Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 27:18 - ພຣະຄຳພີສັກສິ

18 ຖ້າ​ພວກເຂົາ​ເປັນ​ຜູ້ທຳນວາຍ​ແທ້ ແລະ​ຮູ້ຈັກ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກໍ​ໃຫ້​ພວກເຂົາ​ຂໍ​ນຳ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ບໍ່​ໃຫ້​ຊັບສົມບັດ​ທີ່​ຍັງເຫລືອ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ໃນ​ຣາຊວັງ​ນັ້ນ ຖືກ​ຂົນ​ໄປ​ບາບີໂລນ​ລອງເບິ່ງດູ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 27:18
18 Jak'a apnaqawi uñst'ayäwi  

ຍ້ອນ​ເລື່ອງ​ເກີດຂຶ້ນ​ກັບ​ຊາຣາ​ເມຍ​ຂອງ​ອັບຣາຮາມ ພຣະເຈົ້າຢາເວ​ຈຶ່ງ​ເຮັດ​ໃຫ້​ຜູ້ຍິງ​ທຸກຄົນ​ໃນ​ວັງ​ຂອງ​ເຈົ້າ​ອາບີເມເຫຼັກ​ບໍ່ມີ​ລູກ. ສະນັ້ນ ອັບຣາຮາມ​ຈຶ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ເພື່ອ​ເພິ່ນ ແລະ​ພຣະເຈົ້າ​ກໍ​ໂຜດ​ຮັກສາ​ເພິ່ນ​ໃຫ້​ຫາຍ​ດີ. ພຣະອົງ​ຍັງ​ໄດ້​ໂຜດ​ໃຫ້​ເມຍ​ຂອງ​ເພິ່ນ ແລະ​ບັນດາ​ຍິງ​ທັງໝົດ​ຫາຍ​ດີ​ເໝືອນກັນ ເພື່ອ​ວ່າ​ພວກເຂົາ​ຈະ​ມີ​ລູກ​ໄດ້.


ແລ້ວ​ຂໍ​ໃຫ້​ພວກ​ຜູ້ທຳນວາຍ​ພະບາອານ​ພາວັນນາ​ອະທິຖານ​ຫາ​ນາມຊື່​ພະ​ຂອງ​ພວກເຂົາ. ສ່ວນ​ຂ້າພະເຈົ້າ​ກໍ​ຈະ​ພາວັນນາ​ອະທິຖານ​ຫາ​ນາມຊື່​ພຣະເຈົ້າຢາເວ ແລ້ວ​ພຣະ​ຕົນໃດ​ທີ່​ຕອບ​ໂດຍ​ສົ່ງ​ໄຟ​ລົງ​ມາ ກໍ​ແມ່ນ​ພຣະຕົນນັ້ນ​ແຫລະ ເປັນ​ພຣະເຈົ້າ.” ປະຊາຊົນ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ສິ່ງ​ທີ່​ທ່ານ​ເວົ້າ​ນັ້ນ​ເປັນ​ສິ່ງ​ທີ່​ດີ.”


ພວກເຂົາ​ຈຶ່ງ​ເອົາ​ງົວເຖິກ​ທີ່​ນຳ​ມາ​ໃຫ້​ພວກຕົນ​ນັ້ນ​ໄປ​ຈັດແຈ່ງ ແລະ​ພາວັນນາ​ອະທິຖານ​ຫາ​ນາມຊື່​ພະບາອານ​ຈົນເຖິງ​ທ່ຽງ. ພວກເຂົາ​ຮ້ອງ​ຂຶ້ນ​ວ່າ, “ໂອ ພະບາອານ​ເອີຍ ຈົ່ງ​ຕອບ​ພວກ​ຂ້ານ້ອຍ​ດ້ວຍ.” ພວກເຂົາ​ຟ້ອນ​ອ້ອມ​ແທ່ນບູຊາ​ທີ່​ພວກເຂົາ​ກໍ່​ຂຶ້ນ​ນັ້ນ ແຕ່​ບໍ່ມີ​ສຽງ​ຕອບ​ໃດໆ​ເລີຍ.


ແລ້ວ​ກະສັດ​ເຮເຊກີຢາ​ແລະ​ຜູ້ທຳນວາຍ​ເອຊາຢາ​ລູກຊາຍ​ຂອງ​ອາໂມດ ກໍໄດ້​ພາວັນນາ​ອະທິຖານ​ໃນ​ເລື່ອງນັ້ນ​ແລະ​ຮ້ອງໄຫ້​ສູ່​ສະຫວັນ.


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຖິງ​ແມ່ນ​ວ່າ​ໂມເຊ​ກັບ​ຊາມູເອນ​ຢືນ​ຮ້ອງຂໍ​ນຳ​ເຮົາ​ຢູ່​ທີ່​ນີ້; ເຮົາ​ກໍ​ຈະ​ບໍ່ມີ​ໃຈ​ເມດຕາ​ຕໍ່​ປະຊາຊົນ​ເຫຼົ່ານີ້​ເລີຍ. ຈົ່ງ​ໄລ່​ພວກເຂົາ​ໜີໄປ; ຈົ່ງ​ໃຫ້​ພວກເຂົາ​ໜີ​ພົ້ນ​ໄປ​ຈາກ​ສາຍຕາ​ຂອງເຮົາ​ສາ.


ພວກເຂົາ​ຈະ​ເຮັດ​ການຮ້າຍ​ຕອບແທນ​ການດີ​ຊັ້ນບໍ? ດ້ວຍວ່າ, ພວກເຂົາ​ຍັງ​ຂຸດ​ຫລຸມ​ໄວ້​ດັກຈັບ​ຂ້ານ້ອຍ​ຢູ່. ໂຜດ​ລະນຶກເຖິງ​ຂ້ານ້ອຍ​ທີ່​ໄດ້​ມາ​ຫາ​ພຣະອົງ ແລະ​ເວົ້າ​ສຳລັບ​ພວກເຂົາ ເພື່ອ​ພຣະອົງ​ຈະ​ບໍ່ໄດ້​ກະທຳ​ຕໍ່​ພວກເຂົາ​ດ້ວຍ​ຄວາມ​ໂກດຮ້າຍ.


ແລະ​ເວົ້າ​ວ່າ, “ກະລຸນາ​ເຮັດ​ຕາມ​ທີ່​ພວກເຮົາ​ຂໍຮ້ອງ​ເຖີດ ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ​ໃຫ້​ພວກເຮົາ​ດ້ວຍ. ຈົ່ງ​ພາວັນນາ​ອະທິຖານ​ສຳລັບ​ພວກເຮົາ​ທຸກຄົນ​ທີ່​ຍັງ​ມີ​ຊີວິດ​ຢູ່. ຄັ້ງ​ໜຶ່ງ​ນັ້ນ ພວກເຮົາ​ເຄີຍ​ມີ​ຫລາຍ​ຄົນ, ແຕ່​ບັດນີ້​ພວກເຮົາ​ເຫຼືອ​ຢູ່​ພຽງ​ໜ້ອຍຄົນ​ເທົ່ານັ້ນ ດັ່ງ​ທີ່​ທ່ານ​ໄດ້​ເຫັນ​ນີ້ແຫລະ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, “ເຢເຣມີຢາ​ເອີຍ ຢ່າ​ພາວັນນາ​ອະທິຖານ​ສຳລັບ​ປະຊາຊົນ​ເຫຼົ່ານີ້​ເລີຍ. ຢ່າ​ຮ້ອງໄຫ້​ຫລື​ພາວັນນາ​ອະທິຖານ​ເພື່ອ​ພວກເຂົາ; ຢ່າ​ຂໍຮ້ອງ​ເຮົາ​ເພາະ​ເຮົາ​ຈະ​ບໍ່​ຟັງ​ເຈົ້າ.


ເຖິງ​ແມ່ນ​ວ່າ​ສາມ​ຄົນ​ນີ້ ຄື​ໂນອາ, ດາເນນ, ແລະ​ໂຢບ​ອາໄສ​ຢູ່​ທີ່​ນັ້ນ​ກໍຕາມ; ຄຸນງາມ​ຄວາມດີ​ຂອງ​ພວກເຂົາ​ກໍ​ຊ່ວຍ​ໄດ້​ແຕ່​ຊີວິດ​ຂອງ​ພວກເຂົາ​ເອງ​ເທົ່ານັ້ນ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ເຮົາ​ໄດ້​ຊອກ​ຫາ​ບາງຄົນ​ທີ່​ສາມາດ​ກໍ່​ກຳແພງ​ຂຶ້ນ ຄື​ຜູ້​ທີ່​ສາມາດ​ຢືນ​ຢູ່​ໃນ​ບ່ອນ​ກຳແພງ​ເພພັງ ແລະ​ປ້ອງກັນ​ດິນແດນ ເມື່ອ​ຄວາມ​ໂກດຮ້າຍ​ຂອງເຮົາ​ມາ​ທຳລາຍ​ເມືອງ ແຕ່​ເຮົາ​ກໍ​ຫາ​ບໍ່ໄດ້.


“ບັດນີ້​ບັນດາ​ປະໂຣຫິດ​ເອີຍ ລອງ​ພາວັນນາ​ອະທິຖານ​ຂໍ​ຕໍ່​ພຣະເຈົ້າ ໃຫ້​ກະລຸນາ​ພວກເຮົາ​ເບິ່ງດູ. ພຣະອົງ​ຈະ​ບໍ່​ຕອບ​ຄຳ​ພາວັນນາ​ອະທິຖານ​ຂອງ​ພວກເຈົ້າ​ດອກ ແລະ​ຄົງ​ຈະ​ເປັນ​ເພາະ​ຄວາມຜິດ​ຂອງ​ພວກເຈົ້າ.” ພຣະເຈົ້າຢາເວ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.


ພວກເຂົາ​ໄດ້​ເວົ້າ​ກັບ​ຊາມູເອນ​ວ່າ, “ທ່ານເອີຍ ກະລຸນາ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ທ່ານ​ສຳລັບ​ພວກ​ຜູ້ຮັບໃຊ້​ຂອງ​ທ່ານ​ແດ່ ເພື່ອ​ພວກ​ຂ້ານ້ອຍ​ຈະ​ບໍ່​ຕາຍ. ບັດນີ້ ພວກ​ຂ້ານ້ອຍ​ຮູ້​ແລ້ວ​ວ່າ ນອກຈາກ​ການບາບ​ອື່ນໆ​ທີ່​ພວກ​ຂ້ານ້ອຍ​ໄດ້​ເຮັດ​ແລ້ວ ພວກ​ຂ້ານ້ອຍ​ຍັງ​ໄດ້​ເຮັດ​ບາບ​ອີກ​ທີ່​ໄດ້ຂໍ​ເອົາ​ກະສັດ.”


ສ່ວນ​ຂ້າພະເຈົ້າ ພຣະເຈົ້າຢາເວ​ໄດ້​ຫ້າມ​ຂ້າພະເຈົ້າ​ບໍ່​ໃຫ້​ຢຸດ​ເຊົາ​ພາວັນນາ​ອະທິຖານ​ສຳລັບ​ພວກເຈົ້າ ເພາະ​ການ​ຢຸດ​ເຊົາ​ພາວັນນາ​ອະທິຖານ​ສຳລັບ​ພວກເຈົ້າ​ນັ້ນ ເປັນ​ການ​ຜິດ​ຕໍ່​ພຣະອົງ; ແຕ່​ຂ້າພະເຈົ້າ​ຈະ​ສັ່ງສອນ​ພວກເຈົ້າ​ໃຫ້​ຮູ້​ສິ່ງ​ດີ​ແລະ​ສິ່ງ​ທີ່​ຖືກຕ້ອງ.


ແລະ​ເວົ້າ​ຕໍ່​ຊາມູເອນ​ວ່າ, “ຢ່າ​ຢຸດ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ເພື່ອ​ພຣະອົງ​ຈະ​ຊ່ວຍເຫລືອ​ພວກເຮົາ​ໃຫ້​ພົ້ນ​ຈາກ​ພວກ​ຟີລິດສະຕິນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka