Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 27:17 - ພຣະຄຳພີສັກສິ

17 ຢ່າ​ສູ່​ເຊື່ອຟັງ​ພວກເຂົາ; ຈົ່ງ​ຍອມ​ຢູ່ໃຕ້​ບັງຄັບ​ຂອງ​ກະສັດ​ແຫ່ງ​ບາບີໂລນ ແລະ​ພວກເຈົ້າ​ຈະ​ມີ​ຊີວິດ​ຢູ່ ເປັນຫຍັງ​ຈຶ່ງ​ຈະ​ເຮັດ​ໃຫ້​ເມືອງ​ນີ້​ກາຍເປັນ​ກອງ​ສິ່ງ​ຮົກຮ້າງ​ເພພັງ?

Uka jalj uñjjattʼäta Copia luraña




ເຢເຣມີຢາ 27:17
5 Jak'a apnaqawi uñst'ayäwi  

ແລ້ວ​ຂ້າພະເຈົ້າ​ກໍ​ບອກ​ກະສັດ​ເຊເດກີຢາ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, ‘ຖ້າ​ທ່ານ​ຍອມ​ຈຳນົນ​ຕໍ່​ນາຍ​ທະຫານ​ຂອງ​ກະສັດ​ແຫ່ງ​ບາບີໂລນ ຊີວິດ​ຂອງທ່ານ​ຈະ​ປອດໄພ ແລະ​ເມືອງ​ນີ້​ຈະ​ບໍ່​ຖືກ​ຈູດເຜົາ​ໃຫ້​ພິນາດໄປ. ທ່ານເອງ ແລະ​ຄອບຄົວ​ຂອງທ່ານ​ຈະ​ມີ​ຊີວິດ​ຢູ່.


ແລ້ວ​ຂ້າພະເຈົ້າ​ກໍໄດ້​ກ່າວ​ຕື່ມ​ວ່າ, “ນາງ​ສະໜົມ​ທັງໝົດ​ພ້ອມ​ດ້ວຍ​ລູກໆ​ຂອງທ່ານ ຈະ​ຖືກ​ນຳ​ໄປ​ມອບ​ໃຫ້​ຊາວ​ບາບີໂລນ; ທ່ານເອງ​ຈະ​ປົບໜີໄປ​ຈາກ​ພວກເຂົາ​ບໍ່ໄດ້. ສ່ວນ​ທ່ານເອງ​ກໍ​ຈະ​ຖືກ​ກະສັດ​ແຫ່ງ​ບາບີໂລນ​ຈັບ​ໄປ​ເປັນ​ຊະເລີຍເສິກ ແລະ​ເມືອງ​ນີ້​ທັງໝົດ​ຈະ​ຖືກ​ຈູດເຜົາ​ໃຫ້​ພັງ​ພິນາດ​ຈົນກ້ຽງ.”


ຢ່າ​ຢ້ານກົວ​ກະສັດ​ແຫ່ງ​ບາບີໂລນ​ຜູ້​ທີ່​ເຈົ້າ​ຢ້ານກົວ​ຢູ່ນັ້ນ ພຣະເຈົ້າຢາເວ​ກ່າວ​ວ່າ ຢ່າ​ຢ້ານກົວ​ເລີຍ ເພາະ​ເຮົາ​ສະຖິດ​ຢູ່​ກັບ​ພວກເຈົ້າ ແລະ​ເຮົາ​ຈະ​ຊ່ວຍກູ້​ເອົາ​ພວກເຈົ້າ​ອອກ​ຈາກ​ອຳນາດ​ຂອງ​ລາວ.


ດິນແດນ​ຈະ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ. ໃນ​ເມືອງ​ຂອງ​ຢູດາຍ ແລະ​ໃນ​ທ້ອງ​ຖະໜົນ​ຫົນທາງ​ຂອງ​ນະຄອນ​ເຢຣູຊາເລັມ ເຮົາ​ຈະ​ເຮັດ​ໃຫ້​ສຽງ​ມ່ວນຊື່ນ ແລະ​ສຽງ​ເຈົ້າບ່າວ​ເຈົ້າສາວ​ທີ່​ມີ​ຄວາມສຸກ​ໃນ​ພິທີ​ແຕ່ງງານ​ມິດງຽບ​ສິ້ນສຸດ​ລົງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka