21 ເພາະພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນກ່າວດັ່ງນີ້ວ່າ, ຊັບສົມບັດຕ່າງໆທີ່ເຫຼືອຢູ່ໃນວິຫານຂອງພຣະເຈົ້າຢາເວ ແລະຢູ່ໃນຣາຊວັງຂອງນະຄອນເຢຣູຊາເລັມ
ເວລາໜຶ່ງຈະມາເຖິງທີ່ທຸກໆສິ່ງຢູ່ໃນວັງນີ້ ຄືທຸກໆສິ່ງທີ່ປູ່ຍ່າຕາຍາຍຂອງທ່ານໄດ້ສະສົມໄວ້ຈົນເທົ່າທຸກວັນນີ້ ຈະຖືກຂົນໄປສູ່ບາບີໂລນ ຈະບໍ່ມີຫຍັງເຫຼືອຢູ່ເລີຍ ພຣະເຈົ້າຢາເວກ່າວດັ່ງນີ້.
ກະສັດແຫ່ງບາບີໂລນໄດ້ປຸ້ນສະດົມວິຫານຂອງພຣະເຈົ້າ, ຊັບສົມບັດຂອງວິຫານຂອງພຣະເຈົ້າຢາເວ ແລະຊັບສົມບັດຂອງກະສັດຕະຫລອດທັງຂອງພວກຂ້າຣາຊການ ແລະນຳເອົາສິ່ງຂອງທັງໝົດໄປທີ່ນະຄອນບາບີໂລນ.
ຖ້ວຍຄຳແລະຖ້ວຍເງິນລວມທັງໝົດມີ 5.400 ໃບ ພ້ອມກັບສິ່ງອື່ນໆທີ່ເຊັດບັດຊາໄດ້ນຳກັບຄືນໄປ ຕອນທີ່ເພິ່ນເອງ ແລະພວກທີ່ເປັນຊະເລີຍໃນຕ່າງຖິ່ນຄົນອື່ນໆໄດ້ອອກຈາກບາບີໂລນກັບຄືນສູ່ນະຄອນເຢຣູຊາເລັມ.
ກະສັດໄຊຣັດໄດ້ນຳເອົາຖ້ວຍກັບຈອກທີ່ກະສັດເນບູກາດເນັດຊາ ໄດ້ຢຶດເອົາໄປຈາກວິຫານຂອງພຣະເຈົ້າຢາເວທີ່ນະຄອນເຢຣູຊາເລັມ ແລະໄດ້ເກັບສິ່ງເຫຼົ່ານີ້ໄວ້ໃນວິຫານພະຂອງຕົນ ມອບຄືນໃຫ້ແກ່ພວກເຂົາ.
ເວລາມາເຖິງແລ້ວທີ່ທຸກໆສິ່ງໃນວັງຂອງທ່ານ ຄືທຸກສິ່ງທີ່ບັນພະບຸລຸດຂອງທ່ານໄດ້ສະສົມໄວ້ຈົນຮອດວັນນີ້ ຈະຖືກຂົນໄປບາບີໂລນ. ຈະບໍ່ມີສິ່ງໃດເຫຼືອຢູ່ເລີຍ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ເຮົາຈະໃຫ້ເຫຼົ່າສັດຕູປຸ້ນເອົາຊັບສົມບັດ ແລະຢຶດຂອງມີຄ່າທັງໝົດໃນເມືອງໄປ; ແມ່ນແຕ່ຊັບສົມບັດອັນມີຄ່າຂອງບັນດາກະສັດແຫ່ງຢູດາຍ ກໍຈະຖືກຂົນໄປບາບີໂລນໝົດ.
ສິ່ງເຫຼົ່ານັ້ນຈະຖືກຂົນໄປບາບີໂລນ ແລະຈະຢູ່ທີ່ນັ້ນ ຈົນກວ່າເຮົາຫັນມາສົນໃຈມັນອີກ. ແລ້ວເຮົາກໍຈະນຳຊັບສົມບັດເຫຼົ່ານັ້ນຄືນມາ ແລະສ້າງພວກມັນຂຶ້ນໃໝ່ໃນບ່ອນນີ້. ເຮົາຄືພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.”
ພວກສັດຕູເຂົ້າມາປຸ້ນມາລັກເອົາ ຊັບສົມບັດທັງໝົດທີ່ນາງມີຢູ່ນັ້ນ. ນາງໄດ້ເຫັນພວກສັດຕູເຂົ້າໄປໃນພຣະວິຫານ ທີ່ພຣະເຈົ້າຫ້າມປາມບໍ່ໃຫ້ຄົນຕ່າງຊາດເຂົ້າ.