3 ໃນລະຫວ່າງສອງປີ ເຮົາຈະນຳຊັບສົມບັດທັງໝົດຂອງວິຫານຂອງພຣະເຈົ້າຢາເວ ທີ່ກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ຢຶດເອົາໄປທີ່ບາບີໂລນນັ້ນກັບຄືນມາທີ່ນີ້.
ຢາໂຄບອາໄສຢູ່ໃນປະເທດເອຢິບສິບເຈັດປີ ຈົນເພິ່ນມີອາຍຸໜຶ່ງຮ້ອຍສີ່ສິບເຈັດປີ.
ຢາໂຄບຕອບວ່າ, “ຊີວິດທີ່ທ່ອງທ່ຽວໄປມາຂອງຂ້ານ້ອຍ ມີຢູ່ 130 ປີ. ເປັນເວລາສັ້ນແລະລຳບາກ ບໍ່ຄືຊີວິດທີ່ທ່ອງທ່ຽວໄປມາຂອງບັນພະບຸລຸດຂອງຂ້ານ້ອຍ.”
ແລະທັງໄດ້ກວາດລ້າງເອົາຊັບສົມບັດທັງໝົດໃນວິຫານຂອງພຣະເຈົ້າຢາເວ ແລະໃນຣາຊວັງ ໄປທີ່ນະຄອນບາບີໂລນ ຕາມທີ່ພຣະເຈົ້າຢາເວໄດ້ກ່າວໄວ້ ກະສັດເນບູກາດເນັດຊາໄດ້ທຸບເອົາເຄື່ອງໃຊ້ທັງໝົດທີ່ເປັນຄຳ ຊຶ່ງກະສັດໂຊໂລໂມນໄດ້ເຮັດໄວ້ໃນພຣະວິຫານຂອງພຣະເຈົ້າຢາເວ.
ເມື່ອຮອດລະດູໃບໄມ້ປົ່ງ ກະສັດເນບູກາເນັດຊາໄດ້ນຳເຢໂຮຍອາກິນໄປເປັນຊະເລີຍທີ່ບາບີໂລນ ພ້ອມທັງນຳຊັບສົມບັດອັນມີຄ່າໃນວິຫານຂອງພຣະເຈົ້າຢາເວໄປກ້ຽງ. ແລ້ວເພິ່ນກໍແຕ່ງຕັ້ງເຊເດກີຢາ ລູງ ຂອງເຢໂຮຍອາກິນ ໃຫ້ຂຶ້ນເປັນກະສັດປົກຄອງຢູດາຍແລະເຢຣູຊາເລັມແທນ.
ເນບູກາດເນັດຊາໄດ້ນຳຊັບສົມບັດບາງສ່ວນຢູ່ໃນວິຫານຂອງພຣະເຈົ້າຢາເວ ໄປໄວ້ທີ່ວັງຂອງຕົນໃນນະຄອນບາບີໂລນ.
ພວກຂ້ານ້ອຍມີຊີວິດຢູ່ພຽງແຕ່ເຈັດສິບປີ ອາດຮອດແປດສິບປີຖ້າມີເຫື່ອແຮງຢູ່ ແຕ່ຊ່ວງໄລຍະອາຍຸນັ້ນກໍພົບຄວາມລຳບາກ ແລະເຮັດໃຫ້ລະທົມທຸກໃຈ ໃນບໍ່ຊ້າຊີວິດຈະຈົບລົງແລະຕາຍໄປເທົ່ານັ້ນ.
ອົງພຣະຜູ້ເປັນເຈົ້າໄດ້ໃຫ້ກະສັດເນບູກາດເນັດຊາຈັບກະສັດເຢໂຮຍອາກິມ ແລະຢຶດເອົາເຄຶ່ອງໃຊ້ບາງຢ່າງໃນວິຫານຂອງພຣະເຈົ້າໄປ. ເພິ່ນໄດ້ຈັບເອົາຊະເລີຍບາງຄົນກັບຄືນໄປທີ່ວິຫານພະຂອງເພິ່ນໃນບາບີໂລນ ແລະເອົາຊັບສົມບັດທີ່ຢຶດໄດ້ນັ້ນໄປເກັບໄວ້ໃນຄັງພະຂອງຕົນທີ່ວິຫານ.