ເຢເຣມີຢາ 27:6 - ພຣະຄຳພີສັກສິ6 ເຮົາແມ່ນຜູ້ທີ່ໄດ້ວາງຊົນຊາດເຫຼົ່ານີ້ ໃຫ້ຢູ່ໃຕ້ອຳນາດຂອງກະສັດເນບູກາດເນັດຊາແຫ່ງບາບີໂລນ ຄືຜູ້ຮັບໃຊ້ຂອງເຮົາ ແລະເຮົາໄດ້ເຮັດໃຫ້ແມ່ນແຕ່ສັດປ່ານາໆຊະນິດຮັບໃຊ້ລາວດ້ວຍ. Uka jalj uñjjattʼäta |
“ນີ້ແມ່ນຄຳສັ່ງຂອງກະສັດໄຊຣັດແຫ່ງເປີເຊຍ. ພຣະເຈົ້າຢາເວ ພຣະເຈົ້າແຫ່ງສະຫວັນໄດ້ມອບອານາຈັກທັງໝົດທົ່ວທັງແຜ່ນດິນໂລກໃຫ້ຂ້າພະເຈົ້າ ແລະໄດ້ສັ່ງໃຫ້ຂ້າພະເຈົ້າຮັບຜິດຊອບໃນການສ້າງວິຫານຂອງພຣະອົງທີ່ນະຄອນເຢຣູຊາເລັມຂຶ້ນໃໝ່. ບັດນີ້ ພວກທ່ານທັງໝົດທີ່ເປັນປະຊາຊົນຂອງພຣະອົງເອີຍ ຈົ່ງໄປທີ່ນັ້ນ ແລະຂໍໃຫ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກທ່ານສະຖິດຢູ່ກັບພວກທ່ານເທີ້ນ.”
ແຕ່ສຳລັບເຈົ້າ ບັນດາຂ້າຣາຊການຂອງເຈົ້າ ແລະປະຊາຊົນທີ່ລອດຕາຍຈາກສົງຄາມ, ຈາກການຕາຍອຶດຕາຍຫິວ ແລະຈາກການເຈັບໄຂ້ໄດ້ປ່ວຍນັ້ນ ເຮົາຈະໃຫ້ເນບູກາດເນັດຊາກະສັດແຫ່ງບາບີໂລນ ແລະເຫຼົ່າສັດຕູທີ່ຢາກຈະຂ້າພວກເຈົ້ານັ້ນຈັບໄປ. ເນບູກາດເນັດຊາຈະຂ້າພວກເຈົ້າ. ລາວຈະບໍ່ໄວ້ຊີວິດຜູ້ໃດເລີຍ ຫລືເມດຕາປານີຜູ້ໃດທັງສິ້ນ. ເຮົາຄືພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.”
ພຣະເຈົ້າຢາເວໄດ້ສຳແດງໃຫ້ຂ້າພະເຈົ້າເຫັນໝາກເດື່ອສອງກະຕ່າ ຊຶ່ງວາງໄວ້ຢູ່ຕໍ່ໜ້າພຣະວິຫານຂອງພຣະເຈົ້າຢາເວ. (ເລື່ອງນີ້ໄດ້ເກີດຂຶ້ນ ຫລັງຈາກກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ຈັບເຈົ້າເຢໂຮຍອາກິນລູກຊາຍຂອງເຈົ້າເຢໂຮຍອາກິມ ກະສັດແຫ່ງຢູດາຍຈາກນະຄອນເຢຣູຊາເລັມ ໄປຍັງບາບີໂລນພ້ອມກັບພວກຜູ້ນຳຂອງຢູດາຍ, ພວກຊ່າງສີມື ແລະພວກຄົນງານທີ່ຊຳນິຊຳນານ.)
‘ເຮົາຈະເອີ້ນເອົາຊົນຊາດທັງໝົດຈາກທາງທິດເໜືອມາ ພ້ອມກະສັດເນບູກາດເນັດຊາແຫ່ງບາບີໂລນຜູ້ຮັບໃຊ້ຂອງເຮົາ. ເຮົາຈະນຳພວກເຂົາໄປຕໍ່ສູ້ອານາຈັກຢູດາຍພ້ອມກັບພົນລະເມືອງທັງໝົດ ແລະຕໍ່ສູ້ປະເທດໃກ້ຄຽງທັງໝົດດ້ວຍ. ເຮົາຈະທຳລາຍປະເທດນີ້ ແລະປະເທດໃກ້ຄຽງທັງຫລາຍໃຫ້ຮົກຮ້າງເພພັງຕະຫລອດໄປ ຊຶ່ງຈະເປັນສະພາບຕົກສະທ້ານຢ້ານກົວໃຈຫລາຍເມື່ອໄດ້ພົບເຫັນ. ເຮົາຄືພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ແລ້ວໃຫ້ບອກພວກເຂົາວ່າ, ‘ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນກ່າວວ່າ ເຮົາຈະນຳພາກະສັດເນບູກາດເນັດຊາແຫ່ງບາບີໂລນ ຜູ້ຮັບໃຊ້ຂອງເຮົາມາບ່ອນນີ້ ແລະລາວ ຈະຕັ້ງບັນລັງຂອງລາວເທິງກ້ອນຫີນເຫຼົ່ານີ້ ຊຶ່ງເຈົ້າ ໄດ້ຝັງໄວ້ ແລະຈະກາງເຕັນແຫ່ງກະສັດເທິງກ້ອນຫີນນັ້ນ.