Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 27:7 - ພຣະຄຳພີສັກສິ

7 ຊົນຊາດ​ທັງໝົດ​ຈະ​ຮັບໃຊ້​ລາວ ແລະ​ພວກເຂົາ​ຈະ​ຮັບໃຊ້​ລູກຫລານ​ຂອງ​ລາວ​ດ້ວຍ ຈົນກວ່າ​ເຖິງ​ກຳນົດ​ທີ່​ຊົນຊາດ​ຂອງ​ລາວ​ເອງ​ຫຼົ້ມຈົມ​ໄປ. ແລ້ວ​ຊົນຊາດ​ຂອງ​ລາວ​ກໍ​ຈະ​ຮັບໃຊ້​ຊົນຊາດ​ທັງຫລາຍ ທີ່​ມີ​ອຳນາດ​ແລະ​ບັນດາ​ກະສັດ​ທີ່​ຍິ່ງໃຫຍ່.

Uka jalj uñjjattʼäta Copia luraña




ເຢເຣມີຢາ 27:7
29 Jak'a apnaqawi uñst'ayäwi  

ແຕ່​ພຣະເຈົ້າຢາເວ​ຫົວຂວັນ​ໃສ່​ຄົນຊົ່ວຮ້າຍ​ທັງຫລາຍ ເພາະ​ພຣະອົງ​ຮູ້ວ່າ​ໃນ​ບໍ່ດົນ​ພວກເຂົາ​ຈະ​ຖືກ​ທຳລາຍ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ນະຄອນ​ບາບີໂລນ ທີ່​ເອຊາຢາ​ລູກຊາຍ​ຂອງ​ອາໂມດ​ໄດ້​ຮັບ​ຈາກ​ພຣະເຈົ້າ.


ໃນ​ທັນໃດນັ້ນ ກໍ​ມີ​ຄົນ​ມາ ຄົນ​ຂີ່​ມ້າ​ຄຽງຄູ່​ກັນ​ມາ. ຄົນເຝົ້າຍາມ​ສົ່ງ​ຂ່າວ​ໃຫ້​ຮູ້​ວ່າ, “ນະຄອນ​ບາບີໂລນ​ແຕກ​ແລ້ວ ຮູບເຄົາຣົບ​ທັງໝົດ​ທີ່​ພວກເຂົາ​ຂາບໄຫວ້​ນັ້ນ​ກໍ​ແຕກ​ເປັນ​ປ່ຽງໆ ຢາຍ​ເດຍລະດາດ​ຢູ່​ຕາມ​ໜ້າດິນ.”


ສິ່ງ​ເຫຼົ່ານັ້ນ​ຈະ​ຖືກ​ຂົນ​ໄປ​ບາບີໂລນ ແລະ​ຈະ​ຢູ່​ທີ່​ນັ້ນ ຈົນກວ່າ​ເຮົາ​ຫັນ​ມາ​ສົນໃຈ​ມັນ​ອີກ. ແລ້ວ​ເຮົາ​ກໍ​ຈະ​ນຳ​ຊັບສົມບັດ​ເຫຼົ່ານັ້ນ​ຄືນ​ມາ ແລະ​ສ້າງ​ພວກມັນ​ຂຶ້ນ​ໃໝ່​ໃນ​ບ່ອນ​ນີ້. ເຮົາ​ຄື​ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.”


ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ ເມື່ອ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ກັບ​ກອງທັບ​ຂອງ​ເພິ່ນ ໂດຍ​ໄດ້​ຮັບ​ການສະໜັບ​ສະໜູນ​ຈາກ​ກຳລັງ​ທະຫານ​ຂອງ​ຊົນຊາດ​ທັງໝົດ​ທີ່​ຂຶ້ນ​ກັບ​ເພິ່ນ ກຳລັງ​ໂຈມຕີ​ນະຄອນ​ເຢຣູຊາເລັມ ແລະ​ເມືອງ​ທັງຫລາຍ​ທີ່​ໃກ້ຄຽງ.


ພຣະເຈົ້າຢາເວ​ກ່າວວ່າ, ‘ເຮົາ​ຈະ​ມອບ​ກະສັດ​ຟາໂຣ​ໂຮຟະຣາ​ແຫ່ງ​ເອຢິບ ໃຫ້​ແກ່​ສັດຕູ​ຜູ້​ທີ່​ຢາກ​ສັງຫານ​ລາວ​ນັ້ນ ດັ່ງ​ທີ່​ເຮົາ​ໄດ້​ມອບ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ ໃຫ້​ແກ່​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ ຄື​ສັດຕູ​ຜູ້​ທີ່​ຢາກ​ສັງຫານ​ລາວ.”’


ເມື່ອ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ມາ​ໂຈມຕີ​ປະເທດ​ເອຢິບ​ນັ້ນ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ,


ໃນ​ປີ​ທີ່​ເຈົ້າ​ເອວິນເມໂຣດັກ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ບາບີໂລນ ເພິ່ນ​ໄດ້​ສະແດງ​ຄວາມ​ເມດຕາ​ຕໍ່​ເຈົ້າ​ເຢໂຮຍອາກິນ​ແຫ່ງ​ຢູດາຍ ໂດຍ​ໄດ້​ປ່ອຍ​ເພິ່ນ​ອອກ​ຈາກ​ຄຸກ. ເຫດການ​ນີ້​ໄດ້​ເກີດຂຶ້ນ​ໃນ​ວັນ​ທີ​ຊາວຫ້າ ກົງ​ກັບ​ເດືອນ​ທີ​ສິບສອງ​ຂອງ​ປີ​ສາມສິບເຈັດ ຫລັງຈາກ​ທີ່​ກະສັດ​ເຢໂຮຍອາກິນ​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.


ແລ້ວ​ເຮົາ​ຈະ​ເຮັດ​ໃຫ້​ແຂນ​ກະສັດ​ແຫ່ງ​ບາບີໂລນ​ແຂງແຮງ ແລະ​ເອົາ​ດາບ​ຂອງເຮົາ​ໃຫ້​ລາວ​ຖື. ແຕ່​ເຮົາ​ຈະ​ເຮັດ​ໃຫ້​ແຂນ​ກະສັດ​ແຫ່ງ​ເອຢິບ​ຫັກ ແລະ​ລາວ​ຈະ​ຄວນຄາງ​ດ້ວຍ​ຄວາມ​ເຈັບປວດ​ຢ່າງໜັກ ແລະ​ຕາຍ​ຕໍ່ໜ້າ​ສັດຕູ​ຂອງ​ລາວ.


ຂ້າແດ່​ພະຣາຊາ ທ່ານ​ເປັນ​ກະສັດ​ຜູ້​ຍິ່ງໃຫຍ່​ກວ່າ​ກະສັດ​ທັງຫລາຍ. ພຣະເຈົ້າ​ແຫ່ງ​ສະຫວັນ​ໄດ້​ແຕ່ງຕັ້ງ​ທ່ານ​ໃຫ້​ເປັນ​ຈັກກະພັດ, ມີ​ອຳນາດ​ໃຫຍ່ໂຕ, ມີ​ກຳລັງ​ວັງຊາ​ແລະ​ມີ​ກຽດຕິຍົດ.


ຂ້າແດ່​ພະຣາຊາ ຕົ້ນໄມ້​ນັ້ນ​ແມ່ນ​ທ່ານເອງ ຄື​ຜູ້​ທີ່​ຍິ່ງໃຫຍ່​ແລະ​ເຂັ້ມແຂງ. ຄວາມ​ຍິ່ງໃຫຍ່​ຂອງທ່ານ​ສູງ​ຈຸ​ຟ້າ ແລະ​ອຳນາດ​ຂອງທ່ານ​ກໍ​ແຜ່​ອອກ​ໄປ​ທົ່ວໂລກ.


ແຕ່​ກ່ອນ​ພວກເຈົ້າ​ຈະ​ຮູ້ສຶກຕົວ ພວກເຈົ້າ​ຜູ້​ຄອບຄອງ​ຄົນອື່ນ​ກໍ​ຈະ​ເປັນ​ໜີ້​ເສຍເອງ ແລະ​ຖືກ​ບັງຄັບ​ໃຫ້​ຈ່າຍ​ດອກເບ້ຍ​ຄືນ. ເຫຼົ່າ​ສັດຕູ​ຈະ​ບຸກລຸກ​ເຂົ້າ​ມາ ແລະ​ເຮັດ​ໃຫ້​ພວກເຈົ້າ​ສະທ້ານ​ຢ້ານກົວ. ພວກເຂົາ​ຈະ​ປຸ້ນຈີ້​ພວກເຈົ້າ.


ພວກເຈົ້າ​ໄດ້​ປຸ້ນຈີ້​ປະຊາຊົນ​ຫລາຍໆ​ຊົນຊາດ; ແຕ່​ບັດນີ້ ຜູ້​ທີ່​ລອດຕາຍ​ມາ​ໄດ້​ນັ້ນ ຈະ​ປຸ້ນຈີ້​ພວກເຈົ້າ​ຄືນ ຍ້ອນ​ການນອງເລືອດ​ທີ່​ພວກເຈົ້າ​ໄດ້​ສ້າງ​ໄວ້ ແລະ​ຍ້ອນ​ການ​ໂຫດຮ້າຍ​ທາລຸນ​ທີ່​ພວກເຈົ້າ​ໄດ້​ເຮັດ​ຕໍ່​ປະຊາຊົນ​ໃນ​ໂລກ ແລະ​ຕາມ​ຕົວເມືອງ​ຕ່າງໆ.


ແລະ​ເທວະດາ​ອີກ​ຕົນ​ໜຶ່ງ ເປັນ​ຕົນ​ທີ​ສອງ​ໄດ້​ນຳ​ໄປ ຮ້ອງ​ຂຶ້ນ​ວ່າ, “ບາບີໂລນ​ມະຫາ​ນະຄອນ​ນັ້ນ ຫຼົ້ມຈົມ​ແລ້ວ ຫຼົ້ມຈົມ​ເສຍ​ແລ້ວ ຄື​ນະຄອນ​ທີ່​ເຮັດ​ໃຫ້​ປະຊາຊາດ​ທັງປວງ ດື່ມ​ເຫລົ້າແວງ​ປຸກ​ຢ່າງ​ເຫຼືອ​ເກີນ​ຂອງຕົນ ຕາມ​ຄວາມ​ປາຖະໜາ​ທາງ​ກາມ.”


ມະຫາ​ນະຄອນ​ໄດ້​ແຍກ​ອອກ​ເປັນ​ສາມ​ສ່ວນ ແລະ​ເມືອງ​ທັງຫລາຍ​ໃນ​ທຸກ​ປະເທດ​ໄດ້​ຖືກ​ທຳລາຍ. ພຣະເຈົ້າ​ບໍ່ໄດ້​ລືມ​ມະຫາ​ນະຄອນ​ບາບີໂລນ ແລະ​ໄດ້​ຊົງ​ໃຫ້​ນະຄອນ​ນີ້​ດື່ມ​ເຫຼົ້າ​ອະງຸ່ນ ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka