Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 29:10 - ພຣະຄຳພີສັກສິ

10 ພຣະເຈົ້າຢາເວ​ກ່າວ​ວ່າ, ‘ເມື່ອ​ຢູ່​ນະຄອນ​ບາບີໂລນ​ຄົບ​ເຈັດສິບ​ປີ ແລ້ວ​ເຮົາ​ກໍ​ຈະ​ສະແດງ​ຄວາມ​ຫ່ວງໃຍ​ຂອງເຮົາ​ສຳລັບ​ພວກເຈົ້າ ທັງ​ຈະ​ຮັກສາ​ຄຳສັນຍາ​ຂອງເຮົາ​ທີ່​ວ່າ ຈະ​ນຳ​ພວກເຈົ້າ​ກັບຄືນ​ມາ​ສູ່​ບ້ານເກີດ​ເມືອງນອນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 29:10
22 Jak'a apnaqawi uñst'ayäwi  

ເພື່ອ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ລ່ວງໜ້າ ຜ່ານ​ປາກ​ຂອງ​ຜູ້ທຳນວາຍ​ເຢເຣມີຢາ​ກາຍ​ເປັນຈິງ ຄື​ວ່າ: ດິນແດນ​ຈະ​ຮ້າງ​ວ່າງເປົ່າ​ເປັນ​ເວລາ​ເຈັດສິບ​ປີ ເພື່ອ​ຊົດເຊີຍ​ການ​ພັກຜ່ອນ​ສຳລັບ​ວັນ​ຊະບາໂຕ ຊຶ່ງ​ພວກເຂົາ​ບໍ່ໄດ້​ຢຶດຖື.


ໃນ​ປີ​ທີ​ໜຶ່ງ ຊຶ່ງ​ກະສັດ​ໄຊຣັດ​ແຫ່ງ​ເປີເຊຍ​ໄດ້​ຂຶ້ນ​ເປັນ​ຈັກກະພັດ ພຣະເຈົ້າຢາເວ​ໄດ້​ເຮັດ​ຕາມ​ຖ້ອຍຄຳ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້ ຜ່ານ​ທາງ​ຜູ້ທຳນວາຍ​ເຢເຣມີຢາ. ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ກະສັດ​ໄຊຣັດ​ອອກ​ຄຳສັ່ງ​ປະກາດ​ໄປ​ທົ່ວ​ທຸກໆ​ບ່ອນ​ໃນ​ອານາຈັກ​ຂອງເພິ່ນ ໂດຍ​ມີ​ຖ້ອຍຄຳ​ດັ່ງນີ້:


ໃນ​ປີ​ທຳອິດ​ທີ່​ກະສັດ​ໄຊຣັດ​ແຫ່ງ​ເປີເຊຍ​ຂຶ້ນ​ເປັນ​ຈັກກະພັດ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ຜ່ານ​ປາກ​ຜູ້ທຳນວາຍ​ເຢເຣມີຢາ​ກາຍເປັນ​ຈິງ. ພຣະເຈົ້າຢາເວ​ໄດ້​ດົນໃຈ​ກະສັດ​ໄຊຣັດ​ໃຫ້​ອອກ​ຄຳສັ່ງ ແລະ​ຂຽນ​ຂໍ້ຄຳສັ່ງ​ນັ້ນ​ສົ່ງ​ອອກ​ໄປ ແລະ​ໃຫ້​ອ່ານ​ດັງໆ​ຕາມ​ທຸກບ່ອນ​ທົ່ວ​ອານາຈັກ​ຂອງ​ເພິ່ນ ໂດຍ​ມີ​ຂໍ້​ຄວາມ​ດັ່ງນີ້:


“ຕໍ່ໄປນີ້​ແມ່ນ​ຄຳສັ່ງ​ຂອງ​ກະສັດ​ໄຊຣັດ ຈັກກະພັດ​ແຫ່ງ​ເປີເຊຍ. ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ສະຫວັນ ໄດ້​ໃຫ້​ຂ້າພະເຈົ້າ​ປົກຄອງ​ອານາຈັກ​ທັງໝົດ​ທົ່ວທັງ​ແຜ່ນດິນ​ໂລກ ແລະ​ໃຫ້​ຂ້າພະເຈົ້າ​ຮັບຜິດຊອບ​ສ້າງ​ວິຫານ​ຫລັງ​ໜຶ່ງ​ຂຶ້ນ​ໃຫ້​ພຣະອົງ​ທີ່​ນະຄອນ​ເຢຣູຊາເລັມ​ໃນ​ຢູດາຍ.


ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ​ຮັກ​ເມືອງ​ນີ້​ຫລາຍ ແມ່ນ​ວ່າ​ຖືກ​ທຳລາຍ​ມາ​ແລ້ວ​ກໍຕາມ, ແຕ່​ເຂົາ​ເຫຼົ່ານັ້ນ​ກໍ​ຍັງ​ເມດຕາ​ສົງສານ ເຖິງ​ວ່າ​ເປັນ​ເມືອງ​ຮົກຮ້າງ​ເພພັງ​ກໍຕາມ.


ດິນແດນ​ທັງໝົດ​ນີ້​ຈະ​ຖືກ​ປະປ່ອຍ​ໃຫ້​ຮົກຮ້າງ​ເພພັງ ຊຶ່ງ​ຈະ​ເປັນ​ສະພາບ​ຕົກ​ສະທ້ານ​ຢ້ານກົວ​ໃຈ​ຫລາຍ​ເມື່ອ​ໄດ້​ພົບເຫັນ; ແລະ​ປະເທດ​ໃກ້ຄຽງ​ຈະ​ຮັບໃຊ້​ກະສັດ​ແຫ່ງ​ບາບີໂລນ​ເປັນ​ເວລາ​ເຈັດສິບ​ປີ.


ຫລັງຈາກ​ນັ້ນ ເຮົາ​ຈະ​ລົງໂທດ​ບາບີໂລນ​ພ້ອມທັງ​ກະສັດ ເພາະ​ບາບ​ຂອງ​ພວກເຂົາ. ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ທຳລາຍ​ປະເທດ​ນີ້​ໃຫ້​ຮົກຮ້າງ​ເພພັງ​ຕະຫລອດໄປ.


ສິ່ງ​ເຫຼົ່ານັ້ນ​ຈະ​ຖືກ​ຂົນ​ໄປ​ບາບີໂລນ ແລະ​ຈະ​ຢູ່​ທີ່​ນັ້ນ ຈົນກວ່າ​ເຮົາ​ຫັນ​ມາ​ສົນໃຈ​ມັນ​ອີກ. ແລ້ວ​ເຮົາ​ກໍ​ຈະ​ນຳ​ຊັບສົມບັດ​ເຫຼົ່ານັ້ນ​ຄືນ​ມາ ແລະ​ສ້າງ​ພວກມັນ​ຂຶ້ນ​ໃໝ່​ໃນ​ບ່ອນ​ນີ້. ເຮົາ​ຄື​ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.”


ຊົນຊາດ​ທັງໝົດ​ຈະ​ຮັບໃຊ້​ລາວ ແລະ​ພວກເຂົາ​ຈະ​ຮັບໃຊ້​ລູກຫລານ​ຂອງ​ລາວ​ດ້ວຍ ຈົນກວ່າ​ເຖິງ​ກຳນົດ​ທີ່​ຊົນຊາດ​ຂອງ​ລາວ​ເອງ​ຫຼົ້ມຈົມ​ໄປ. ແລ້ວ​ຊົນຊາດ​ຂອງ​ລາວ​ກໍ​ຈະ​ຮັບໃຊ້​ຊົນຊາດ​ທັງຫລາຍ ທີ່​ມີ​ອຳນາດ​ແລະ​ບັນດາ​ກະສັດ​ທີ່​ຍິ່ງໃຫຍ່.


ລາວ​ຕ້ອງ​ຖືກ​ບັງຄັບ​ໃຫ້​ເຊົາ​ເວົ້າ ເພາະ​ລາວ​ໄດ້​ເອົາ​ຖ້ອຍຄຳ​ມາ​ໃຫ້​ປະຊາຊົນ​ຢູ່​ໃນ​ບາບີໂລນ​ວ່າ, ພວກເຂົາ​ຈະ​ຕ້ອງ​ເປັນ​ຊະເລີຍເສິກ​ຢູ່​ໃນ​ທີ່ນັ້ນ​ອີກ​ເປັນ​ເວລາ​ດົນນານ ແລະ​ຈະ​ຕ້ອງ​ປຸກ​ບ້ານ​ປຸກ​ເຮືອນ​ຢູ່​ອາໄສ, ເຮັດ​ສວນ​ປູກຝັງ ແລະ​ກິນ​ຜົນລະປູກ ຈາກ​ເຫື່ອແຮງ​ຂອງ​ພວກເຂົາ.”


ນີ້ແມ່ນ​ພຣະເຈົ້າຢາເວ​ກ່າວ​ຄື: ເຮົາ​ຈະ​ລົງໂທດ​ເຊມາອີຢາ​ຊາວ​ເນເຮລາມ​ກັບ​ເຊື້ອສາຍ​ຂອງລາວ ລາວ​ຈະ​ບໍ່​ມີ​ເຊື້ອສາຍ​ຈັກ​ຄົນດຽວ​ອາໄສ​ຢູ່​ໃນ​ທ່າມກາງ​ພວກເຈົ້າ. ລາວ​ຈະ​ບໍ່ມີ​ຊີວິດ​ຢູ່​ໄດ້​ເຫັນ​ສິ່ງ​ດີ​ທັງຫລາຍ ຊຶ່ງ​ເຮົາ​ຈະ​ເຮັດ​ສຳລັບ​ປະຊາຊົນ​ຂອງເຮົາ, ເພາະ​ລາວ​ໄດ້​ສອນ​ພວກເຂົາ​ໃຫ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ.’ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.”


ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ ເພາະ​ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຮົາ​ຈະ​ປົວແປງ​ປະຊາຊົນ​ຂອງເຮົາ​ຂຶ້ນໃໝ່ ຄື​ປະຊາຊົນ​ອິດສະຣາເອນ​ແລະ​ຢູດາ. ເຮົາ​ຈະ​ນຳ​ພວກເຂົາ​ຄືນ​ມາ​ສູ່​ດິນແດນ ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ບັນພະບຸລຸດ​ຂອງ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ເປັນ​ກຳມະສິດ​ດິນແດນ​ນັ້ນ​ອີກ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຮົາ​ຈະ​ໃຫ້​ຄຳສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ປະຊາຊົນ​ອິດສະຣາເອນ ແລະ​ຢູດາ​ເປັນ​ຜົນ​ສຳເລັດ.


ສະນັ້ນ ຈົ່ງ​ບອກ​ພວກເຂົາ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ກ່າວ​ດັ່ງນີ້: ເຮົາ​ຈະ​ເຕົ້າໂຮມ​ພວກເຂົາ​ໃຫ້​ອອກ​ຈາກ​ປະເທດ​ຕ່າງໆ ທີ່​ເຮົາ​ໄດ້​ກະຈັດ​ກະຈາຍ​ພວກເຂົາ​ໄປ​ນັ້ນ; ແລະ​ເຮົາ​ຈະ​ມອບ​ດິນແດນ​ອິດສະຣາເອນ​ຄືນ​ໃຫ້​ແກ່​ພວກເຂົາ.’


ຂ້າພະເຈົ້າ​ໄດ້​ເຂົ້າໃຈ​ຈຳນວນ​ປີ​ໃນ​ໜັງສື​ຕ່າງໆ​ທີ່​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ກັບ​ຜູ້ທຳນວາຍ​ເຢເຣມີຢາ​ວ່າ ນະຄອນ​ເຢຣູຊາເລັມ​ຕ້ອງ​ຕົກ​ໃນ​ສະພາບ​ຮົກຮ້າງ​ເພພັງ​ເປັນ​ເວລາ​ເຈັດສິບ​ປີ.


ຊາວ​ຢູດາ​ຜູ້​ທີ່​ລອດຊີວິດ​ຈະ​ຄຸ້ມຄອງ​ດິນແດນ​ຂອງ​ພວກເຈົ້າ. ພວກເຂົາ​ຈະ​ລ້ຽງ​ຝູງແກະ​ຢູ່​ທີ່​ນັ້ນ ແລະ​ນອນ​ຢູ່​ຕາມ​ເຮືອນ ໃນ​ເມືອງ​ອາຊະເກໂລນ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ຈະ​ສະຖິດ​ຢູ່​ນຳ​ພວກເຂົາ ແລະ​ຈະ​ເຮັດ​ໃຫ້​ພວກເຂົາ​ຈະເລີນ​ຮຸ່ງເຮືອງ​ຂຶ້ນອີກ.


ແລ້ວ​ເທວະດາ​ຂອງ​ພຣະເຈົ້າຢາເວ​ກໍ​ກ່າວ​ວ່າ, “ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ເອີຍ ພຣະອົງ​ໄດ້​ໂກດຮ້າຍ​ນະຄອນ​ເຢຣູຊາເລັມ ແລະ​ເມືອງ​ຂອງ​ຢູດາຍ​ເຖິງ​ເຈັດສິບ​ປີ​ແລ້ວ. ຈະ​ຍັງ​ອີກ​ດົນນານ​ປານໃດ ກ່ອນ​ທີ່​ພຣະອົງ​ຈະ​ໂຜດ​ເມດຕາ​ພວກເຂົາ?”


ຊົງ​ກ່າວ​ວ່າ, “ຈົ່ງ​ບອກ​ປະຊາຊົນ​ໃນ​ດິນແດນ​ນີ້​ແລະ​ພວກ​ປະໂຣຫິດ​ວ່າ, ‘ເມື່ອ​ພວກເຈົ້າ​ໄວ້ທຸກ ແລະ​ຖືສິນ​ອົດອາຫານ​ໃນ​ເດືອນ​ທີ​ຫ້າ ແລະ​ໃນ​ເດືອນ​ທີ​ເຈັດ ຕະຫລອດ​ເຈັດສິບ​ປີ​ນັ້ນ ບໍ່ໄດ້​ເປັນ​ການ​ໃຫ້ກຽດ​ເຮົາ​ເລີຍ.


ຕໍ່ມາ ນາງ​ນາໂອມີ​ໄດ້ຍິນ​ວ່າ ພຣະເຈົ້າຢາເວ​ໄດ້​ອວຍພອນ​ປະຊາຊົນ​ຂອງ​ພຣະອົງ​ໂດຍ​ໃຫ້​ມີ​ການ​ເກັບກ່ຽວ​ໄດ້​ດີ. ສະນັ້ນ ນາງ​ພ້ອມ​ລູກໃພ້​ທັງສອງ​ຈຶ່ງ​ຕຽມຕົວ​ໜີໄປ​ຈາກ​ດິນແດນ​ໂມອາບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka