Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 27:13 - ພຣະຄຳພີສັກສິ

13 ເປັນຫຍັງ​ທ່ານເອງ​ແລະ​ປະຊາຊົນ​ຂອງທ່ານ​ຈະ​ຕ້ອງ​ຕາຍ​ໃນ​ສົງຄາມ ຫລື​ໃນ​ການ​ຕາຍອຶດ​ຕາຍຫິວ ຫລື​ໃນ​ການ​ເຈັບໄຂ້​ໄດ້ປ່ວຍ? ສິ່ງ​ເຫຼົ່ານັ້ນ​ແຫຼະ ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ​ຈະ​ເກີດຂຶ້ນ​ກັບ​ທຸກ​ຊົນຊາດ ທີ່​ບໍ່​ຍອມ​ຢູ່​ໃຕ້​ບັງຄັບ​ຂອງ​ກະສັດ​ແຫ່ງ​ບາບີໂລນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 27:13
11 Jak'a apnaqawi uñst'ayäwi  

ຄົນ​ທີ່​ບໍ່​ພົບ​ເຮົາ​ນັ້ນ ກໍ​ທຳຮ້າຍ​ຕົນເອງ ຄົນ​ທີ່​ກຽດຊັງ​ເຮົາ​ກໍ​ຮັກ​ຄວາມຕາຍ​ເທົ່ານັ້ນ.”


ພວກເຈົ້າ​ຈະ​ຕ້ອງ​ປ່ອຍປະ ດິນແດນ​ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ​ນັ້ນ ແລະ​ເຮົາ​ຈະ​ກະທຳ​ໃຫ້​ພວກເຈົ້າ​ໄປ​ຮັບໃຊ້​ເຫຼົ່າ​ສັດຕູ​ຢູ່​ໃນ​ດິນແດນ​ທີ່​ພວກເຈົ້າ​ບໍ່​ຮູ້​ຫຍັງ​ເລີຍ ຍ້ອນ​ຄວາມ​ໂກດຮ້າຍ​ຂອງເຮົາ​ນັ້ນ​ເປັນ​ດັ່ງ​ໄຟ​ທີ່​ຈະ​ໄໝ້​ເຜົາຜານ​ຕະຫລອດໄປ.”


ເຮົາ​ຈະ​ນຳ​ໄພພິບັດ​ມາ​ສູ່​ພວກເຂົາ ຈົນ​ຊົນຊາດ​ທັງຫລາຍ​ຈະ​ເກີດ​ຢ້ານກົວ​ຫຼາຍ. ປະຊາຊົນ​ຈະ​ຫົວເລາະ​ໃສ່​ພວກເຂົາ, ເວົ້າ​ສຽດສີ​ພວກເຂົາ, ເວົ້າ​ເຍາະເຍີ້ຍ​ພວກເຂົາ ແລະ​ໃຊ້​ຊື່​ຂອງ​ພວກເຂົາ​ເປັນ​ຄຳສາບແຊ່ງ ໃນ​ທົ່ວ​ທຸກບ່ອນ​ທີ່​ພວກເຂົາ​ກະຈັດ​ກະຈາຍ​ໄປ.


ແຕ່​ຖ້າ​ປະເທດ​ຫລື​ອານາຈັກ​ໃດ​ທີ່​ບໍ່​ຍອມ​ຢູ່ໃຕ້​ການປົກຄອງ​ຂອງ​ລາວ ແລ້ວ​ເຮົາ​ກໍ​ຈະ​ລົງໂທດ​ປະເທດ​ນັ້ນ​ໂດຍ​ໃຫ້​ເກີດ​ສົງຄາມ, ເກີດ​ການ​ຕາຍອຶດ​ຕາຍຫິວ ແລະ​ການ​ເຈັບໄຂ້​ໄດ້ປ່ວຍ. ພຣະເຈົ້າຢາເວ​ກ່າວ​ວ່າ ຈົນເຖິງ​ຂັ້ນ​ເຮົາ​ອະນຸຍາດ​ໃຫ້​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ທຳລາຍ​ປະເທດ​ຢ່າງ​ໝົດສິ້ນ.


“ພຣະເຈົ້າຢາເວ​ກ່າວ​ວ່າ, ‘ຜູ້ໃດ​ກໍຕາມ​ທີ່​ຢູ່​ໃນ​ເມືອງ ຈະ​ຕ້ອງ​ຕາຍ​ຍ້ອນ​ສົງຄາມ ຫລື​ຍ້ອນ​ການ​ຕາຍອຶດ​ຕາຍຫິວ ຫລື​ຍ້ອນ​ເຈັບໄຂ້​ໄດ້ປ່ວຍ. ແຕ່​ພວກ​ທີ່​ອອກ​ໄປ​ຍອມ​ຈຳນົນ​ຕໍ່​ພວກ​ບາບີໂລນ​ຈະ​ບໍ່​ຖືກ​ຂ້າ; ຢ່າງໜ້ອຍ​ພວກເຂົາ​ຈະ​ປົບໜີ​ໄດ້​ແລະ​ມີ​ຊີວິດ​ຢູ່.”’


ຂ້າພະເຈົ້າ​ຕອບ​ວ່າ, “ທ່ານ​ຈະ​ບໍ່​ຖືກ​ມອບ​ໃຫ້​ພວກເຂົາ. ຂ້ານ້ອຍ​ຮ້ອງຂໍ​ທ່ານ​ໃຫ້​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ແລ້ວ​ທຸກສິ່ງ​ຈະ​ເປັນ​ໄປ​ໂດຍ​ດີ​ສຳລັບ​ທ່ານ ແລະ​ຊີວິດ​ຂອງທ່ານ​ກໍ​ຈະ​ປອດໄພ.


ແລ້ວ​ຂ້າພະເຈົ້າ​ກໍໄດ້​ກ່າວ​ຕື່ມ​ວ່າ, “ນາງ​ສະໜົມ​ທັງໝົດ​ພ້ອມ​ດ້ວຍ​ລູກໆ​ຂອງທ່ານ ຈະ​ຖືກ​ນຳ​ໄປ​ມອບ​ໃຫ້​ຊາວ​ບາບີໂລນ; ທ່ານເອງ​ຈະ​ປົບໜີໄປ​ຈາກ​ພວກເຂົາ​ບໍ່ໄດ້. ສ່ວນ​ທ່ານເອງ​ກໍ​ຈະ​ຖືກ​ກະສັດ​ແຫ່ງ​ບາບີໂລນ​ຈັບ​ໄປ​ເປັນ​ຊະເລີຍເສິກ ແລະ​ເມືອງ​ນີ້​ທັງໝົດ​ຈະ​ຖືກ​ຈູດເຜົາ​ໃຫ້​ພັງ​ພິນາດ​ຈົນກ້ຽງ.”


“ເຫດວ່າ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: ເຮົາ​ຈະ​ສົ່ງ​ການລົງໂທດ​ອັນ​ຮ້າຍແຮງ​ທີ່ສຸດ​ສີ່​ຢ່າງ​ມາ​ສູ່​ນະຄອນ​ເຢຣູຊາເລັມ​ເຊັ່ນ: ສົງຄາມ, ການອຶດຢາກ, ເຫຼົ່າ​ສັດປ່າ​ທັງຫລາຍ ແລະ​ການ​ເຈັບໄຂ້​ໄດ້ປ່ວຍ ເພື່ອ​ທຳລາຍ​ມະນຸດ​ກັບ​ຝູງສັດ​ທັງຫລາຍ.


ແຕ່​ຖ້າ​ຄົນ​ຊອບທຳ​ຜູ້ໜຶ່ງ​ເຊົາ​ເຮັດ​ການ​ດີ ແລະ​ເລີ່ມ​ເຮັດ​ແຕ່​ການຊົ່ວ ຄື​ເຮັດ​ແຕ່​ສິ່ງ​ອັນ​ໜ້າກຽດຊັງ​ທີ່​ຄົນຊົ່ວ​ເຮັດ ລາວ​ຈະ​ມີ​ຊີວິດ​ຢູ່​ບໍ? ບໍ່ແມ່ນ​ດອກ ການດີ​ທີ່​ລາວ​ໄດ້​ເຮັດ​ມາ​ນັ້ນ ຈະ​ບໍ່ມີ​ຜູ້ໃດ​ລະນຶກເຖິງ​ເລີຍ. ລາວ​ຈະ​ຕາຍ ເພາະ​ຄວາມ​ບໍ່​ສັດຊື່​ແລະ​ການບາບ​ທີ່​ລາວ​ໄດ້​ເຮັດ.


ຈົ່ງ​ເລີກ​ເຮັດ​ການຊົ່ວ​ທັງໝົດ​ທີ່​ພວກເຈົ້າ​ກຳລັງ​ດຳເນີນ​ຢູ່​ນັ້ນ​ສາ ແລະ​ຈົ່ງ​ຕັ້ງ​ຄວາມຄິດ​ໃໝ່​ແລະ​ເອົາ​ຈິດໃຈ​ໃໝ່. ເປັນຫຍັງ​ຊາວ​ອິດສະຣາເອນ ພວກເຈົ້າ​ຈຶ່ງ​ຢາກ​ຕາຍ?


ຈົ່ງ​ບອກ​ເຂົາ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້ ເຮົາ​ຈະ​ບໍ່​ດີໃຈ​ເມື່ອ​ເຫັນ​ຄົນບາບ​ຜູ້ໜຶ່ງ​ຕາຍໄປ. ເຮົາ​ຈະ​ດີໃຈ​ຫລາຍກວ່າ​ເມື່ອ​ເຫັນ​ລາວ​ເຊົາ​ເຮັດ​ບາບ​ແລະ​ມີ​ຊີວິດ​ຢູ່. ຊາດ​ອິດສະຣາເອນ​ເອີຍ ຈົ່ງ​ເຊົາ​ເຮັດ​ການ​ຊົ່ວຮ້າຍ​ທີ່​ພວກເຈົ້າ​ກຳລັງ​ເຮັດ​ຢູ່​ນັ້ນ​ສາ. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢາກ​ຕາຍ?’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka