Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 27:9 - ພຣະຄຳພີສັກສິ

9 ຢ່າ​ສູ່​ຟັງ​ພວກ​ຜູ້ທຳນວາຍ​ຂອງ​ພວກເຈົ້າ ຫລື​ຜູ້ໃດ​ຜູ້ໜຶ່ງ​ທີ່​ອ້າງ​ຕົນເອງ​ວ່າ​ລາວ​ທຳນວາຍ​ອະນາຄົດ​ໄດ້ ບໍ່​ວ່າ​ຈະ​ແມ່ນ​ໂດຍ​ທາງ​ຄວາມຝັນ ຫລື​ໂດຍ​ທາງ​ເອີ້ນ​ວິນຍານ​ຂອງ​ຄົນຕາຍ​ມາ​ສອບຖາມ ຫລື​ໂດຍ​ທາງ​ເວດມົນ​ກໍຕາມ. ພວກເຂົາ​ທັງໝົດ​ບອກ​ພວກເຈົ້າ​ບໍ່​ໃຫ້​ຍອມ​ຮັບໃຊ້​ກະສັດ​ແຫ່ງ​ບາບີໂລນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 27:9
26 Jak'a apnaqawi uñst'ayäwi  

ຢ່າ​ໄວ້​ຊີວິດ​ຍິງ​ທີ່​ໃຊ້​ເວດມົນ​ຄາຖາ.


ຝ່າຍ​ກະສັດ​ຟາໂຣ​ກໍ​ເອີ້ນ​ບັນດາ​ນັກປາດ ແລະ​ບັນດາ​ໝໍມົນ​ຂອງຕົນ​ມາ ເພື່ອ​ໃຫ້​ພວກເຂົາ​ໃຊ້​ກົນ​ເຮັດ​ແບບ​ດຽວກັນ.


ຄົນ​ທີ່​ເຊົາ​ຮຽນຮູ້​ກໍ​ຈະ​ລະເລີຍ​ຕໍ່​ສິ່ງ​ທີ່​ຕົນ​ໄດ້​ຮຽນຮູ້​ມາ.


ແຕ່​ພວກເຂົາ​ຈະ​ບອກ​ພວກເຈົ້າ​ວ່າ, “ໃຫ້​ຖາມ​ເອົາຄວາມ​ນຳ​ພວກ​ໝໍ​ມໍ ແລະ​ພວກ​ໝໍ​ຜີ​ຜູ້​ທີ່​ເວົ້າ​ພຶມພໍ່າ​ຢູ່​ໃນ​ລຳຄໍ.” ບໍ່ຄວນ​ບໍ​ທີ່​ປະຊາຊົນ​ຈະ​ຕ້ອງ​ຖາມ​ເອົາຄວາມ​ນຳ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ຄວນ​ຢູ່​ບໍ​ທີ່​ຈະ​ໄປ​ຖາມ​ເອົາຄວາມ​ນຳ​ຄົນຕາຍ​ເພື່ອ​ຄົນ​ເປັນ.


ແຕ່​ພຣະເຈົ້າຢາເວ​ໄດ້​ຕອບ​ຄືນ​ວ່າ, “ພວກ​ຜູ້ທຳນວາຍ​ກຳລັງ​ໃຊ້​ນາມ​ຂອງເຮົາ​ກ່າວ​ຖ້ອຍຄຳ​ບໍ່ຈິງ ເຮົາ​ບໍ່ໄດ້​ໃຊ້​ພວກເຂົາ​ໄປ ແລະ​ບໍ່ໄດ້​ສັ່ງ ຫລື​ເວົ້າ​ແມ່ນແຕ່​ຄຳດຽວ​ກັບ​ພວກເຂົາ. ນິມິດ​ທັງຫລາຍ​ທີ່​ພວກເຂົາ​ເວົ້າເຖິງ​ນັ້ນ​ບໍ່ໄດ້​ມາ​ຈາກ​ເຮົາ ການ​ທຳນວາຍ​ຂອງ​ພວກເຂົາ​ບໍ່ມີ​ປະໂຫຍດ ແລະ​ເປັນ​ສິ່ງ​ທີ່​ພວກເຂົາ​ຄິດຝັນ​ເອົາເອງ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ກ່າວ​ແກ່​ຊາວ​ນະຄອນ​ເຢຣູຊາເລັມ​ວ່າ, “ຢ່າ​ສູ່ຟັງ​ສິ່ງ​ທີ່​ພວກ​ຜູ້ທຳນວາຍ​ເວົ້າ; ພວກເຂົາ​ໃຫ້​ພວກເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມຫວັງ​ທີ່​ຈອມປອມ. ພວກເຂົາ​ບອກ​ພວກເຈົ້າ​ໃນ​ສິ່ງ​ທີ່​ພວກເຂົາ​ໄດ້​ປັ້ນແຕ່ງ​ຂຶ້ນມາເອງ ແຕ່​ບໍ່ແມ່ນ​ຈາກ​ປາກ​ຂອງ​ພຣະເຈົ້າຢາເວ.


“ເຮົາ​ຮູ້​ສິ່ງ​ທີ່​ຜູ້ທຳນວາຍ​ເຫຼົ່ານັ້ນ​ໄດ້​ເວົ້າ​ຕົວະ​ໃນ​ນາມ​ຂອງເຮົາ; ແລະ​ອ້າງ​ວ່າ​ເຮົາ​ໄດ້​ມອບ​ຖ້ອຍຄຳ​ຂອງເຮົາ​ໃຫ້​ພວກເຂົາ​ທາງ​ຄວາມຝັນ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ຈົ່ງ​ຮັບ​ຟັງ​ສິ່ງ​ທີ່​ເຮົາ​ກ່າວ ເຮົາ​ຕໍ່ສູ້​ຜູ້ທຳນວາຍ​ທັງຫລາຍ​ຜູ້​ທີ່​ເລົ່າ​ຄວາມຝັນ​ຕ່າງໆ​ຂອງຕົນ ຊຶ່ງ​ເຕັມ​ໄປ​ດ້ວຍ​ຄຳ​ຕົວະຍົວະ. ພວກເຂົາ​ເລົ່າ​ຄວາມຝັນ​ນັ້ນ ແລະ​ນຳ​ປະຊາຊົນ​ຂອງເຮົາ​ໃຫ້​ຫລົງ​ຜິດໄປ ດ້ວຍ​ຄຳ​ຕົວະຍົວະ ແລະ​ຄຳ​ໂອ້ອວດ​ຂອງ​ພວກເຂົາ. ເຮົາ​ບໍ່ໄດ້​ໃຊ້ ຫລື​ສັ່ງ​ພວກເຂົາ​ໄປ ແລະ​ພວກເຂົາ​ກໍ​ບໍ່ໄດ້​ຊ່ວຍເຫລືອ​ປະຊາຊົນ​ຫຍັງ​ເລີຍ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ເຕືອນ​ພວກເຈົ້າ​ວ່າ, ‘ຢ່າ​ຍອມ​ໃຫ້​ພວກ​ຜູ້ທຳນວາຍ​ທີ່​ຢູ່​ທ່າມກາງ​ພວກເຈົ້າ ຫລື​ພວກ​ອື່ນໆ​ທີ່​ອ້າງ​ຕົນ​ວ່າ​ເປັນ​ຜູ້ທຳນວາຍ​ອະນາຄົດ​ລໍ້ລວງ​ພວກເຈົ້າ. ຢ່າ​ໄດ້​ສົນໃຈ​ນຳ​ຄວາມຝັນ​ໃດໆ​ຂອງ​ພວກເຂົາ.


ນິມິດ​ຕ່າງໆ​ທີ່​ພວກເຈົ້າ​ໄດ້​ເຫັນ​ນັ້ນ​ຈອມປອມ ແລະ​ຄຳທຳນວາຍ​ທີ່​ພວກເຈົ້າ​ເວົ້າ​ກໍ​ບໍ່ຈິງ. ພວກເຈົ້າ​ຊົ່ວຊ້າ​ແລະ​ອະທຳ ແລະ​ວັນ​ຂອງ​ພວກເຈົ້າ​ກຳລັງ​ມາ ຄື​ວັນ​ແຫ່ງ​ການລົງໂທດ​ຄັ້ງ​ສຸດທ້າຍ​ຂອງ​ພວກເຈົ້າ. ດາບ​ກຳລັງ​ຈະ​ຟັນ​ຄໍ​ພວກເຈົ້າ​ຢູ່​ແລ້ວ.


ແລ້ວ​ພວກ​ໝໍ​ທັງໝົດ​ຄື: ໝໍມໍ, ໝໍມົນ, ໝໍຜີ ແລະ​ໝໍໂຫນ ກໍໄດ້​ເຂົ້າ​ມາ​ພົບ​ເຮົາ; ເຮົາ​ໄດ້​ເລົ່າ​ຄວາມຝັນ​ໃຫ້​ພວກເຂົາ​ຮູ້, ແຕ່​ພວກເຂົາ​ບໍ່​ສາມາດ​ແກ້​ໄດ້.


ຜູ້ໃດ​ທີ່​ກ່າວ​ລ່ວງໜ້າ​ເຖິງ​ອະນາຄົດ ຜູ້ນັ້ນ​ກໍ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ ເພາະ​ຄວາມ​ຫລົ້ມເຫລວ​ຂອງຕົນ. ທຸກຄົນ​ໃນ​ພວກເຂົາ​ຈະ​ເສຍກຽດ ເພາະ​ພຣະເຈົ້າ​ບໍ່​ຕອບ​ພວກເຂົາ.”


ປະຊາຊົນ​ປຶກສາ​ກັບ​ບັນດາ​ຮູບເຄົາຣົບ ແລະ​ໝໍດູ​ໝໍມໍ ແຕ່​ພວກມັນ​ໃຫ້​ຄຳຕອບ​ທີ່​ຕົວະ ແລະ​ຫລອກລວງ. ບາງຄົນ​ກໍ​ແກ້​ຄວາມຝັນ ແຕ່​ເປັນ​ຄຳຫລອກລວງ​ພວກເຈົ້າ​ເທົ່ານັ້ນ; ຄຳ​ເລົ້າໂລມ​ທີ່​ພວກມັນ​ໃຫ້​ພວກເຈົ້າ​ນັ້ນ​ບໍ່ມີ​ປະໂຫຍດ. ເພາະສະນັ້ນ ປະຊາຊົນ​ຈຶ່ງ​ຊັດເຊ​ພະເນຈອນ​ໄປ​ດັ່ງ​ຝູງແກະ. ພວກເຂົາ​ຕົກ​ຢູ່​ໃນ​ຄວາມ​ເດືອດຮ້ອນ​ຍ້ອນ​ບໍ່ມີ​ຜູ້​ນຳພາ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເຮົາ​ຈະ​ມາ​ປາກົດ​ຢູ່​ທ່າມກາງ​ພວກເຈົ້າ​ເພື່ອ​ຕັດສິນ ແລະ​ເຮົາ​ຈະ​ເປັນ​ພະຍານ​ຕໍ່ສູ້​ພວກ​ທີ່​ລົງມື​ຝຶກ​ເວດມົນ​ຄາຖາ, ຕໍ່ສູ້​ພວກ​ທີ່​ຫລິ້ນຊູ້​ສູ່ຜົວເມຍ, ຕໍ່ສູ້​ພວກ​ທີ່​ເປັນ​ພະຍານ​ບໍ່ຈິງ, ຕໍ່ສູ້​ພວກ​ທີ່​ສໍ້ໂກງ​ຄ່າ​ແຮງງານ​ຂອງ​ລູກຈ້າງ, ຕໍ່ສູ້​ພວກ​ທີ່​ເອົາປຽບ​ແມ່ໝ້າຍ, ເດັກ​ກຳພ້າ ແລະ​ຄົນຕ່າງດ້າວ ຄື​ຕໍ່ສູ້​ທຸກຄົນ​ທີ່​ບໍ່​ຢຳເກງ​ເຮົາ.”


ດ້ວຍ​ເວດມົນ​ຄາຖາ ທີ່​ລາວ​ໄດ້​ເຮັດ​ໃຫ້​ຄົນ​ງຶດງໍ້​ອັດສະຈັນ​ໃຈ​ແຕ່​ດົນນານ​ແລ້ວ​ນັ້ນ ຈຶ່ງ​ດຶງດູດ​ຄົນ​ທັງຫລາຍ​ໃຫ້​ສົນໃຈ​ໃນ​ຕົວ​ລາວ.


ຢ່າ​ໃຫ້​ຜູ້ໃດ​ຫລອກລວງ​ພວກເຈົ້າ​ດ້ວຍ​ຄຳ​ເວົ້າ​ອັນ​ໄຮ້​ປະໂຫຍດ ເພາະ​ຄວາມຜິດ​ໃນ​ສິ່ງ​ເຫຼົ່ານີ້​ແຫຼະ ທີ່​ພຣະເຈົ້າ​ຊົງ​ຄຽດຮ້າຍ​ຄົນ​ທີ່​ບໍ່​ເຊື່ອຟັງ​ພຣະອົງ.


ເພື່ອ​ຊັກຊວນ​ພວກເຈົ້າ​ໄປ​ຂາບໄຫວ້ ແລະ​ຮັບໃຊ້​ບັນດາ​ພະ​ທີ່​ພວກເຈົ້າ​ບໍ່ເຄີຍ​ເຮັດ​ມາ​ກ່ອນ. ເຖິງ​ວ່າ​ສິ່ງ​ທີ່​ພວກເຂົາ​ໄດ້​ສັນຍາ​ໄວ້​ນັ້ນ​ຈະ​ເປັນ​ຄວາມຈິງ​ກໍຕາມ,


ແລ້ວ​ໂມເຊ​ກໍ​ກ່າວ​ວ່າ, “ໃນ​ດິນແດນ​ທີ່​ພວກເຈົ້າ​ຈະ​ເຂົ້າ​ໄປ​ຢຶດຄອງ​ນັ້ນ ປະຊາຊົນ​ເຊື່ອ​ໝໍ​ດູ ໝໍ​ມໍ​ແລະ​ສ່ຽງໂຊກ, ແຕ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ບໍ່​ໃຫ້​ພວກເຈົ້າ​ປະຕິບັດ​ເຊັ່ນນັ້ນ.


ໃນ​ຈຳນວນ​ຄົນ​ທີ່​ພວກ​ອິດສະຣາເອນ​ໄດ້​ຂ້າ​ນັ້ນ​ມີ​ໝໍມໍ​ບາລາອາມ ລູກຊາຍ​ຂອງ​ເບອໍ​ຮ່ວມ​ຢູ່​ດ້ວຍ.


ຈະ​ບໍ່ມີ​ແສງ​ໂຄມ​ສ່ອງ​ສະຫວ່າງ​ໃນ​ເຈົ້າ​ຕໍ່ໄປ​ອີກ, ຈະ​ບໍ່ມີ​ຜູ້ໃດ​ໄດ້ຍິນ​ສຽງ​ເຈົ້າບ່າວ ເຈົ້າສາວ​ໃນ​ເຈົ້າ​ຕໍ່ໄປ​ອີກ​ຈັກເທື່ອ, ເພາະວ່າ​ບັນດາ​ພໍ່ຄ້າ​ຂອງ​ເຈົ້າ ໄດ້​ເປັນ​ເຈົ້ານາຍ​ແຫ່ງ​ແຜ່ນດິນ​ໂລກ ແລະ​ບັນດາ​ປະຊາຊາດ​ໄດ້​ຖືກ​ຫລອກລວງ ດ້ວຍ​ເວດມົນ​ຄາຖາ​ຂອງ​ເຈົ້າ.


ສ່ວນ​ຄົນ​ຂີ້ຢ້ານ, ຄົນ​ທໍລະຍົດ, ຄົນ​ປະພຶດ​ໃນ​ສິ່ງ​ທີ່​ໜ້າກຽດ​ໜ້າຊັງ, ຜູ້ຂ້າຄົນ, ຄົນ​ປະພຶດ​ຜິດ​ສິນທຳ​ທາງ​ເພດ, ຄົນ​ໃຊ້​ເວດມົນ​ຄາຖາ, ຄົນ​ຂາບໄຫວ້​ຮູບເຄົາຣົບ ແລະ​ຄົນ​ຂີ້ຕົວະ​ທຸກຄົນ​ນັ້ນ ມໍຣະດົກ​ຂອງ​ຄົນ​ເຫຼົ່ານັ້ນ ແມ່ນ​ບຶງໄຟ​ທີ່​ໄໝ້​ຢູ່​ປົນ​ກັບ​ມາດ ຊຶ່ງ​ເປັນ​ຄວາມຕາຍ​ຄັ້ງ​ທີ​ສອງ.”


ສ່ວນ​ຝູງ​ໝາ​ກັບ​ຄົນ​ໃຊ້​ເວດມົນ​ຄາຖາ, ຄົນ​ລ່ວງ​ຜິດ​ສິນທຳ​ທາງ​ເພດ, ຄົນ​ຄາດຕະກອນ, ຄົນ​ຂາບໄຫວ້​ຮູບເຄົາຣົບ ແລະ​ຄົນ​ຂີ້ຕົວະ​ຈະ​ຢູ່​ພາຍ​ນອກ.


ພວກເຂົາ​ບໍ່ໄດ້​ກັບໃຈ​ເສຍ​ໃໝ່ ຈາກ​ການ​ຂ້າ​ຟັນ​ກັນ ການ​ເຊື່ອ​ເວດມົນ​ຄາຖາ, ການ​ຜິດ​ສິນທຳ​ທາງ​ເພດ ແລະ​ການ​ລັກ​ຂອງ​ພວກຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka