Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 28:6 - ພຣະຄຳພີສັກສິ

6 “ອາແມນ ຂໍ​ໃຫ້​ພຣະເຈົ້າຢາເວ​ເຮັດ​ຕາມ​ທີ່​ເຈົ້າ​ໄດ້​ກ່າວ​ມາ​ນັ້ນ​ເຖີດ ຂ້າພະເຈົ້າ​ຫວັງ​ຢ່າງ​ແນ່ນອນ​ວ່າ ພຣະອົງ​ຈະ​ເຮັດ​ໃຫ້​ຄຳທຳນວາຍ​ຂອງທ່ານ​ກາຍເປັນຈິງ ແລະ​ນຳ​ເອົາ​ຊັບສົມບັດ​ທັງໝົດ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ​ພ້ອມ​ດ້ວຍ​ປະຊາຊົນ​ທັງໝົດ ທີ່​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ນັ້ນ​ກັບຄືນ​ມາ​ຈາກ​ບາບີໂລນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 28:6
22 Jak'a apnaqawi uñst'ayäwi  

ເບນາອີຢາ​ລູກຊາຍ​ຂອງ​ເຢໂຮຍອາດາ​ໄດ້​ຕອບ​ກະສັດ​ວ່າ, “ຂ້ານ້ອຍ​ຈະ​ເຮັດ​ຕາມ​ທຸກຢ່າງ. ຂໍ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້ານາຍ​ແຫ່ງ​ກະສັດ​ຂອງ​ຂ້ານ້ອຍ​ຮັບ​ຮູ້​ໃນ​ເລື່ອງ​ນີ້​ດ້ວຍ​ເທີ້ນ


ຈົ່ງ​ຍົກຍໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ຈົ່ງ​ຍົກຍໍ​ສັນລະເສີນ​ພຣະອົງ ແຕ່​ບັດນີ້​ແລະ​ສືບໆໄປ​ເທີ້ນ. ແລ້ວ​ປະຊາຊົນ​ທຸກໆ​ຄົນ​ຕ່າງ​ກໍ​ເວົ້າ​ວ່າ, “ອາແມນ” ແລະ​ໄດ້​ພ້ອມ​ພາກັນ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ.


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ບັດນີ້​ແລະ​ຕະຫລອດໄປ ໃຫ້​ທຸກຄົນ​ກ່າວ​ວ່າ, “ອາແມນ.” ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ.


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ໃນ​ບັດນີ້​ແລະ​ສືບໆໄປ​ເປັນນິດ ອາແມນ! ອາແມນ!


ຂໍ​ໃຫ້​ພຣະນາມ​ອັນ​ຊົງຣິດ​ຂອງ​ພຣະອົງ​ນັ້ນ ຈົ່ງ​ເປັນ​ທີ່​ຍ້ອງຍໍ​ສັນລະເສີນ​ຕະຫລອດໄປ ຂໍ​ໃຫ້​ພຣະ​ສະຫງ່າຣາສີ ຈົ່ງ​ເຕັມ​ໄປ​ທົ່ວ​ແຜ່ນດິນ​ໂລກ. ອາແມນ ອາແມນ.


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ຕະຫລອດໄປ​ເປັນນິດ. ອາແມນ ອາແມນ.


ແລ້ວ​ເຮົາ​ກໍ​ຈະ​ຮັກສາ​ພັນທະສັນຍາ​ຂອງເຮົາ​ທີ່​ວ່າ ຈະ​ມອບ​ດິນແດນ​ອັນ​ອຸດົມສົມບູນ​ແລະ​ຮັ່ງມີ​ໃຫ້​ແກ່​ບັນພະບຸລຸດ​ຂອງ​ພວກເຂົາ ດັ່ງ​ທີ່​ພວກເຂົາ​ໄດ້​ຮັບ​ແລ້ວ​ໃນ​ທຸກ​ວັນ​ນີ້.” ຂ້າພະເຈົ້າ​ຈຶ່ງ​ຕອບ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຖືກຕ້ອງ​ແລ້ວ.”


ແຕ່​ຂ້ານ້ອຍ​ບໍ່ໄດ້​ຫາ​ໂອກາດ​ໜີ​ຈາກ​ການ​ເປັນຜູ້ລ້ຽງ​ແກະ​ທີ່​ຕາມ​ພຣະອົງ​ໄປ ຂ້ານ້ອຍ​ບໍ່ເຄີຍ​ປາຖະໜາ​ເຫັນ​ວັນ​ແຫ່ງ​ຄວາມ​ຈິບຫາຍ. ພຣະອົງ​ກໍ​ຮູ້​ເລື່ອງ​ນີ້​ດີ; ພຣະອົງ​ກໍ​ຮູ້​ແລ້ວ​ໃນ​ສິ່ງ​ທີ່​ຂ້ານ້ອຍ​ໄດ້​ເວົ້າ​ອອກ​ມາ​ຈາກ​ປາກ​ຂອງ​ຂ້ານ້ອຍ ກໍ​ຖືກຕ້ອງ​ຕໍ່ສາຍຕາ​ຂອງ​ພຣະອົງ.


ພວກເຂົາ​ຈະ​ເຮັດ​ການຮ້າຍ​ຕອບແທນ​ການດີ​ຊັ້ນບໍ? ດ້ວຍວ່າ, ພວກເຂົາ​ຍັງ​ຂຸດ​ຫລຸມ​ໄວ້​ດັກຈັບ​ຂ້ານ້ອຍ​ຢູ່. ໂຜດ​ລະນຶກເຖິງ​ຂ້ານ້ອຍ​ທີ່​ໄດ້​ມາ​ຫາ​ພຣະອົງ ແລະ​ເວົ້າ​ສຳລັບ​ພວກເຂົາ ເພື່ອ​ພຣະອົງ​ຈະ​ບໍ່ໄດ້​ກະທຳ​ຕໍ່​ພວກເຂົາ​ດ້ວຍ​ຄວາມ​ໂກດຮ້າຍ.


ໃນ​ລະຫວ່າງ​ສອງ​ປີ ເຮົາ​ຈະ​ນຳ​ຊັບສົມບັດ​ທັງໝົດ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ ທີ່​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ຢຶດເອົາ​ໄປ​ທີ່​ບາບີໂລນ​ນັ້ນ​ກັບຄືນ​ມາ​ທີ່​ນີ້.


ພຣະອົງ​ກ່າວ​ວ່າ, “ຈົ່ງ​ຮັບ​ເອົາ​ຂອງຂວັນ​ທີ່​ເຮນດາອີ, ໂຕບີຢາ ແລະ​ເຢດາອີຢາ ຖວາຍ​ໃນ​ນາມ​ຂອງ​ພວກ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ. ຈົ່ງ​ໄປ​ທີ່​ເຮືອນ​ຂອງ​ໂຢຊີຢາ​ລູກຊາຍ​ຂອງ​ເຊຟານີຢາ​ໃນ​ມື້ນີ້​ໂລດ. ຄົນ​ເຫຼົ່ານີ້​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ທີ່​ບາບີໂລນ.


ຂໍ​ພຣະເຈົ້າຢາເວ​ເຮັດ​ໃຫ້​ນໍ້າ​ທີ່​ເຂົ້າ​ໄປ​ໃນ​ທ້ອງ​ຂອງ​ເຈົ້າ​ນັ້ນ ເຮັດ​ໃຫ້​ທ້ອງ​ເຈົ້າ​ໃຄ່ ແລະ​ທັງ​ເຮັດ​ໃຫ້​ອະໄວຍະວະ​ລັບ​ຂອງ​ເຈົ້າ​ເປັນ​ໝັນ​ດ້ວຍ.’ ຍິງ​ນັ້ນ​ຈະ​ຕ້ອງ​ຕອບ​ວ່າ, ‘ອາແມນ ອາແມນ.’


ສັ່ງສອນ​ພວກເຂົາ​ໃຫ້​ຖື​ຮັກສາ​ທຸກໆ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ ນີ້​ແຫຼະ ເຮົາ​ຢູ່​ກັບ​ເຈົ້າ​ທັງຫລາຍ​ທຸກໆ​ວັນ​ຈົນ​ສິ້ນ​ໂລກນີ້.”


ແລະ​ຂໍ​ຢ່າ​ພາ​ຂ້ານ້ອຍ​ເຂົ້າ​ໄປ​ ໃນ​ການ​ທົດລອງ ແຕ່​ຂໍ​ຊົງ​ໂຜດ​ໃຫ້​ພົ້ນ​ຈາກ​ມານຊົ່ວຮ້າຍ [ເຫດ​ວ່າ ຣາຊອານາຈັກ ຣິດອຳນາດ ແລະ ພຣະຣັດສະໝີ​ກໍ​ເປັນ​ຂອງ​ພຣະອົງ​ສືບໆໄປ​ເປັນນິດ ອາແມນ’]


ຖ້າ​ເຈົ້າ​ກ່າວ​ໂມທະນາ​ພຣະຄຸນ​ພຣະເຈົ້າ​ດ້ວຍ​ຈິດວິນຍານ​ເທົ່ານັ້ນ, ຄົນ​ຂ້າງ​ນອກ​ທີ່​ຮ່ວມ​ຢູ່​ໃນ​ທີ່ນັ້ນ​ຈະ​ກ່າວ​ຄຳ​ວ່າ, “ອາແມນ” ຕໍ່​ຄຳ​ໂມທະນາ​ພຣະຄຸນ​ຂອງ​ພວກເຈົ້າ​ໄດ້​ຢ່າງ​ໃດ? ເພາະ​ຄຳ​ທີ່​ພວກເຈົ້າ​ກ່າວ​ນັ້ນ​ພວກເຂົາ​ບໍ່​ເຂົ້າໃຈ.


ດ້ວຍວ່າ, ພຣະສັນຍາ​ທຸກຢ່າງ​ຂອງ​ພຣະເຈົ້າ​ລ້ວນແຕ່​ເປັນ​ຈິງ ໂດຍ​ພຣະເຢຊູເຈົ້າ. ດ້ວຍເຫດນີ້ ເຮົາ​ຈຶ່ງ​ກ່າວ​ຄຳ​ວ່າ, “ອາແມນ” ​ໂດຍ​ພຣະອົງ ເພື່ອ​ເປັນ​ການ​ຖວາຍ​ກຽດ​ແດ່​ພຣະເຈົ້າ.


ແລະ​ເຮົາ​ເປັນ​ຜູ້​ມີ​ຊີວິດ​ຢູ່ ເຮົາ​ໄດ້​ຕາຍໄປ​ແລ້ວ ແຕ່​ເບິ່ງແມ! ເຮົາ​ກໍ​ມີ​ຊີວິດ​ຢູ່​ນິຣັນດອນ. ເຮົາ​ຖື​ລູກ​ກະແຈ​ແຫ່ງ​ຄວາມຕາຍ​ແລະ​ແດນ​ມໍຣະນາ.


ພວກ​ຜູ້​ອາວຸໂສ​ຊາວສີ່​ທ່ານ ແລະ​ສິ່ງທີ່ມີ​ຊີວິດ​ທັງ​ສີ່​ໄດ້​ຂາບລົງ ແລະ​ນະມັດສະການ​ພຣະເຈົ້າ​ຜູ້​ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ ພວກເພິ່ນ​ກ່າວ​ວ່າ, “ອາແມນ ຮາເລລູຢາ.”


“ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ ໃນ​ຄຣິສຕະຈັກ​ທີ່​ເມືອງ​ລາວດີເກອາ​ວ່າ, ນີ້​ເປັນ​ຖ້ອຍຄຳ​ຂອງ​ພຣະອົງ​ທີ່​ເປັນ ອາແມນ ພຣະອົງ​ຜູ້​ເປັນ​ພະຍານ​ຜູ້​ສັດຊື່​ແລະ​ຍຸດຕິທຳ ພຣະອົງ​ເປັນ​ຕົ້ນ​ກຳເນີດ ແຫ່ງ​ສິ່ງສາລະພັດ​ທີ່​ພຣະເຈົ້າ​ຊົງ​ສ້າງ​ໄວ້ ຊົງ​ກ່າວ​ດັ່ງນີ້​ວ່າ,


ແລະ​ສິ່ງທີ່ມີ​ຊີວິດ​ທັງ​ສີ່​ນັ້ນ ກໍ​ຮ້ອງ​ວ່າ, “ອາແມນ” ແລະ​ພວກ​ຜູ້​ອາວຸໂສ​ເຫຼົ່ານັ້ນ ກໍ​ພາກັນ​ຂາບລົງ​ນະມັດສະການ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka