1 ຂ້າພະເຈົ້າໄດ້ຂຽນໜັງສືສະບັບໜຶ່ງເຖິງພວກປະໂຣຫິດ, ພວກຜູ້ທຳນວາຍ ແລະເຖິງຄົນອື່ນໆທີ່ເຈົ້າເນບູກາດເນັດຊາໄດ້ຈັບພວກເຂົາ ຈາກນະຄອນເຢຣູຊາເລັມໄປເປັນຊະເລີຍທີ່ບາບີໂລນ.
ກະສັດເຢໂຮຍອາກິນພ້ອມທັງແມ່, ພວກລູກຊາຍ, ພວກນາຍທະຫານ ແລະພວກຂ້າຣາຊການປະຈຳວັງກໍພາກັນຈຳນົນຕໍ່ກະສັດແຫ່ງບາບີໂລນ. ໃນຣາຊການປີທີແປດຂອງກະສັດເນບູກາດເນັດຊາ ເພິ່ນໄດ້ຈັບເອົາກະສັດເຢໂຮຍອາກິນໄປເປັນຊະເລີຍ
ເມື່ອຮອດລະດູໃບໄມ້ປົ່ງ ກະສັດເນບູກາເນັດຊາໄດ້ນຳເຢໂຮຍອາກິນໄປເປັນຊະເລີຍທີ່ບາບີໂລນ ພ້ອມທັງນຳຊັບສົມບັດອັນມີຄ່າໃນວິຫານຂອງພຣະເຈົ້າຢາເວໄປກ້ຽງ. ແລ້ວເພິ່ນກໍແຕ່ງຕັ້ງເຊເດກີຢາ ລູງ ຂອງເຢໂຮຍອາກິນ ໃຫ້ຂຶ້ນເປັນກະສັດປົກຄອງຢູດາຍແລະເຢຣູຊາເລັມແທນ.
ແລ້ວມໍເດໄກກໍໄດ້ບັນທຶກເຫດການທັງຫລາຍນີ້ໄວ້ ແລະສົ່ງຈົດໝາຍໄປຫາຊາວຢິວທຸກຄົນ ບໍ່ວ່າຢູ່ໃກ້ ຫລືຢູ່ໄກ ທົ່ວທັງອານາຈັກເປີເຊຍ.
ແລ້ວຮານານີຢາກໍຕາຍໃນເດືອນທີເຈັດຂອງປີດຽວກັນນັ້ນ.
ເຮົາຈະນຳເຢໂຮຍອາກິນ ລູກຊາຍຂອງເຢໂຮຍອາກິມຜູ້ເປັນກະສັດແຫ່ງຢູດາຍ ທີ່ໄດ້ຖືກຈັບໄປບາບີໂລນພ້ອມກັບປະຊາຊົນຢູດາຍນັ້ນກັບຄືນມາຄືກັນ. ພຣະເຈົ້າຢາເວກ່າວວ່າ ເຮົາຈະທຳລາຍການຢູ່ໃຕ້ບັງຄັບຂອງກະສັດແຫ່ງບາບີໂລນ.”
ຝ່າຍພວກເຈົ້າທັງໝົດທີ່ເຮົາໄດ້ສົ່ງມາໃຫ້ເປັນຊະເລີຍໃນບາບີໂລນນັ້ນ ຈົ່ງຟັງຖ້ອຍຄຳທີ່ພຣະເຈົ້າຢາເວກ່າວ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນ ເຕືອນພວກເຈົ້າວ່າ, ‘ຢ່າຍອມໃຫ້ພວກຜູ້ທຳນວາຍທີ່ຢູ່ທ່າມກາງພວກເຈົ້າ ຫລືພວກອື່ນໆທີ່ອ້າງຕົນວ່າເປັນຜູ້ທຳນວາຍອະນາຄົດລໍ້ລວງພວກເຈົ້າ. ຢ່າໄດ້ສົນໃຈນຳຄວາມຝັນໃດໆຂອງພວກເຂົາ.
ຂ້າພະເຈົ້າໄດ້ບອກເສຣາອີຢາວ່າ, “ເມື່ອເຈົ້າໄປເຖິງນະຄອນບາບີໂລນແລ້ວ ຈົ່ງແນ່ໃຈວ່າເຈົ້າໄດ້ອ່ານສິ່ງທີ່ຖືກຂຽນໄວ້ໃນປຶ້ມນີ້ສູ່ປະຊາຊົນຟັງດ້ວຍສຽງດັງ.
ພວກເພິ່ນໄດ້ຂຽນຈົດໝາຍມອບໃຫ້ທ່ານທັງສອງຖືໄປ ແລະໃນຈົດໝາຍນັ້ນມີເນື້ອຄວາມວ່າ, “ພວກເຮົາ ອັກຄະສາວົກກັບເຖົ້າແກ່ ຜູ້ເປັນພີ່ນ້ອງຂອງພວກທ່ານ ຂໍສົ່ງຄວາມຄຳນັບມາເຖິງທ່ານທັງຫລາຍ ທີ່ເປັນພີ່ນ້ອງຕ່າງຊາດທຸກຄົນ ທີ່ຢູ່ໃນເມືອງອັນຕີໂອເຂຍ, ໃນແຂວງຊີເຣຍ ແລະໃນແຂວງກີລີເກຍ.
ເພາະເຖິງແມ່ນຈົດໝາຍຂອງເຮົາສະບັບນັ້ນ ໄດ້ເຮັດໃຫ້ເຈົ້າທັງຫລາຍທຸກໃຈກໍຕາມ ເຮົາກໍບໍ່ກິນແໜງ ເຖິງແມ່ນວ່າເຮົາໄດ້ກິນແໜງແດ່ແລ້ວກໍຕາມ ເພາະເຮົາເຫັນວ່າ ຈົດໝາຍສະບັບນັ້ນໄດ້ເຮັດໃຫ້ເຈົ້າທັງຫລາຍທຸກໃຈກໍພຽງແຕ່ຊົ່ວຄາວເທົ່ານັ້ນ.
ຈົ່ງສັງເກດເບິ່ງໂຕໜັງສືທີ່ເຮົາໄດ້ຂຽນມາຫາພວກເຈົ້າດ້ວຍມືຂອງເຮົາເອງວ່າ ໂຕໃຫຍ່ເທົ່າໃດ
ພີ່ນ້ອງທັງຫລາຍເອີຍ, ເຮົາຂໍຮ້ອງພວກເຈົ້າໃຫ້ອົດທົນຟັງຖ້ອຍຄຳທີ່ໜູນນໍ້າໃຈນີ້. ດ້ວຍວ່າ, ຈົດໝາຍທີ່ເຮົາໄດ້ຂຽນມາຫາພວກເຈົ້ານັ້ນກໍບໍ່ຍາວ.