຳຕົວເພິ່ນມາຫາເຢຮູ ແລະລາວໄດ້ປະຫານຊີວິດເພິ່ນເສຍ. ແຕ່ພວກເຂົາໄດ້ຝັງສົບຂອງເພິ່ນໄວ້ຢ່າງມີກຽດ ເພາະເຫັນແກ່ກະສັດເຢໂຮຊາຟັດພໍ່ປູ່ຂອງເພິ່ນ, ຜູ້ທີ່ໄດ້ເຮັດທຸກໆສິ່ງຕາມທີ່ເພິ່ນສາມາດເຮັດໄດ້ ເພື່ອຮັບໃຊ້ພຣະເຈົ້າຢາເວ. ບໍ່ມີຜູ້ໃດໃນຣາຊວົງຂອງອາຮາຊີຢາຍັງເຫລືອຢູ່ ເພື່ອໃຫ້ປົກຄອງອານາຈັກຕໍ່ໄປ.