Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 28:16 - ພຣະຄຳພີສັກສິ

16 ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ວ່າ​ພຣະອົງ​ຈະ​ກຳຈັດ​ເຈົ້າ. ກ່ອນ​ໝົດ​ປີ​ນີ້ ເຈົ້າ​ຈະ​ຕາຍ​ເພາະ​ເຈົ້າ​ໄດ້​ບອກ​ປະຊາຊົນ​ໃຫ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 28:16
16 Jak'a apnaqawi uñst'ayäwi  

ໃນ​ເຈັດ​ວັນ​ຂ້າງ​ໜ້າ​ນີ້ ເຮົາ​ຈະ​ໃຫ້​ຝົນ​ຕົກລົງ​ມາ ຊຶ່ງ​ຈະ​ຕົກ​ເປັນ​ເວລາ​ສີ່ສິບ​ວັນ​ສີ່ສິບ​ຄືນ ເພື່ອ​ທຳລາຍ​ທຸກສິ່ງ​ທີ່​ມີ​ຊີວິດ ຊຶ່ງ​ເຮົາ​ໄດ້​ສ້າງ​ຂຶ້ນ​ມາ​ນັ້ນ​ໃຫ້​ຈິບຫາຍ​ໄປ​ໝົດ.”


ບາບ​ທີ່​ເພິ່ນ​ໄດ້​ກະທຳ​ນັ້ນ ໄດ້​ນຳ​ເອົາ​ການທຳລາຍ​ແລະ​ຄວາມ​ຈິບຫາຍ ມາ​ສູ່​ຍາດວົງ​ຂອງ​ເພິ່ນເອງ​ຈາກ​ຜືນ​ແຜ່ນດິນ​ໂລກ.


ເປັນຫຍັງ​ຈຶ່ງ​ຈະ​ເຮັດ​ໃຫ້​ຊາວ​ເອຢິບ​ຕ້ອງ​ໄດ້​ເວົ້າ​ໃຫ້​ພຣະອົງ​ວ່າ ພຣະອົງ​ໄດ້​ນຳ​ປະຊາຊົນ​ຂອງ​ພຣະອົງ​ອອກ​ມາ ກໍ​ເພື່ອ​ວາງແຜນ​ຂ້າ​ພວກເຂົາ​ຢູ່​ໃນ​ເທິງ​ພູ​ນີ້ ໂດຍ​ທຳລາຍ​ພວກເຂົາ​ໃຫ້​ໝົດ​ສິ້ນ​ໄປ? ຂໍ​ຢ່າ​ຊົງ​ໂກດຮ້າຍ ແລະ​ຢ່າ​ທຳລາຍ​ປະຊາຊົນ​ຂອງ​ພຣະອົງ.


ປັດຊູ​ເອີຍ ສຳລັບ​ເຈົ້າ ແລະ​ຄອບຄົວ​ຂອງ​ເຈົ້າ​ກໍ​ຈະ​ຖືກ​ຈັບ​ໄປ​ທີ່​ນັ້ນ​ເຊັ່ນກັນ. ເຈົ້າ​ຈະ​ຕາຍ​ແລະ​ຖືກ​ຝັງ​ໄວ້​ໃນ​ທີ່ນັ້ນ​ຮ່ວມ​ກັບ​ມິດ​ສະຫາຍ​ທັງໝົດ ທີ່​ເຈົ້າ​ໄດ້​ບອກ​ໃຫ້​ພວກເຂົາ​ເວົ້າ​ຕົວະ​ຫລາຍໆ​ຢ່າງນັ້ນ.”’


ແລ້ວ​ຮານານີຢາ​ກໍ​ຕາຍ​ໃນ​ເດືອນ​ທີ​ເຈັດ​ຂອງ​ປີ​ດຽວກັນ​ນັ້ນ.


ໃນ​ລະຫວ່າງ​ສອງ​ປີ ເຮົາ​ຈະ​ນຳ​ຊັບສົມບັດ​ທັງໝົດ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ ທີ່​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ຢຶດເອົາ​ໄປ​ທີ່​ບາບີໂລນ​ນັ້ນ​ກັບຄືນ​ມາ​ທີ່​ນີ້.


ນີ້ແມ່ນ​ພຣະເຈົ້າຢາເວ​ກ່າວ​ຄື: ເຮົາ​ຈະ​ລົງໂທດ​ເຊມາອີຢາ​ຊາວ​ເນເຮລາມ​ກັບ​ເຊື້ອສາຍ​ຂອງລາວ ລາວ​ຈະ​ບໍ່​ມີ​ເຊື້ອສາຍ​ຈັກ​ຄົນດຽວ​ອາໄສ​ຢູ່​ໃນ​ທ່າມກາງ​ພວກເຈົ້າ. ລາວ​ຈະ​ບໍ່ມີ​ຊີວິດ​ຢູ່​ໄດ້​ເຫັນ​ສິ່ງ​ດີ​ທັງຫລາຍ ຊຶ່ງ​ເຮົາ​ຈະ​ເຮັດ​ສຳລັບ​ປະຊາຊົນ​ຂອງເຮົາ, ເພາະ​ລາວ​ໄດ້​ສອນ​ພວກເຂົາ​ໃຫ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ.’ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.”


ເພາະສະນັ້ນ ອາມາຊີຢາ​ເອີຍ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ຕໍ່​ເຈົ້າ​ວ່າ, ‘ເມຍ​ຂອງເຈົ້າ​ຈະ​ກາຍເປັນ​ໂສເພນີ​ຢູ່​ໃນ​ເມືອງ​ນີ້ ລູກ​ຊາຍ​ຍິງ​ຂອງ​ເຈົ້າ​ຈະ​ຖືກ​ຂ້າ​ໃນ​ສົງຄາມ. ດິນແດນ​ຂອງເຈົ້າ​ຈະ​ຖືກ​ແບ່ງ​ໃຫ້​ຄົນອື່ນ ແລ້ວ​ເຈົ້າເອງ​ກໍ​ຈະ​ຕາຍ​ຢູ່​ໃນ​ດິນແດນ​ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ. ສ່ວນ​ປະຊາຊົນ​ອິດສະຣາເອນ​ນັ້ນ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.”’


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ສັງເກດ​ເບິ່ງ​ອານາຈັກ​ທີ່​ເຕັມ​ໄປ​ດ້ວຍ​ການບາບ ແລະ​ເຮົາ​ຈະ​ທຳລາຍ​ມັນ​ໃຫ້​ໝົດໄປ​ຈາກ​ຜືນ​ແຜ່ນດິນ​ໂລກ​ນີ້. ແຕ່​ເຮົາ​ຈະ​ບໍ່​ທຳລາຍ​ຄອບຄົວ​ທັງໝົດ​ຂອງ​ຢາໂຄບ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ໃນ​ມື້ທີເຈັດ ໃຫ້​ຖວາຍ​ງົວເຖິກໜຸ່ມ​ເຈັດ​ໂຕ, ແກະເຖິກ​ສອງ​ໂຕ ແລະ​ລູກແກະ​ເຖິກ​ອາຍຸ​ໜຶ່ງ​ປີ​ສິບສີ່​ໂຕ ຊຶ່ງ​ທັງໝົດ​ນັ້ນ​ໃຫ້​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ.


ຖ້າ​ຂືນ​ເຮັດ ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ມາ​ຕໍ່ສູ້​ພວກເຈົ້າ​ເໝືອນ​ດັ່ງ​ໄຟ ແລະ​ຈະ​ທຳລາຍ​ພວກເຈົ້າ​ໃຫ້​ດັບ​ສິ້ນໄປ​ຈາກ​ແຜ່ນດິນ​ໂລກ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ທີ່​ສະຖິດ​ຢູ່​ກັບ​ພວກເຈົ້າ​ແມ່ນ​ພຣະເຈົ້າ​ຜູ້​ຫວງແຫນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka