Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 28:1 - ພຣະຄຳພີສັກສິ

1 ໃນ​ປີ​ດຽວກັນ​ນັ້ນ ຄື​ໃນ​ເດືອນ​ທີ​ຫ້າ​ຂອງ​ຣາຊການ​ປີ​ທີ​ສີ່​ຂອງ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ ຜູ້ທຳນວາຍ​ຮານານີຢາ​ລູກຊາຍ​ຂອງ​ອັດຊູຣະ ຊາວ​ເມືອງ​ກີເບໂອນ ໄດ້​ເວົ້າ​ຕໍ່​ຂ້າພະເຈົ້າ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ. ຢູ່​ຊ້ອງໜ້າ​ຂອງ​ພວກ​ປະໂຣຫິດ ແລະ​ປະຊາຊົນ​ໃນ​ທີ່ນັ້ນ ລາວ​ໄດ້​ເວົ້າ​ຕໍ່​ຂ້າພະເຈົ້າ​ວ່າ,

Uka jalj uñjjattʼäta Copia luraña




ເຢເຣມີຢາ 28:1
22 Jak'a apnaqawi uñst'ayäwi  

ໃນຄັ້ງໜຶ່ງ ກະສັດ​ໂຊໂລໂມນ​ໄດ້​ໄປ​ທີ່​ເມືອງ​ກີເບໂອນ​ເພື່ອ​ຖວາຍ​ເຄື່ອງ​ບູຊາ ເພາະ​ແທ່ນບູຊາ​ໃນ​ເມືອງ​ນີ້​ມີ​ຊື່ສຽງ​ສຳຄັນ​ຫລາຍ. ໃນ​ເວລາ​ຜ່ານ​ມາ ເພິ່ນ​ເຄີຍ​ຖວາຍ​ເຄື່ອງ​ເຜົາບູຊາ​ໃນ​ບ່ອນ​ນີ້​ເປັນ​ພັນໆ​ເທື່ອ​ແລ້ວ.


ເຈົ້າ​ເຊເດກີຢາ​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ ເມື່ອ​ເພິ່ນ​ອາຍຸ​ໄດ້​ຊາວເອັດ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສິບເອັດ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ຮາມູຕານ ລູກສາວ​ຂອງ​ເຢເຣມີຢາ​ຊາວ​ເມືອງ​ລິບນາ.


ເຈົ້າ​ເຊເດກີຢາ​ເພິ່ນ​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ເມື່ອ​ເພິ່ນ​ອາຍຸ​ຊາວເອັດ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສິບເອັດ​ປີ.


ຫົວ​ແມ່ນ​ຜູ້​ອາວຸໂສ​ກັບ​ຄົນ​ທີ່​ມີ​ກຽດ ສ່ວນ​ຫາງ​ນັ້ນ​ແມ່ນ​ພວກ​ຜູ້ທຳນວາຍ​ທີ່​ສັ່ງສອນ​ເລື່ອງ​ບໍ່ຈິງ.


ຜູ້ທຳນວາຍ​ທີ່​ໄດ້​ຝັນ​ກໍ​ຄວນ​ກ່າວ​ວ່າ ເປັນ​ແຕ່​ຄວາມຝັນ​ເທົ່ານັ້ນ; ແຕ່​ຜູ້ທຳນວາຍ​ທີ່​ໄດ້ຍິນ​ຖ້ອຍຄຳ​ຂອງເຮົາ ກໍ​ຕ້ອງ​ປະກາດ​ຖ້ອຍຄຳ​ນັ້ນ​ຢ່າງ​ສັດຊື່. ເຟືອງເຂົ້າ​ຈະ​ປຽບ​ກັບ​ເຂົ້າ​ໄດ້​ບໍ?” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.


ຕໍ່ມາ​ບໍ່ເຫີງ​ປານໃດ ຫລັງຈາກ​ທີ່​ເຈົ້າ​ເຊເດກີຢາ​ລູກຊາຍ​ຂອງ​ເຈົ້າ​ໂຢສີຢາ ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ ພຣະເຈົ້າຢາເວ​ໄດ້​ໃຫ້​ຖ້ອຍຄຳ​ມາເຖິງ​ຂ້າພະເຈົ້າ.


ຂ້າພະເຈົ້າ​ໄດ້​ກ່າວ​ຢ່າງ​ດຽວກັນ​ແກ່​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ​ວ່າ, “ຈົ່ງ​ຍອມ​ຢູ່​ໃຕ້​ບັງຄັບ​ຂອງ​ກະສັດ​ແຫ່ງ​ບາບີໂລນ. ຈົ່ງ​ຮັບໃຊ້​ເພິ່ນ​ແລະ​ປະຊາຊົນ​ຂອງ​ເພິ່ນ​ແລະ​ທ່ານ​ກໍ​ຈະ​ມີ​ຊີວິດ​ຢູ່.


ແລ້ວ​ພຣະອົງ​ກໍໄດ້​ບອກ​ຂ້າພະເຈົ້າ​ສົ່ງ​ຂ່າວສານ ໄປ​ເຖິງ​ບັນດາ​ກະສັດ​ແຫ່ງ​ເອໂດມ, ໂມອາບ, ອຳໂມນ, ຕີເຣ ແລະ​ຊີໂດນ; ໂດຍ​ຜ່ານ​ທາງ​ບັນດາ​ຕົວແທນ​ຂອງ​ພວກເຂົາ ທີ່​ໄດ້​ມາ​ນະຄອນ​ເຢຣູຊາເລັມ​ເພື່ອ​ພົບ​ເຈົ້າ​ເຊເດກີຢາ.


ແລະ​ກ່າວ​ໂດຍ​ຊ້ອງໜ້າ​ປະຊາຊົນ​ທັງໝົດ​ວ່າ, “ພຣະເຈົ້າຢາເວ​ກ່າວ​ວ່າ ພຣະອົງ​ຈະ​ຫັກ​ແອກ​ຂອງ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ ທີ່​ວາງ​ເທິງ​ຄໍ​ຂອງ​ຊົນຊາດ​ທັງຫລາຍ​ນັ້ນ​ຢ່າງນີ້​ແຫຼະ; ແລະ​ພຣະອົງ​ຈະ​ກະທຳ​ການນີ້​ພາຍ​ໃນ​ສອງ​ປີ.” ແລ້ວ​ຂ້າພະເຈົ້າ​ກໍ​ຈາກ​ໄປ.


ແລ້ວ​ຮານານີຢາ​ກໍ​ຕາຍ​ໃນ​ເດືອນ​ທີ​ເຈັດ​ຂອງ​ປີ​ດຽວກັນ​ນັ້ນ.


ແລ້ວ​ໂດຍ​ຊ້ອງໜ້າ​ຂອງ​ບັນດາ​ປະໂຣຫິດ​ແລະ​ປະຊາຊົນ​ທັງໝົດ ທີ່​ກຳລັງ​ຢືນ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ນັ້ນ ຂ້າພະເຈົ້າ​ກໍ​ກ່າວ​ຕໍ່​ຮານານີຢາ​ວ່າ,


ພວກເຈົ້າ​ອາດ​ຈະ​ເວົ້າ​ວ່າ ‘ພຣະເຈົ້າຢາເວ​ໄດ້​ໃຫ້​ຜູ້ທຳນວາຍ​ແກ່​ພວກເຮົາ​ທີ່​ບາບີໂລນ​ແລ້ວ.’


ລາວ​ຈຶ່ງ​ໄປ​ຣາຊວັງ​ທີ່​ຫ້ອງ​ເລຂາທິການ​ປະຈຳ​ວັງ ບ່ອນ​ທີ່​ຂ້າຣາຊການ​ທັງໝົດ​ກຳລັງ​ປະຊຸມ​ກັນ​ຢູ່. ເອລີຊາມາ ຜູ້​ທີ່​ເປັນ​ເລຂາທິການ, ເດລາອີຢາ ລູກຊາຍ​ຂອງ​ເຊມາອີຢາ, ເອນນາທານ​ລູກຊາຍ​ຂອງ​ອັກໂບ, ເກມາຣິຢາ ລູກຊາຍ​ຂອງ​ຊາຟານ, ເຊເດກີຢາ​ລູກຊາຍ​ຂອງ​ຮານານີຢາ ແລະ​ບັນດາ​ເຈົ້ານາຍ​ອື່ນໆ​ກໍ​ຢູ່​ທີ່​ນັ້ນ​ດ້ວຍ.


ແຕ່​ເມື່ອ​ຂ້າພະເຈົ້າ​ມາຮອດ​ປະຕູ​ເບັນຢາມິນ ກໍ​ມີ​ນາຍ​ທະຫານ​ຮັບຜິດຊອບ​ການ​ເຝົ້າຍາມ​ຄົນ​ໜຶ່ງ​ຊື່​ວ່າ​ອີຣີຢາ​ລູກຊາຍ​ຂອງ​ເຊເລມີຢາ ແລະ​ຫລານຊາຍ​ຂອງ​ຮານານີຢາ ຢັບຢັ້ງ​ຂ້າພະເຈົ້າ​ໄວ້ ແລະ​ກ່າວ​ວ່າ, “ເຈົ້າ​ກຳລັງ​ຈະ​ໜີໄປ​ຫາ​ພວກ​ບາບີໂລນ.”


ພວກ​ຜູ້ທຳນວາຍ​ທີ່​ເຕືອນ​ທ່ານ​ວ່າ ກະສັດ​ແຫ່ງ​ບາບີໂລນ​ຈະ​ບໍ່​ມາ​ໂຈມຕີ​ທ່ານ ຫລື​ອານາຈັກ​ນີ້ ພາກັນ​ໄປ​ໃສ​ໝົດ​ແລ້ວ?


ຫລັງຈາກ​ທີ່​ເຈົ້າ​ເຊເດກີຢາ​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ແລ້ວ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່ຽວກັບ​ດິນແດນ​ເອລາມ.


ຜູ້ຮັບໃຊ້​ສ່ວນຕົວ​ຂອງ​ກະສັດ​ເຊເດກີຢາ​ແມ່ນ​ເສຣາອີຢາ​ລູກຊາຍ​ຂອງ​ເນຣິຢາ​ແລະ​ຫລານຊາຍ​ຂອງ​ມາຮະເຊຢາ. ໃນ​ຣາຊການ​ປີ​ທີ​ສີ່​ຂອງ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ ເສຣາອີຢາ​ໄດ້​ໄປ​ທີ່​ບາບີໂລນ​ກັບ​ເພິ່ນ ແລະ​ຂ້າພະເຈົ້າ​ກໍໄດ້​ໃຫ້​ຄຳແນະນຳ​ລາວ​ບາງ​ຢ່າງ.


ນິມິດ​ຂອງ​ພວກເຂົາ​ຈອມປອມ ແລະ​ຄຳທຳນວາຍ​ຂອງ​ພວກເຂົາ​ກໍ​ບໍ່ຈິງ. ພວກເຂົາ​ອ້າງ​ວ່າ​ພວກເຂົາ​ກຳລັງ​ເວົ້າ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ແຕ່​ພຣະເຈົ້າຢາເວ​ບໍ່ໄດ້​ໃຊ້​ພວກເຂົາ​ໃຫ້​ເວົ້າ. ແຕ່​ປານນັ້ນ ພວກເຂົາ​ກໍ​ຍັງ​ຫວັງ​ໃຫ້​ຄຳເວົ້າ​ຂອງ​ພວກເຂົາ​ກາຍເປັນຈິງ.


“ປະຊາຊົນ​ຫລອກລວງ​ກະສັດ​ແລະ​ຂ້າຣາຊການ​ຂອງ​ເພິ່ນ ໂດຍ​ອຸບາຍ​ຊົ່ວ​ຂອງ​ພວກເຂົາ.


ໃນ​ມື້​ທີ່​ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້ ພວກ​ອິດສະຣາເອນ​ຊະນະ​ພວກອາໂມ​ນັ້ນ ໂຢຊວຍ​ໄດ້​ກ່າວ​ຕໍ່​ພຣະເຈົ້າຢາເວ​ຕໍ່ໜ້າ​ຊາວ​ອິດສະຣາເອນ​ວ່າ, “ດວງອາທິດ​ເອີຍ ຈົ່ງ​ຢຸດ​ຢູ່​ທີ່​ເມືອງ​ກີເບໂອນ​ສາ ດວງເດືອນ​ເອີຍ ຈົ່ງ​ຢຸດ​ຢູ່​ເທິງ​ຮ່ອມພູ​ໄອຢາໂລນ​ເຖີດ.”


ເມື່ອ​ຊາວ​ກີເບໂອນ​ຜູ້​ທີ່​ເປັນ​ຄົນ​ຮີວີ​ໄດ້ຍິນ​ເຖິງ​ເລື່ອງ ຊຶ່ງ​ໂຢຊວຍ​ໄດ້​ເຮັດ​ຕໍ່​ເມືອງ​ເຢຣິໂກ​ແລະ​ເມືອງ​ອາອີ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka