Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 27:22 - ພຣະຄຳພີສັກສິ

22 ສິ່ງ​ເຫຼົ່ານັ້ນ​ຈະ​ຖືກ​ຂົນ​ໄປ​ບາບີໂລນ ແລະ​ຈະ​ຢູ່​ທີ່​ນັ້ນ ຈົນກວ່າ​ເຮົາ​ຫັນ​ມາ​ສົນໃຈ​ມັນ​ອີກ. ແລ້ວ​ເຮົາ​ກໍ​ຈະ​ນຳ​ຊັບສົມບັດ​ເຫຼົ່ານັ້ນ​ຄືນ​ມາ ແລະ​ສ້າງ​ພວກມັນ​ຂຶ້ນ​ໃໝ່​ໃນ​ບ່ອນ​ນີ້. ເຮົາ​ຄື​ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 27:22
24 Jak'a apnaqawi uñst'ayäwi  

ຊາວ​ບາບີໂລນ​ໄດ້​ທັບ​ເສົາ​ທອງສຳຣິດ ແລະ​ລົດລໍ້​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ອອກ​ເປັນ​ປ່ຽງໆ ພ້ອມ​ທັງ​ຂັນ​ໃຫຍ່​ທອງສຳຣິດ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ; ພວກເຂົາ​ກໍ​ຂົນ​ເອົາ​ທອງສຳຣິດ​ທັງໝົດ​ໄປ​ທີ່​ນະຄອນ​ບາບີໂລນ.


ເພື່ອ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ລ່ວງໜ້າ ຜ່ານ​ປາກ​ຂອງ​ຜູ້ທຳນວາຍ​ເຢເຣມີຢາ​ກາຍ​ເປັນຈິງ ຄື​ວ່າ: ດິນແດນ​ຈະ​ຮ້າງ​ວ່າງເປົ່າ​ເປັນ​ເວລາ​ເຈັດສິບ​ປີ ເພື່ອ​ຊົດເຊີຍ​ການ​ພັກຜ່ອນ​ສຳລັບ​ວັນ​ຊະບາໂຕ ຊຶ່ງ​ພວກເຂົາ​ບໍ່ໄດ້​ຢຶດຖື.


ຖ້ວຍ​ຄຳ​ແລະ​ຖ້ວຍ​ເງິນ​ລວມ​ທັງໝົດ​ມີ 5.400 ໃບ ພ້ອມ​ກັບ​ສິ່ງ​ອື່ນໆ​ທີ່​ເຊັດບັດຊາ​ໄດ້​ນຳ​ກັບຄືນ​ໄປ ຕອນ​ທີ່​ເພິ່ນ​ເອງ ແລະ​ພວກ​ທີ່​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ຄົນອື່ນໆ​ໄດ້​ອອກ​ຈາກ​ບາບີໂລນ​ກັບຄືນ​ສູ່​ນະຄອນ​ເຢຣູຊາເລັມ.


ທ່ານ​ຈົ່ງ​ຖວາຍ​ເຄື່ອງໃຊ້​ທຸກຢ່າງ​ທີ່​ທ່ານ​ໄດ້​ຮັບ​ສຳລັບ​ການ​ບົວລະບັດ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ທ່ານ ຈົ່ງ​ເອົາ​ໄປ​ວາງໄວ້​ຕໍ່ໜ້າ​ພຣະເຈົ້າ​ແຫ່ງ​ນະຄອນ​ເຢຣູຊາເລັມ.


ຄວາມ​ເຂົ້າໃຈ​ຄວາມ​ຫລັກແຫລມ​ແຖມ​ປັນຍາ ກໍ​ບໍ່ມີ​ຄຸນຄ່າ ຖ້າ​ພຣະເຈົ້າຢາເວ​ຕໍ່ສູ້​ເຂົາ.


ເຮົາ​ຈະ​ໃຫ້​ເຫຼົ່າ​ສັດຕູ​ປຸ້ນ​ເອົາ​ຊັບສົມບັດ ແລະ​ຢຶດ​ຂອງ​ມີຄ່າ​ທັງໝົດ​ໃນ​ເມືອງ​ໄປ; ແມ່ນແຕ່​ຊັບສົມບັດ​ອັນ​ມີ​ຄ່າ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ ກໍ​ຈະ​ຖືກ​ຂົນ​ໄປ​ບາບີໂລນ​ໝົດ.


ເພາະ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ດັ່ງນີ້​ວ່າ, ຊັບສົມບັດ​ຕ່າງໆ​ທີ່​ເຫຼືອ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ຢູ່​ໃນ​ຣາຊວັງ​ຂອງ​ນະຄອນ​ເຢຣູຊາເລັມ


ຊົນຊາດ​ທັງໝົດ​ຈະ​ຮັບໃຊ້​ລາວ ແລະ​ພວກເຂົາ​ຈະ​ຮັບໃຊ້​ລູກຫລານ​ຂອງ​ລາວ​ດ້ວຍ ຈົນກວ່າ​ເຖິງ​ກຳນົດ​ທີ່​ຊົນຊາດ​ຂອງ​ລາວ​ເອງ​ຫຼົ້ມຈົມ​ໄປ. ແລ້ວ​ຊົນຊາດ​ຂອງ​ລາວ​ກໍ​ຈະ​ຮັບໃຊ້​ຊົນຊາດ​ທັງຫລາຍ ທີ່​ມີ​ອຳນາດ​ແລະ​ບັນດາ​ກະສັດ​ທີ່​ຍິ່ງໃຫຍ່.


ພຣະເຈົ້າຢາເວ​ກ່າວ​ວ່າ, ‘ເມື່ອ​ຢູ່​ນະຄອນ​ບາບີໂລນ​ຄົບ​ເຈັດສິບ​ປີ ແລ້ວ​ເຮົາ​ກໍ​ຈະ​ສະແດງ​ຄວາມ​ຫ່ວງໃຍ​ຂອງເຮົາ​ສຳລັບ​ພວກເຈົ້າ ທັງ​ຈະ​ຮັກສາ​ຄຳສັນຍາ​ຂອງເຮົາ​ທີ່​ວ່າ ຈະ​ນຳ​ພວກເຈົ້າ​ກັບຄືນ​ມາ​ສູ່​ບ້ານເກີດ​ເມືອງນອນ.


ເຊເດກີຢາ​ຈະ​ຖືກ​ຈັບ​ໄປ​ບາບີໂລນ ແລະ​ລາວ​ຈະ​ຢູ່​ທີ່​ນັ້ນ ຈົນກວ່າ​ເຮົາ​ຈະ​ຈັດການ​ກັບ​ລາວ.’ ພຣະເຈົ້າຢາເວ​ກ່າວ​ວ່າ, ‘ເຖິງ​ແມ່ນ​ວ່າ​ລາວ​ຈະ​ສູ້ຮົບ​ຊາວ​ບາບີໂລນ ແຕ່​ກໍ​ຈະ​ບໍ່​ສຳເລັດ​ຜົນ.”’


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ສັ່ງ​ຂ້າພະເຈົ້າ ໃຫ້​ໄປ​ບອກ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ​ວ່າ, “ເຮົາ​ຄື​ພຣະເຈົ້າຢາເວ ເຮົາ​ຈະ​ມອບ​ເມືອງ​ນີ້​ໃຫ້​ແກ່​ກະສັດ​ແຫ່ງ​ບາບີໂລນ ແລະ​ລາວ​ຈະ​ຈູດ​ເຜົາ​ເມືອງ​ຖິ້ມ.


ເຈົ້າ​ຈະ​ປົບໜີ​ໄປ​ບໍ່ໄດ້; ເຈົ້າ​ຈະ​ຖືກ​ຈັບ​ໄປ​ມອບ​ໃຫ້​ລາວ. ເຈົ້າ​ຈະ​ເຫັນ​ລາວ​ໜ້າຕໍ່ໜ້າ​ແລະ​ກ່າວ​ກັບ​ລາວ​ຕົວຕໍ່ຕົວ; ແລ້ວ​ເຈົ້າ​ກໍ​ຈະ​ຖືກ​ນຳ​ໄປ​ທີ່​ບາບີໂລນ.


ເຈົ້າ​ຈະ​ຕາຍ​ຢ່າງ​ສັນຕິສຸກ; ປະຊາຊົນ​ເຜົາ​ເຄື່ອງຫອມ​ເມື່ອ​ພວກເຂົາ​ຝັງສົບ​ບັນພະບຸລຸດ​ຂອງ​ເຈົ້າ ຜູ້​ທີ່​ເປັນ​ກະສັດ​ກ່ອນ​ເຈົ້າ​ສັນໃດ; ພວກເຂົາ​ກໍ​ຈະ​ເຜົາ​ເຄື່ອງຫອມ​ໃຫ້​ເຈົ້າ​ສັນນັ້ນ. ພວກເຂົາ​ຈະ​ໄວ້ທຸກ​ໃຫ້​ເຈົ້າ ແລະ​ເວົ້າ​ວ່າ, ‘ໂອ່ຍ ເຈົ້ານາຍ​ເອີຍ!’ ເພາະ​ເຮົາ​ໄດ້​ກ່າວ​ຖ້ອຍຄຳ​ນີ້​ແລ້ວ.” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.


ທ່ານ​ດູໝິ່ນ​ປະໝາດ​ອົງພຣະ​ຜູ້​ເປັນເຈົ້າ​ແຫ່ງ​ສະຫວັນ ໂດຍ​ນຳ​ເອົາ​ຈອກ ແລະ​ຖ້ວຍ​ຈາກ​ພຣະວິຫານ​ຂອງ​ພຣະອົງ​ມາ​ທີ່​ນີ້. ທ່ານ​ເອງ, ພວກ​ມະເຫສີ, ພວກ​ນາງ​ສະໜົມ ແລະ​ພວກ​ເຈົ້ານາຍ​ຊັ້ນ​ຜູ້ໃຫຍ່​ຂອງທ່ານ ໄດ້​ພາກັນ​ໃຊ້​ພາຊະນະ​ເຫຼົ່ານີ້ ແລະ​ສັນລະເສີນ​ບັນດາ​ພະ​ທີ່​ເຮັດ​ດ້ວຍ​ຄຳ, ດ້ວຍ​ເງິນ, ດ້ວຍ​ທອງສຳຣິດ, ດ້ວຍ​ເຫຼັກ, ດ້ວຍ​ໄມ້ ແລະ​ດ້ວຍ​ຫີນ; ພະ​ເຫຼົ່ານີ້​ຮູ້​ແລະ​ເຫັນ​ບໍ່ໄດ້ ແລະ​ກໍ​ບໍ່ໄດ້ຍິນ​ຫຍັງ ທັງ​ບໍ່​ຮູ້ຈັກ​ຫຍັງ​ເລີຍ, ແຕ່​ທ່ານ​ບໍ່ໄດ້​ຖວາຍ​ກຽດ​ແກ່​ພຣະເຈົ້າ ອົງ​ຊົງ​ໃຫ້​ຊີວິດ​ຫລື​ເອົາ​ຊີວິດ​ຂອງທ່ານ​ໄປ ແລະ​ເປັນ​ອົງ​ຊົງ​ຄວບຄຸມ​ທຸກສິ່ງ​ທີ່​ທ່ານ​ເຮັດ​ນັ້ນ.


ຂ້າພະເຈົ້າ​ໄດ້​ເຂົ້າໃຈ​ຈຳນວນ​ປີ​ໃນ​ໜັງສື​ຕ່າງໆ​ທີ່​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ກັບ​ຜູ້ທຳນວາຍ​ເຢເຣມີຢາ​ວ່າ ນະຄອນ​ເຢຣູຊາເລັມ​ຕ້ອງ​ຕົກ​ໃນ​ສະພາບ​ຮົກຮ້າງ​ເພພັງ​ເປັນ​ເວລາ​ເຈັດສິບ​ປີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka