Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 28:13 - ພຣະຄຳພີສັກສິ

13 ໃຫ້​ໄປ​ກ່າວ​ແກ່​ຮານານີຢາ​ດັ່ງນີ້: “ພຣະເຈົ້າຢາເວ​ກ່າວ​ວ່າ ທ່ານ​ອາດ​ຫັກ​ແອກໄມ້​ໄດ້, ແຕ່​ພຣະອົງ ຈະ​ປ່ຽນ​ມັນ​ເປັນ​ແອກ​ເຫຼັກ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 28:13
10 Jak'a apnaqawi uñst'ayäwi  

ຈົ່ງ​ບອກ​ພວກເຂົາ​ວ່າ, ‘ພໍ່​ຂອງເຮົາ​ໄດ້​ວາງ​ພາລະໜັກ​ເທິງ​ພວກທ່ານ; ສ່ວນ​ເຮົາ​ຈະ​ວາງ​ພາລະ​ໜັກກວ່າ​ນັ້ນ​ອີກ. ເພິ່ນ​ຂ້ຽນ​ພວກທ່ານ​ດ້ວຍ​ໄມ້ແສ້​ທຳມະດາ; ແຕ່​ເຮົາ​ຈະ​ຂ້ຽນ​ພວກທ່ານ​ດ້ວຍ​ໄມ້ແສ້​ຕີ​ງົວ.”’


ພຣະອົງ​ມ້າງ​ປະຕູ​ເຮັດ​ດ້ວຍ​ທອງສຳຣິດ​ຢ່າງດີ ແລະ​ຫັກ​ທ່ອນເຫລັກ​ຈົນ​ໝຸ່ນ​ທະລາຍ​ໄປສິ້ນ.


ເພື່ອ​ເອົາ​ໂສ້​ລ່າມ​ບັນດາ​ກະສັດ​ຂອງ​ພວກເຂົາ ແລະ​ໃຊ້​ໂສ້​ເຫຼັກ​ຮັດ​ຜູ້ນຳ​ຂອງ​ພວກເຂົາ​ໄວ້


“ເຮົາ​ເອງ​ຈະ​ຕຽມ​ທາງ​ເດີນ​ໃຫ້​ເຈົ້າ​ໃດ ໂດຍ​ເຮັດ​ໃຫ້​ພູ ແລະ​ເນີນພູ​ຮາບພຽງ​ກັນ​ໄວ້. ເຮົາ​ຈະ​ພັງ​ປະຕູ​ທອງສຳຣິດ​ໃຫ້​ໝຸ່ນ​ທະລາຍ ທຸບ​ທ່ອນເຫລັກ​ໄລປະຕູ​ເມືອງ​ໃຫ້​ຫັກ​ໝົດສິ້ນ.


ພຣະເຈົ້າຢາເວ​ເອງ​ກ່າວ​ວ່າ​ພຣະອົງ​ບໍ່ໄດ້​ໃຊ້​ພວກເຂົາ​ມາ ແລະ​ກ່າວ​ວ່າ​ພວກເຂົາ​ກຳລັງ​ຕົວະ​ທ່ານ​ໂດຍ​ໃຊ້​ນາມ​ຂອງ​ພຣະອົງ. ເພາະສະນັ້ນ ພຣະອົງ​ຈຶ່ງ​ຈະ​ຂັບໄລ່​ທ່ານ​ໃຫ້​ອອກ​ໄປ ແລະ​ທ່ານ​ຈະ​ຖືກ​ຂ້າ ຄື​ທ່ານ​ກັບ​ບັນດາ​ຜູ້ທຳນວາຍ​ທີ່​ກຳລັງ​ເວົ້າ​ຄຳຕົວະ​ເຫຼົ່ານີ້.”


ພຣະເຈົ້າຢາເວ​ໄດ້ກ່າວ​ແກ່​ຂ້າພະເຈົ້າ​ວ່າ ໃຫ້​ເອົາ​ທ່ອນ​ໄມ້​ເຮັດ​ແອກ​ສຳລັບ​ຂ້າພະເຈົ້າ​ເອງ ໂດຍ​ໃຊ້​ໜັງ​ເປັນ​ສາຍພາຍ​ໃສ່​ເທິງ​ຄໍ​ຂອງ​ຂ້າພະເຈົ້າ.


ພຣະອົງ​ບັນທຶກ​ທຸກ​ການບາບ​ທີ່​ຂ້ອຍ​ໄດ້​ເຮັດ​ມາ ແລ້ວ​ກໍ​ມັດ​ທັງໝົດ​ລວມເຂົ້າ​ໃສ່​ກັນ​ໄວ້; ພຣະອົງ​ຫ້ອຍ​ບາບ​ເຫຼົ່ານັ້ນ​ໃສ່​ໄວ້​ເທິງ​ຄໍ ຂ້ອຍ​ຈຶ່ງ​ອ່ອນເພຍ​ເພາະ​ບາບກຳ​ນັ້ນ​ໜັກຫຼາຍ. ພຣະເຈົ້າຢາເວ​ມອບ​ຂ້ອຍ​ໃຫ້​ເຫຼົ່າ​ສັດຕູ ແລະ​ຂ້ອຍ​ກໍ​ບໍ່ມີ​ຜູ້ໃດ​ຊ່ວຍ​ຂ້ອຍ​ຕໍ່ສູ້​ພວກເຂົາ​ໄດ້.


ຜູ້ທຳນວາຍ​ຂອງ​ພວກເຈົ້າ​ບໍ່ມີ​ຫຍັງ​ກ່າວ​ຈາ ນອກຈາກ​ກ່າວ​ຄຳ​ຫລອກລວງ​ເທົ່ານັ້ນ; ພວກເຂົາ​ເທດສະໜາ​ຫລອກລວງ​ບອກ​ວ່າ, ການບາບ​ເຈົ້າ​ບໍ່ມີ ພວກເຂົາ​ໃຫ້​ເຈົ້າ​ຄິດວ່າ​ບໍ່​ຈຳເປັນ​ຕ້ອງ​ກັບໃຈໃໝ່.


ຄວາມມືດ​ຈະ​ເຂົ້າ​ປົກຄຸມ​ເມືອງ​ຕາປັນເຮັດ ເມື່ອ​ເຮົາ​ທັບມ້າງ​ອຳນາດ​ຂອງ​ປະເທດ​ເອຢິບ ແລະ​ເຮັດ​ໃຫ້​ກຳລັງ​ທີ່​ເອຢິບ​ໄດ້​ອວດອ້າງ​ຢ່າງ​ໜັກໜາ​ນັ້ນ​ສິ້ນສູນ​ໄປ. ເມກໝອກ​ຈະ​ປົກຄຸມ​ປະເທດ​ເອຢິບ ແລະ​ປະຊາຊົນ​ຕາມ​ເມືອງ​ທັງຫລາຍ​ກໍ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.


ເພາະ​ສະນັ້ນ ພວກເຈົ້າ​ຈະ​ຮັບໃຊ້​ເຫຼົ່າ​ສັດຕູ ທີ່​ພຣະເຈົ້າຢາເວ​ກຳລັງ​ນຳມາ​ຕໍ່ສູ້​ພວກເຈົ້າ. ພວກເຈົ້າ​ຈະ​ອຶດເຂົ້າ, ຫິວນໍ້າ, ເປືອຍຕົວ ແລະ​ບໍ່ມີ​ຫຍັງ​ຈັກ​ຢ່າງ. ພຣະອົງ ຈະ​ກົດຂີ່​ພວກເຈົ້າ​ຢ່າງ​ທາລຸນ ຈົນກວ່າ​ພວກເຈົ້າ​ຖືກ​ທຳລາຍ​ໄປ​ໝົດ​ສິ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka