Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 28:9 - ພຣະຄຳພີສັກສິ

9 ແຕ່​ຜູ້ທຳນວາຍ​ທີ່​ທຳນວາຍ​ຄວາມ​ສະຫງົບສຸກ​ຈະ​ຖືກ​ຮັບຮູ້​ວ່າ ເປັນ​ຜູ້ທຳນວາຍ​ທີ່​ພຣະເຈົ້າຢາເວ​ໄດ້​ໃຊ້​ມາ​ແທ້ ກໍ​ຕໍ່​ເມື່ອ​ຄຳທຳນວາຍ​ນັ້ນ​ກາຍເປັນຈິງ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 28:9
9 Jak'a apnaqawi uñst'ayäwi  

ແຕ່​ເມື່ອ​ຜູ້ຮັບໃຊ້​ຂອງເຮົາ​ເວົ້າ​ລ່ວງໜ້າ​ອອກ​ໄປ ເມື່ອ​ເຮົາ​ສົ່ງ​ຜູ້ນຳຂ່າວ​ມາ​ບອກ​ແຜນການ​ຂອງເຮົາ​ນັ້ນ. ເຮົາ​ກໍໄດ້​ໃຫ້​ຄຳເວົ້າ​ທັງ​ແຜນການ​ກາຍເປັນຈິງ ເຮົາ​ບອກ​ນະຄອນ​ເຢຣູຊາເລັມ​ວ່າ​ປະຊາຊົນ​ຈະ​ຢູ່​ທີ່​ນັ້ນ​ອີກ ບອກ​ຊາວ​ຢູດາ​ວ່າ​ເມືອງ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່​ໝົດ ທີ່​ຮົກຮ້າງ​ເພພັງ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່​ທັງນັ້ນ.


ແລ້ວ​ຂ້າພະເຈົ້າ​ກໍ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ພຣະອົງ​ຮູ້​ເຖິງ​ເລື່ອງ​ທີ່​ບັນດາ​ຜູ້ທຳນວາຍ​ກຳລັງ​ບອກ​ປະຊາຊົນ​ວ່າ ຈະ​ບໍ່ມີ​ເສິກ​ສົງຄາມ ແລະ​ການ​ອຶດຕາຍ​ດອກ ກໍ​ເພາະ​ພຣະອົງ​ໄດ້​ສັນຍາ​ໄວ້. ດັ່ງນັ້ນ ພວກເຂົາ​ເວົ້າ​ວ່າ, ໃນ​ດິນແດນ​ຂອງ​ພວກເຮົາ​ຈະ​ມີ​ແຕ່​ຄວາມ​ສະຫງົບສຸກ​ເທົ່ານັ້ນ.”


ແລ້ວ​ຂ້າພະເຈົ້າ​ກໍ​ເວົ້າ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ພຣະອົງ​ຫລອກລວງ​ຊາວ​ນະຄອນ​ເຢຣູຊາເລັມ​ຢ່າງ​ໝົດສິ້ນ​ສາ​ແລ້ວ ພຣະອົງ​ໄດ້​ບອກ​ວ່າ ຈະ​ມີ​ສັນຕິສຸກ ແຕ່​ກັບ​ມີ​ດາບ​ຈີ້​ຢູ່​ທີ່​ຄໍຫອຍ​ຂອງ​ພວກ​ຂ້ານ້ອຍ.”


ພວກເຂົາ​ປະພຶດ​ຄື​ກັບ​ວ່າ ບາດແຜ​ຂອງ​ປະຊາຊົນ​ເຮົາ​ນັ້ນ​ເປັນ​ພຽງແຕ່​ແປ້ວ​ເທົ່ານັ້ນ. ພວກເຂົາ​ເວົ້າ​ວ່າ, ‘ສະຫງົບສຸກ, ສະຫງົບສຸກ,’ ໃນ​ເມື່ອ​ທຸກສິ່ງ​ບໍ່ໄດ້​ສະຫງົບສຸກ​ເລີຍ.


ພວກເຂົາ​ບໍ່​ສົນໃຈ​ຮັກສາ​ບາດແຜ​ປະຊາຊົນ​ຂອງເຮົາ​ເລີຍ. ພວກເຂົາ​ເວົ້າ​ວ່າ, ‘ສະຫງົບສຸກ, ສະຫງົບສຸກ’ ໃນ​ເມື່ອ​ທຸກສິ່ງ​ບໍ່ມີ​ຄວາມ​ສະຫງົບສຸກ​ດັ່ງ​ທີ່​ໄດ້​ເວົ້າ​ນັ້ນ.


ແຕ່​ເມື່ອ​ທຸກ​ຖ້ອຍຄຳ​ຂອງເຈົ້າ​ກາຍເປັນຈິງ ຄື​ມັນ​ຈະ​ກາຍເປັນຈິງ​ແທ້ ແລ້ວ​ພວກເຂົາ​ກໍ​ຈະ​ຮູ້ວ່າ​ມີ​ຜູ້ທຳນວາຍ​ຜູ້ໜຶ່ງ​ຢູ່​ໃນ​ທ່າມກາງ​ພວກເຂົາ.”


ພວກເຈົ້າ​ອາດ​ຢາກ​ຮູ້​ວ່າ​ເຮັດ​ແນວໃດ​ຈຶ່ງ​ຈະ​ບອກ​ໄດ້​ວ່າ ຖ້ອຍຄຳ​ຂອງ​ຜູ້ທຳນວາຍ​ບໍ່ໄດ້​ມາ​ຈາກ​ພຣະເຈົ້າຢາເວ?


ຖ້າ​ຜູ້ທຳນວາຍ​ຄົນ​ໃດ​ກ່າວ​ໃນ​ນາມຊື່​ຂອງ​ພຣະເຈົ້າຢາເວ ແລະ​ສິ່ງ​ທີ່​ລາວ​ກ່າວ​ໄປ​ນັ້ນ​ບໍ່​ເປັນ​ຄວາມຈິງ ຖ້ອຍຄຳ​ນັ້ນ​ກໍ​ບໍ່ໄດ້​ມາ​ຈາກ​ພຣະເຈົ້າຢາເວ. ມັນ​ເປັນ​ຖ້ອຍຄຳ​ທີ່​ຜູ້ທຳນວາຍ​ກ່າວ​ໂດຍ​ສິດ​ອຳນາດ​ຂອງຕົນເອງ. ສະນັ້ນ ພວກເຈົ້າ​ບໍ່​ຕ້ອງ​ສົນໃຈ​ໃນ​ຄຳເວົ້າ​ຂອງ​ລາວ.”’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka