Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 27:2 - ພຣະຄຳພີສັກສິ

2 ພຣະເຈົ້າຢາເວ​ໄດ້ກ່າວ​ແກ່​ຂ້າພະເຈົ້າ​ວ່າ ໃຫ້​ເອົາ​ທ່ອນ​ໄມ້​ເຮັດ​ແອກ​ສຳລັບ​ຂ້າພະເຈົ້າ​ເອງ ໂດຍ​ໃຊ້​ໜັງ​ເປັນ​ສາຍພາຍ​ໃສ່​ເທິງ​ຄໍ​ຂອງ​ຂ້າພະເຈົ້າ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 27:2
18 Jak'a apnaqawi uñst'ayäwi  

ຄົນ​ໜຶ່ງ​ໃນ​ພວກເຂົາ​ຊື່​ວ່າ ເຊເດກີຢາ​ລູກຊາຍ​ຂອງ​ເຄນາອານາ​ໄດ້​ເອົາ​ເຫຼັກ​ເຮັດ​ເປັນ​ເຂົາ ແລະ​ບອກ​ກະສັດ​ອາຮາບ​ວ່າ, “ອັນ​ນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ ດ້ວຍ​ສິ່ງ​ເຫຼົ່ານີ້ ເຈົ້າ​ຈະ​ຕໍ່ສູ້​ກັບ​ຊາວ​ຊີເຣຍ​ແລະ​ພວກເຂົາ​ຈະ​ພ່າຍແພ້​ຢ່າງ​ສິ້ນເຊີງ.”


ບັນດາ​ປະຊາຊົນ​ທັງໝົດ​ຂອງ​ເອໂດມ, ໂມອາບ ແລະ​ອຳໂມນ;


ແຕ່​ຖ້າ​ປະເທດ​ໃດ​ຍອມ​ຢູ່ໃຕ້​ບັງຄັບ​ຂອງ​ກະສັດ​ແຫ່ງ​ບາບີໂລນ ແລະ​ຮັບໃຊ້​ລາວ ແລ້ວ​ເຮົາ​ກໍ​ຈະ​ປ່ອຍ​ໃຫ້​ປະເທດ​ນັ້ນ​ມີ​ດິນແດນ​ທີ່​ເປັນ​ຂອງຕົນເອງ ເພື່ອ​ເຮັດ​ໄຮ່​ໄຖ​ນາ​ແລະ​ຢູ່​ທີ່​ນັ້ນ. ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫຼະ.”


ຂ້າພະເຈົ້າ​ໄດ້​ກ່າວ​ຢ່າງ​ດຽວກັນ​ແກ່​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ​ວ່າ, “ຈົ່ງ​ຍອມ​ຢູ່​ໃຕ້​ບັງຄັບ​ຂອງ​ກະສັດ​ແຫ່ງ​ບາບີໂລນ. ຈົ່ງ​ຮັບໃຊ້​ເພິ່ນ​ແລະ​ປະຊາຊົນ​ຂອງ​ເພິ່ນ​ແລະ​ທ່ານ​ກໍ​ຈະ​ມີ​ຊີວິດ​ຢູ່.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເມື່ອ​ວັນນັ້ນ​ມາເຖິງ ເຮົາ​ຈະ​ຫັກ​ແອກ​ຊຶ່ງ​ວາງ​ເທິງ​ຄໍ​ຂອງ​ພວກເຂົາ ແລະ​ທັງ​ຈະ​ປົດ​ໂສ້​ທີ່​ລ່າມ​ພວກເຂົາ​ອອກ ແລະ​ພວກເຂົາ​ກໍ​ຈະ​ບໍ່​ເປັນ​ທາດຮັບໃຊ້​ຂອງ​ຄົນຕ່າງດ້າວ​ອີກ​ຕໍ່ໄປ.


ຄວາມມືດ​ຈະ​ເຂົ້າ​ປົກຄຸມ​ເມືອງ​ຕາປັນເຮັດ ເມື່ອ​ເຮົາ​ທັບມ້າງ​ອຳນາດ​ຂອງ​ປະເທດ​ເອຢິບ ແລະ​ເຮັດ​ໃຫ້​ກຳລັງ​ທີ່​ເອຢິບ​ໄດ້​ອວດອ້າງ​ຢ່າງ​ໜັກໜາ​ນັ້ນ​ສິ້ນສູນ​ໄປ. ເມກໝອກ​ຈະ​ປົກຄຸມ​ປະເທດ​ເອຢິບ ແລະ​ປະຊາຊົນ​ຕາມ​ເມືອງ​ທັງຫລາຍ​ກໍ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.


ທຸກໆສິ່ງ​ເກີດ​ອົນລະຫົນ​ວຸ້ນວາຍ ຄື​ດິນແດນ​ເຕັມ​ໄປ​ດ້ວຍ​ຄາດຕະກອນ ແລະ​ໃນ​ຕົວເມືອງ​ຕ່າງໆ​ກໍ​ລ້ວນແຕ່​ໃຊ້​ການ​ຮຸນແຮງ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ໃຫ້​ຂ້າພະເຈົ້າ​ເຫັນ​ນິມິດ​ຢ່າງ​ໜຶ່ງ. ໃນ​ນິມິດ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ພຣະອົງ​ບັນດານ​ໃຫ້​ມີ​ຝູງຕັກແຕນ​ເກີດ​ຂື້ນມາ (ຫລັງຈາກ​ໄດ້​ຕັດ​ຫຍ້າ​ຊຶ່ງ​ເປັນ​ສ່ວນ​ຂອງ​ກະສັດ ແລ້ວ​ຫຍ້າ​ກໍ​ເລີ່ມ​ປົ່ງ​ຂຶ້ນ​ໃໝ່).


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ໃຫ້​ຂ້າພະເຈົ້າ​ເຫັນ​ນິມິດ​ອີກ​ຢ່າງ​ໜຶ່ງ. ໃນ​ນິມິດ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈັດຕຽມ​ການລົງໂທດ​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ​ໄຟ. ໄຟ​ໄດ້​ລຸກ​ໄໝ້​ມະຫາສະໝຸດ​ຢູ່​ໃຕ້​ພື້ນ​ແຜ່ນດິນ​ໂລກ ແລະ​ເລີ່ມ​ໄໝ້​ດິນແດນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka