ເຢເຣມີຢາ 27:5 - ພຣະຄຳພີສັກສິ5 “ເຮົາໄດ້ສ້າງໂລກ, ມະນຸດສະໂລກ ແລະສັດທັງປວງ ທີ່ອາໄສຢູ່ເທິງແຜ່ນດິນໂລກນີ້ ດ້ວຍຣິດອຳນາດແລະກຳລັງອັນຍິ່ງໃຫຍ່ຂອງເຮົາ; ເຮົາຈະມອບຣິດອຳນາດນັ້ນໃຫ້ແກ່ຜູ້ໃດຜູ້ໜຶ່ງທີ່ເຮົາເລືອກເອົາກໍໄດ້. Uka jalj uñjjattʼäta |
ນີ້ແຫຼະຄືຄຳຕັດສິນຂອງຝູງເທວະດາຜູ້ອາລັກຂານັ້ນ. ສະນັ້ນ ຈົ່ງໃຫ້ຄົນທັງປວງທຸກທີ່ທຸກບ່ອນຮູ້ວ່າ ພຣະເຈົ້າອົງສູງສຸດມີອຳນາດເໜືອອານາຈັກຂອງມະນຸດ ແລະໃຫ້ຮູ້ວ່າພຣະອົງສາມາດມອບອານາຈັກເຫຼົ່ານີ້ໃຫ້ຜູ້ໃດຜູ້ໜຶ່ງຕາມທີ່ພຣະອົງເລືອກເອົາກໍໄດ້ ເຖິງແມ່ນວ່າເປັນຜູ້ຕໍ່າຕ້ອຍທີ່ສຸດກໍຕາມ.”’
ທ່ານຈະຖືກຂັບໄລ່ອອກຈາກສັງຄົມມະນຸດ ແລະຈະອາໄສຢູ່ກັບພວກສັດປ່າ. ທ່ານຈະກິນຫຍ້າເໝືອນງົວ ແລະນອນຢູ່ໃນກາງແຈ້ງ ບ່ອນທີ່ມີໝອກຕົກລົງໃສ່ທ່ານເປັນເວລາເຈັດປີ. ຈົນກວ່າທ່ານກໍຈະຍອມຮັບວ່າ ພຣະເຈົ້າອົງສູງສຸດຄວບຄຸມອານາຈັກຕ່າງໆຂອງມະນຸດ; ແລະພຣະອົງເອົາອານາຈັກເຫຼົ່ານີ້ໃຫ້ແກ່ຜູ້ໃດຜູ້ໜຶ່ງກໍໄດ້ ຕາມທີ່ພຣະອົງເລືອກເອົາ.
“ທ່ານທັງຫລາຍເອີຍ ເປັນຫຍັງຈຶ່ງເຮັດເຊັ່ນນີ້? ພວກເຮົາທັງສອງກໍເປັນມະນຸດຢ່າງດຽວກັນກັບພວກທ່ານ ແລະມາປະກາດຂ່າວປະເສີດໃຫ້ພວກທ່ານກັບໃຈຈາກສິ່ງອັນບໍ່ມີປະໂຫຍດເຫຼົ່ານີ້ ແລະຫັນມາຫາພຣະເຈົ້າອົງຊົງຊີວິດຢູ່ ຄືອົງທີ່ໄດ້ສ້າງສະຫວັນ, ແຜ່ນດິນໂລກ, ນໍ້າທະເລ ແລະສັບພະທຸກສິ່ງ ຊຶ່ງຢູ່ໃນທີ່ນັ້ນ.
ຈົ່ງຈົດຈຳໄວ້ວ່າ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ອວຍພອນທຸກໆສິ່ງທີ່ພວກເຈົ້າໄດ້ເຮັດ. ພຣະອົງເບິ່ງແຍງພວກເຈົ້າ ໃນຂະນະທີ່ພວກເຈົ້າທ່ອງທ່ຽວຜ່ານຖິ່ນແຫ້ງແລ້ງກັນດານອັນກວ້າງໃຫຍ່. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສະຖິດຢູ່ກັບພວກເຈົ້າເປັນເວລາສີ່ສິບປີ ແລະພວກເຈົ້າກໍມີທຸກໆສິ່ງທີ່ຈຳເປັນ.