Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 28:14 - ພຣະຄຳພີສັກສິ

14 ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ກ່າວ​ວ່າ​ພຣະອົງ​ຈະ​ເອົາ​ແອກ​ເຫຼັກ​ວາງ​ເທິງ​ຊົນຊາດ​ເຫຼົ່ານີ້ ແລະ​ພວກເຂົາ​ຈະ​ຮັບໃຊ້​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ. ພຣະອົງ​ຈະ​ເຮັດ​ໃຫ້​ແມ່ນແຕ່​ສັດປ່າ​ຮັບໃຊ້​ເພິ່ນ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 28:14
13 Jak'a apnaqawi uñst'ayäwi  

ບໍ່ມີ​ຜູ້ໃດ​ຫັກ​ເຫຼັກ​ໄດ້ ໂດຍ​ສະເພາະ​ຢ່າງຍິ່ງແລ້ວ ແມ່ນ​ເຫຼັກ​ທີ່​ມາ​ຈາກ​ທິດເໜືອ​ຊຶ່ງ​ປະປົນ​ກັບ​ທອງສຳຣິດ.)


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ບອກ​ຂ້າພະເຈົ້າ ໃຫ້​ສັ່ງ​ພວກເຂົາ​ໄປ​ບອກ​ກະສັດ​ຂອງ​ພວກເຂົາ​ວ່າ, ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້:


ແຕ່​ຖ້າ​ປະເທດ​ຫລື​ອານາຈັກ​ໃດ​ທີ່​ບໍ່​ຍອມ​ຢູ່ໃຕ້​ການປົກຄອງ​ຂອງ​ລາວ ແລ້ວ​ເຮົາ​ກໍ​ຈະ​ລົງໂທດ​ປະເທດ​ນັ້ນ​ໂດຍ​ໃຫ້​ເກີດ​ສົງຄາມ, ເກີດ​ການ​ຕາຍອຶດ​ຕາຍຫິວ ແລະ​ການ​ເຈັບໄຂ້​ໄດ້ປ່ວຍ. ພຣະເຈົ້າຢາເວ​ກ່າວ​ວ່າ ຈົນເຖິງ​ຂັ້ນ​ເຮົາ​ອະນຸຍາດ​ໃຫ້​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ທຳລາຍ​ປະເທດ​ຢ່າງ​ໝົດສິ້ນ.


ບັດນີ້ ຂ້ອຍ​ຈະ​ແກ້​ໂສ້​ທີ່​ລ່າມ​ເຈົ້າ​ອອກ ແລະ​ປົດປ່ອຍ​ເຈົ້າ​ໃຫ້​ເປັນ​ອິດສະຫລະ. ຖ້າ​ເຈົ້າ​ຢາກ​ໄປ​ບາບີໂລນ​ນຳ​ຂ້ອຍ ເຈົ້າ​ກໍ​ໄປ​ໄດ້ ແລະ​ຂ້ອຍ​ຈະ​ເບິ່ງແຍງ​ເຈົ້າ. ແຕ່​ຖ້າ​ເຈົ້າ​ບໍ່​ຢາກ​ໄປ ກໍ​ບໍ່​ຈຳເປັນ​ຕ້ອງ​ໄປ. ເຈົ້າ​ເລືອກ​ໄປ​ທີ່ໃດ​ກໍໄດ້​ໃນ​ທົ່ວ​ດິນແດນ​ນີ້ ແລະ​ເຈົ້າ​ໄປ​ທີ່ໃດ​ກໍໄດ້​ຕາມ​ທີ່​ເຈົ້າ​ຕ້ອງການ.”


ພຣະອົງ​ບັນທຶກ​ທຸກ​ການບາບ​ທີ່​ຂ້ອຍ​ໄດ້​ເຮັດ​ມາ ແລ້ວ​ກໍ​ມັດ​ທັງໝົດ​ລວມເຂົ້າ​ໃສ່​ກັນ​ໄວ້; ພຣະອົງ​ຫ້ອຍ​ບາບ​ເຫຼົ່ານັ້ນ​ໃສ່​ໄວ້​ເທິງ​ຄໍ ຂ້ອຍ​ຈຶ່ງ​ອ່ອນເພຍ​ເພາະ​ບາບກຳ​ນັ້ນ​ໜັກຫຼາຍ. ພຣະເຈົ້າຢາເວ​ມອບ​ຂ້ອຍ​ໃຫ້​ເຫຼົ່າ​ສັດຕູ ແລະ​ຂ້ອຍ​ກໍ​ບໍ່ມີ​ຜູ້ໃດ​ຊ່ວຍ​ຂ້ອຍ​ຕໍ່ສູ້​ພວກເຂົາ​ໄດ້.


ພຣະເຈົ້າ​ໄດ້​ແຕ່ງຕັ້ງ​ທ່ານ​ໃຫ້​ເປັນ​ຜູ້ປົກຄອງ​ຄົນ​ຕະຫລອດ​ທັງ​ສັດ ແລະ​ນົກ​ທັງປວງ​ທີ່​ອາໄສ​ຢູ່​ໃນ​ໂລກ. ຫົວ​ຄຳ​ນັ້ນ​ແມ່ນ​ທ່ານເອງ.


ຄັ້ງໜຶ່ງ ຊາດ​ອິດສະຣາເອນ​ເປັນ​ດັ່ງ​ງົວ​ນ້ອຍ​ທີ່​ໄດ້​ຮັບ​ການ​ຝຶກແອບ​ດີແລ້ວ ພ້ອມ​ທີ່​ຈະ​ຢຽບ​ເຂົ້າ​ດ້ວຍ​ຄວາມ​ເຕັມໃຈ. ແຕ່​ເຮົາ​ໄດ້​ຕັດສິນໃຈ​ໃສ່​ແອກ ທີ່​ຄໍ​ອັນ​ສວຍງາມ​ຂອງມັນ ເພື່ອ​ໃຫ້​ມັນ​ເຮັດ​ວຽກ​ໜັກໜ່ວງ​ກວ່າເກົ່າ. ເຮົາ​ເຮັດ​ໃຫ້​ຢູດາ​ແກ່​ໄຖ ແລະ​ເຮັດ​ໃຫ້​ອິດສະຣາເອນ​ແກ່​ຄາດ.


ເພາະ​ສະນັ້ນ ພວກເຈົ້າ​ຈະ​ຮັບໃຊ້​ເຫຼົ່າ​ສັດຕູ ທີ່​ພຣະເຈົ້າຢາເວ​ກຳລັງ​ນຳມາ​ຕໍ່ສູ້​ພວກເຈົ້າ. ພວກເຈົ້າ​ຈະ​ອຶດເຂົ້າ, ຫິວນໍ້າ, ເປືອຍຕົວ ແລະ​ບໍ່ມີ​ຫຍັງ​ຈັກ​ຢ່າງ. ພຣະອົງ ຈະ​ກົດຂີ່​ພວກເຈົ້າ​ຢ່າງ​ທາລຸນ ຈົນກວ່າ​ພວກເຈົ້າ​ຖືກ​ທຳລາຍ​ໄປ​ໝົດ​ສິ້ນ.


ແຕ່​ສຳລັບ​ພວກເຈົ້າ​ແລ້ວ ພວກເຈົ້າ​ເປັນ​ປະຊາຊົນ​ທີ່​ພຣະເຈົ້າຢາເວ​ໄດ້​ຊ່ວຍ​ກອບກູ້ ອອກ​ມາ​ຈາກ​ຂຸມ​ນະຣົກ​ຂອງ​ເອຢິບ. ພຣະອົງ​ໄດ້​ນຳ​ພວກເຈົ້າ​ອອກ​ມາ ເພື່ອ​ຫລໍ່ຫລອມ​ໃຫ້​ເປັນ​ໄພ່ພົນ​ຂອງ​ພຣະອົງ ເໝືອນ​ດັ່ງ​ທີ່​ພວກເຈົ້າ​ເປັນ​ຢູ່​ໃນວັນນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka