Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 27:19 - ພຣະຄຳພີສັກສິ

19-20 ເພາະວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, ເມື່ອ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ຈັບ​ເອົາ​ເຈົ້າ​ເຢໂຮຍອາກິນ ລູກຊາຍ​ຂອງ​ເຢໂຮຍອາກິມ​ພ້ອມ​ທັງ​ພວກ​ເຈົ້ານາຍ​ຂອງ​ຢູດາຍ ແລະ​ຂອງ​ນະຄອນ​ເຢຣູຊາເລັມ​ໄປ​ນັ້ນ ເພິ່ນ​ໄດ້​ປະ​ຕົ້ນ​ເສົາ​ທັງຫລາຍ, ອ່າງ​ທີ່​ເປັນ​ທອງສຳຣິດ, ລົດລໍ້ ແລະ​ສົມບັດ​ອື່ນໆ​ຂອງ​ພຣະວິຫານ​ໄວ້.

Uka jalj uñjjattʼäta Copia luraña




ເຢເຣມີຢາ 27:19
10 Jak'a apnaqawi uñst'ayäwi  

ຮູຣາມ​ຍັງ​ໄດ້​ເຮັດ​ຂັນ​ທອງສຳຣິດ​ສູງ​ສອງ​ແມັດ​ຊາວ​ເຊັນ ປາກ​ກວ້າງ​ສີ່​ແມັດ​ສີ່ສິບ​ເຊັນ ແລະ​ລວງອ້ອມ​ສິບສາມ​ແມັດ​ຊາວ​ເຊັນ.


ຮູຣາມ​ຍັງ​ໄດ້​ສ້າງ​ກວຽນ​ທອງສຳຣິດ​ສິບ​ຄັນ, ແຕ່ລະຄັນ​ຍາວ​ໜຶ່ງ​ແມັດ​ແປດສິບ​ເຊັນ ແລະ​ກວ້າງ​ໜຶ່ງ​ແມັດ​ແປດສິບ​ເຊັນ ແລະ​ສູງ​ໜຶ່ງ​ແມັດ​ສາມສິບ​ເຊັນ.


ຊາວ​ບາບີໂລນ​ໄດ້​ທັບ​ເສົາ​ທອງສຳຣິດ ແລະ​ລົດລໍ້​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ອອກ​ເປັນ​ປ່ຽງໆ ພ້ອມ​ທັງ​ຂັນ​ໃຫຍ່​ທອງສຳຣິດ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ; ພວກເຂົາ​ກໍ​ຂົນ​ເອົາ​ທອງສຳຣິດ​ທັງໝົດ​ໄປ​ທີ່​ນະຄອນ​ບາບີໂລນ.


ເສົາ​ສອງ​ຕົ້ນ​ທີ່​ຄືກັນ, ແຕ່ລະ​ຕົ້ນ​ສູງ​ແປດ​ແມັດ ຊຶ່ງ​ມີ​ຫົວ​ເສົາ​ເປັນ​ທອງສຳຣິດ​ສູງ​ໜຶ່ງ​ແມັດ​ສາມສິບ​ເຊັນ ແຕ່ລະ​ຍອດ​ເສົາ​ເປັນ​ຮູບ​ຕາໜ່າງ​ທອງສຳຣິດ​ອ້ອມ ທີ່​ເຮັດ​ດ້ວຍ​ໝາກ​ພິລາ​ທອງສຳຣິດ.


ກະສັດ​ແຫ່ງ​ບາບີໂລນ​ໄດ້​ປຸ້ນສະດົມ​ວິຫານ​ຂອງ​ພຣະເຈົ້າ, ຊັບສົມບັດ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ຊັບສົມບັດ​ຂອງ​ກະສັດ​ຕະຫລອດ​ທັງ​ຂອງ​ພວກ​ຂ້າຣາຊການ ແລະ​ນຳ​ເອົາ​ສິ່ງຂອງ​ທັງໝົດ​ໄປ​ທີ່​ນະຄອນ​ບາບີໂລນ.


ພວກ​ສັດຕູ​ເຂົ້າ​ມາ​ປຸ້ນ​ມາ​ລັກ​ເອົາ ຊັບສົມບັດ​ທັງໝົດ​ທີ່​ນາງ​ມີ​ຢູ່​ນັ້ນ. ນາງ​ໄດ້​ເຫັນ​ພວກ​ສັດຕູ​ເຂົ້າ​ໄປ​ໃນ​ພຣະວິຫານ ທີ່​ພຣະເຈົ້າ​ຫ້າມປາມ​ບໍ່​ໃຫ້​ຄົນຕ່າງຊາດ​ເຂົ້າ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ໃຫ້​ກະສັດ​ເນບູ​ກາດເນັດຊາ​ຈັບ​ກະສັດ​ເຢໂຮຍອາກິມ ແລະ​ຢຶດເອົາ​ເຄຶ່ອງໃຊ້​ບາງ​ຢ່າງ​ໃນ​ວິຫານ​ຂອງ​ພຣະເຈົ້າ​ໄປ. ເພິ່ນ​ໄດ້​ຈັບ​ເອົາ​ຊະເລີຍ​ບາງຄົນ​ກັບຄືນ​ໄປ​ທີ່​ວິຫານ​ພະ​ຂອງ​ເພິ່ນ​ໃນ​ບາບີໂລນ ແລະ​ເອົາ​ຊັບສົມບັດ​ທີ່​ຢຶດ​ໄດ້​ນັ້ນ​ໄປ​ເກັບໄວ້​ໃນ​ຄັງ​ພະ​ຂອງຕົນ​ທີ່​ວິຫານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka