ເຢເຣມີຢາ 28:4 - ພຣະຄຳພີສັກສິ4 ເຮົາຈະນຳເຢໂຮຍອາກິນ ລູກຊາຍຂອງເຢໂຮຍອາກິມຜູ້ເປັນກະສັດແຫ່ງຢູດາຍ ທີ່ໄດ້ຖືກຈັບໄປບາບີໂລນພ້ອມກັບປະຊາຊົນຢູດາຍນັ້ນກັບຄືນມາຄືກັນ. ພຣະເຈົ້າຢາເວກ່າວວ່າ ເຮົາຈະທຳລາຍການຢູ່ໃຕ້ບັງຄັບຂອງກະສັດແຫ່ງບາບີໂລນ.” Uka jalj uñjjattʼäta |
ກະສັດເນບູກາດເນັດຊາກວາດຕ້ອນເອົາຄົນໄປເປັນຊະເລີຍ ມີດັ່ງນີ້: ປະຊາຊົນເຢຣູຊາເລັມ, ພວກເຈົ້ານາຍທັງໝົດໃນວັງ ແລະພວກຊົນຊັ້ນຜູ້ມີຄວາມຮູ້ສູງທຸກຄົນ, ທັງໝົດມີຈຳນວນສິບພັນຄົນ. ເພິ່ນຍັງໄດ້ກວາດເອົາພວກຄົນງານທີ່ມີຝີມືດີ ພ້ອມທັງພວກຊ່າງເຫລັກໄປດ້ວຍ; ແລະໄດ້ປະແຕ່ຄົນຍາກຈົນເທົ່ານັ້ນໄວ້ໃນຢູດາຍ.
ພຣະເຈົ້າຢາເວໄດ້ສຳແດງໃຫ້ຂ້າພະເຈົ້າເຫັນໝາກເດື່ອສອງກະຕ່າ ຊຶ່ງວາງໄວ້ຢູ່ຕໍ່ໜ້າພຣະວິຫານຂອງພຣະເຈົ້າຢາເວ. (ເລື່ອງນີ້ໄດ້ເກີດຂຶ້ນ ຫລັງຈາກກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ຈັບເຈົ້າເຢໂຮຍອາກິນລູກຊາຍຂອງເຈົ້າເຢໂຮຍອາກິມ ກະສັດແຫ່ງຢູດາຍຈາກນະຄອນເຢຣູຊາເລັມ ໄປຍັງບາບີໂລນພ້ອມກັບພວກຜູ້ນຳຂອງຢູດາຍ, ພວກຊ່າງສີມື ແລະພວກຄົນງານທີ່ຊຳນິຊຳນານ.)
ຝ່າຍເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຜູ້ທີ່ໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ ເພື່ອວ່າພວກເຈົ້າຈະບໍ່ຕ້ອງເປັນທາດຮັບໃຊ້ຂອງຊາວເອຢິບອີກຕໍ່ໄປ. ເຮົາໄດ້ຕັດແລະຫັກແອກ ທີ່ເຮັດໃຫ້ກຽດແລະສັກສີຂອງພວກເຈົ້າຕົກຕໍ່າ ແລະທັງໄດ້ຊ່ວຍກອບກູ້ເອົາພວກເຈົ້າ ໃຫ້ຍ່າງໄປມາຢ່າງສະຫງ່າຜ່າເຜີຍ.”