Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 28:5 - ພຣະຄຳພີສັກສິ

5 ແລ້ວ​ໂດຍ​ຊ້ອງໜ້າ​ຂອງ​ບັນດາ​ປະໂຣຫິດ​ແລະ​ປະຊາຊົນ​ທັງໝົດ ທີ່​ກຳລັງ​ຢືນ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ນັ້ນ ຂ້າພະເຈົ້າ​ກໍ​ກ່າວ​ຕໍ່​ຮານານີຢາ​ວ່າ,

Uka jalj uñjjattʼäta Copia luraña




ເຢເຣມີຢາ 28:5
5 Jak'a apnaqawi uñst'ayäwi  

ເປດາອີຢາ ມີ​ລູກຊາຍ​ສອງ​ຄົນ​ດັ່ງນີ້: ເຊຣຸບບາເບນ​ແລະ​ຊີເມອີ. ເຊຣຸບບາເບນ ມີ​ລູກຊາຍ​ສອງ​ຄົນ​ດັ່ງນີ້: ເມຊູນລຳ​ແລະ​ຮານານີຢາ ແລະ​ມີ​ລູກສາວ​ຜູ້ໜຶ່ງ​ຊື່​ວ່າ ເຊໂລມິດ.


ແລ້ວ​ຂ້າພະເຈົ້າ​ກໍ​ອອກ​ໄປ​ຈາກ​ໂຕເຟັດ ບ່ອນ​ທີ່​ພຣະເຈົ້າຢາເວ​ໄດ້​ໃຊ້​ຂ້າພະເຈົ້າ​ໄປ​ປະກາດ​ຖ້ອຍຄຳ​ຂອງ​ພຣະອົງ. ຂ້າພະເຈົ້າ​ໄດ້​ໄປ​ຢືນ​ຢູ່​ທີ່​ເດີ່ນ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຈົ້າ​ຈົ່ງ​ຢືນ​ຢູ່​ໃນ​ເດີ່ນ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ປະກາດ​ຖ້ອຍຄຳ​ທັງໝົດ​ທີ່​ເຮົາ​ໄດ້​ສັ່ງ​ເຈົ້າ​ໃຫ້​ກ່າວ​ຕໍ່​ປະຊາຊົນ ທີ່​ມາ​ຈາກ​ເມືອງ​ຕ່າງໆ​ຂອງ​ອານາຈັກ​ຢູດາຍ​ເພື່ອ​ນະມັດສະການ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ. ຢ່າ​ສູ່​ກ່າວ​ໃຫ້​ຂາດ​ໄປ​ຈັກ​ຄຳ.


ໃນ​ປີ​ດຽວກັນ​ນັ້ນ ຄື​ໃນ​ເດືອນ​ທີ​ຫ້າ​ຂອງ​ຣາຊການ​ປີ​ທີ​ສີ່​ຂອງ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ ຜູ້ທຳນວາຍ​ຮານານີຢາ​ລູກຊາຍ​ຂອງ​ອັດຊູຣະ ຊາວ​ເມືອງ​ກີເບໂອນ ໄດ້​ເວົ້າ​ຕໍ່​ຂ້າພະເຈົ້າ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ. ຢູ່​ຊ້ອງໜ້າ​ຂອງ​ພວກ​ປະໂຣຫິດ ແລະ​ປະຊາຊົນ​ໃນ​ທີ່ນັ້ນ ລາວ​ໄດ້​ເວົ້າ​ຕໍ່​ຂ້າພະເຈົ້າ​ວ່າ,


ພຣະອົງ​ໄດ້​ບອກ​ຂ້າພະເຈົ້າ​ໃຫ້​ຢືນ​ຢູ່​ທີ່​ປະຕູ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ທີ່ນັ້ນ​ໃຫ້​ປະກາດ​ວ່າ, “ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ພວກເຈົ້າ​ຊາວ​ຢູດາ​ທັງໝົດ​ທີ່​ເຂົ້າ​ມາ​ທາງ​ປະຕູ​ນີ້​ເພື່ອ​ນະມັດສະການ​ພຣະເຈົ້າຢາເວ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka