10 ແລ້ວຮານານີຢາກໍປົດເອົາແອກອອກຈາກຄໍຂອງຂ້າພະເຈົ້າ ແລ້ວຫັກແອກເປັນທ່ອນໆ
ຄົນໜຶ່ງໃນພວກເຂົາຊື່ວ່າ ເຊເດກີຢາລູກຊາຍຂອງເຄນາອານາໄດ້ເອົາເຫຼັກເຮັດເປັນເຂົາ ແລະບອກກະສັດອາຮາບວ່າ, “ອັນນີ້ແມ່ນສິ່ງທີ່ພຣະເຈົ້າຢາເວໄດ້ກ່າວ ດ້ວຍສິ່ງເຫຼົ່ານີ້ ເຈົ້າຈະຕໍ່ສູ້ກັບຊາວຊີເຣຍແລະພວກເຂົາຈະພ່າຍແພ້ຢ່າງສິ້ນເຊີງ.”
ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າວ່າ ໃຫ້ເອົາທ່ອນໄມ້ເຮັດແອກສຳລັບຂ້າພະເຈົ້າເອງ ໂດຍໃຊ້ໜັງເປັນສາຍພາຍໃສ່ເທິງຄໍຂອງຂ້າພະເຈົ້າ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນ ໄດ້ກ່າວດັ່ງນີ້: “ເຮົາໄດ້ທຳລາຍການຢູ່ໃຕ້ບັງຄັບຂອງກະສັດແຫ່ງບາບີໂລນ.
ເຮົາຈະນຳເຢໂຮຍອາກິນ ລູກຊາຍຂອງເຢໂຮຍອາກິມຜູ້ເປັນກະສັດແຫ່ງຢູດາຍ ທີ່ໄດ້ຖືກຈັບໄປບາບີໂລນພ້ອມກັບປະຊາຊົນຢູດາຍນັ້ນກັບຄືນມາຄືກັນ. ພຣະເຈົ້າຢາເວກ່າວວ່າ ເຮົາຈະທຳລາຍການຢູ່ໃຕ້ບັງຄັບຂອງກະສັດແຫ່ງບາບີໂລນ.”
ພວກຜູ້ທຳນວາຍທີ່ເຕືອນທ່ານວ່າ ກະສັດແຫ່ງບາບີໂລນຈະບໍ່ມາໂຈມຕີທ່ານ ຫລືອານາຈັກນີ້ ພາກັນໄປໃສໝົດແລ້ວ?
ຄວາມມືດຈະເຂົ້າປົກຄຸມເມືອງຕາປັນເຮັດ ເມື່ອເຮົາທັບມ້າງອຳນາດຂອງປະເທດເອຢິບ ແລະເຮັດໃຫ້ກຳລັງທີ່ເອຢິບໄດ້ອວດອ້າງຢ່າງໜັກໜານັ້ນສິ້ນສູນໄປ. ເມກໝອກຈະປົກຄຸມປະເທດເອຢິບ ແລະປະຊາຊົນຕາມເມືອງທັງຫລາຍກໍຈະຖືກຈັບໄປເປັນຊະເລີຍ.
ພຣະເຈົ້າຢາເວກ່າວວ່າ, “ພວກເຈົ້າໄດ້ເວົ້າໃສ່ຮ້າຍເຮົາ ແຕ່ພວກເຈົ້າຊໍ້າຖາມວ່າ, ‘ພວກຂ້ານ້ອຍໄດ້ເວົ້າໃສ່ຮ້າຍຫຍັງແດ່ແກ່ພຣະອົງ?’