Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 28:11 - ພຣະຄຳພີສັກສິ

11 ແລະ​ກ່າວ​ໂດຍ​ຊ້ອງໜ້າ​ປະຊາຊົນ​ທັງໝົດ​ວ່າ, “ພຣະເຈົ້າຢາເວ​ກ່າວ​ວ່າ ພຣະອົງ​ຈະ​ຫັກ​ແອກ​ຂອງ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ ທີ່​ວາງ​ເທິງ​ຄໍ​ຂອງ​ຊົນຊາດ​ທັງຫລາຍ​ນັ້ນ​ຢ່າງນີ້​ແຫຼະ; ແລະ​ພຣະອົງ​ຈະ​ກະທຳ​ການນີ້​ພາຍ​ໃນ​ສອງ​ປີ.” ແລ້ວ​ຂ້າພະເຈົ້າ​ກໍ​ຈາກ​ໄປ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 28:11
13 Jak'a apnaqawi uñst'ayäwi  

ແລ້ວ​ຜູ້ທຳນວາຍ​ຜູ້ເຖົ້າ​ຈາກ​ເບັດເອນ​ກໍ​ກ່າວ​ແກ່​ລາວ​ວ່າ, “ຂ້າພະເຈົ້າ​ເອງ​ກໍ​ເປັນ​ຜູ້ທຳນວາຍ​ເໝືອນກັບ​ທ່ານ ພຣະເຈົ້າຢາເວ​ສັ່ງ​ໃຫ້​ເທວະດາ​ຕົນ​ໜຶ່ງ​ມາ​ບອກ​ຂ້າພະເຈົ້າ​ໃຫ້​ພາ​ທ່ານ​ເມືອ​ເຮືອນ ເພື່ອ​ໃຫ້​ທ່ານ​ໄດ້​ກິນ​ແລະ​ດື່ມ,” ແຕ່​ຜູ້ທຳນວາຍ​ຜູ້ເຖົ້າ​ຄົນ​ນີ້​ເວົ້າ​ຕົວະ.


ດັ່ງນັ້ນ ກະສັດ​ອາຮາບ​ຈຶ່ງ​ເອີ້ນ​ບັນດາ​ຜູ້ທຳນວາຍ​ທັງໝົດ​ມາ ປະມານ​ສີ່ຮ້ອຍ​ຄົນ ແລະ​ຖາມ​ພວກເຂົາ​ວ່າ, “ຂ້າພະເຈົ້າ​ຄວນ​ຈະ​ໄປ​ໂຈມຕີ​ເອົາ​ເມືອງ​ຣາໂມດ​ຫລື​ບໍ່?” ພວກເຂົາ​ຕອບ​ວ່າ, “ໂຈມຕີ​ໂລດ ພຣະເຈົ້າຢາເວ​ຈະ​ໃຫ້​ທ່ານ​ໄຊຊະນະ.”


ເຊເດກີຢາ​ລູກຊາຍ​ຂອງ​ເຄນາອານາ​ເປັນ​ຜູ້ໜຶ່ງ​ໃນ​ພວກເຂົາ; ລາວ​ໄດ້​ໃຊ້​ເຫຼັກ​ເຮັດ​ເປັນ​ເຂົາ ແລະ​ບອກ​ກະສັດ​ອາຮາບ​ວ່າ, “ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ເຈົ້າ​ຈະ​ຕໍ່ສູ້​ຊາວ​ຊີເຣຍ​ດ້ວຍ​ສິ່ງ​ເຫຼົ່ານີ້ ແລະ​ພວກເຂົາ​ຈະ​ພ່າຍແພ້​ຢ່າງ​ສິ້ນເຊີງ.”


ໃຫ້​ຜີກ​ໜີ​ຈາກ​ຄົນ​ໂງ່ຈ້າ ເພາະວ່າ​ເຂົາ​ບໍ່ມີ​ຄວາມຮູ້​ສິດສອນ​ເຈົ້າ​ເລີຍ.


ແຕ່​ພຣະເຈົ້າຢາເວ​ໄດ້​ຕອບ​ຄືນ​ວ່າ, “ພວກ​ຜູ້ທຳນວາຍ​ກຳລັງ​ໃຊ້​ນາມ​ຂອງເຮົາ​ກ່າວ​ຖ້ອຍຄຳ​ບໍ່ຈິງ ເຮົາ​ບໍ່ໄດ້​ໃຊ້​ພວກເຂົາ​ໄປ ແລະ​ບໍ່ໄດ້​ສັ່ງ ຫລື​ເວົ້າ​ແມ່ນແຕ່​ຄຳດຽວ​ກັບ​ພວກເຂົາ. ນິມິດ​ທັງຫລາຍ​ທີ່​ພວກເຂົາ​ເວົ້າເຖິງ​ນັ້ນ​ບໍ່ໄດ້​ມາ​ຈາກ​ເຮົາ ການ​ທຳນວາຍ​ຂອງ​ພວກເຂົາ​ບໍ່ມີ​ປະໂຫຍດ ແລະ​ເປັນ​ສິ່ງ​ທີ່​ພວກເຂົາ​ຄິດຝັນ​ເອົາເອງ.


ສຳລັບ​ປະຊາຊົນ​ຜູ້​ທີ່​ບໍ່​ຍອມ​ຟັງ​ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ນັ້ນ ພວກເຂົາ​ຕ່າງ​ກໍ​ສືບຕໍ່​ບອກ​ວ່າ, ‘ພຣະເຈົ້າຢາເວ​ກ່າວ​ວ່າ ພວກເຈົ້າ​ຈະ​ຢູ່ເຢັນ​ເປັນສຸກ.’ ພວກເຂົາ​ບອກ​ທຸກຄົນ​ທີ່​ດື້ດ້ານ​ວ່າ, ‘ໄພພິບັດ​ຈະ​ບໍ່​ມາ​ຖືກ​ພວກເຈົ້າ​ຈັກເທື່ອ.”’


ແລ້ວ​ຂ້າພະເຈົ້າ​ກໍ​ບອກ​ເລື່ອງ​ນີ້​ແກ່​ຮານານີຢາ ໂດຍ​ກ່າວ​ຕື່ມ​ວ່າ, “ຈົ່ງ​ຟັງ​ໃຫ້​ດີ ຮານານີຢາ ພຣະເຈົ້າຢາເວ​ບໍ່ໄດ້​ໃຊ້​ເຈົ້າ​ມາ ແລະ​ເຈົ້າ​ກຳລັງ​ເຮັດ​ໃຫ້​ຄົນ​ເຫຼົ່ານີ້​ເຊື່ອ​ຄຳ​ຕົວະຍົວະ​ຂອງເຈົ້າ.


ພວກເຂົາ​ໃຊ້​ນາມ​ຂອງເຮົາ​ເວົ້າ​ຕົວະຍົວະ​ພວກເຈົ້າ ເຮົາ​ບໍ່ໄດ້​ໃຊ້​ພວກເຂົາ​ມາ.’ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ເຮົາ​ບອກ​ພວກເຂົາ​ດັ່ງນີ້: ນິມິດ​ຕ່າງໆ​ທີ່​ພວກເຈົ້າ​ເຫັນ​ນັ້ນ ແມ່ນ​ນິມິດ​ທີ່​ຈອມປອມ ແລະ​ຄຳ​ທີ່​ພວກເຈົ້າ​ທຳນວາຍ​ນັ້ນ​ກໍ​ບໍ່ຈິງ. ພວກເຈົ້າ​ເວົ້າ​ວ່າ ສິ່ງ​ນັ້ນ​ເປັນ​ຄຳເວົ້າ​ຂອງເຮົາ ແຕ່​ເຮົາ​ບໍ່ເຄີຍ​ໄດ້​ກ່າວ​ແກ່​ພວກເຈົ້າ​ເລີຍ.’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka