12 ຂ້າພະເຈົ້າໄດ້ກ່າວຢ່າງດຽວກັນແກ່ກະສັດເຊເດກີຢາແຫ່ງຢູດາຍວ່າ, “ຈົ່ງຍອມຢູ່ໃຕ້ບັງຄັບຂອງກະສັດແຫ່ງບາບີໂລນ. ຈົ່ງຮັບໃຊ້ເພິ່ນແລະປະຊາຊົນຂອງເພິ່ນແລະທ່ານກໍຈະມີຊີວິດຢູ່.
ແຕ່ຜູ້ໃດກໍຕາມທີ່ຟັງເຮົາຈະປອດໄພ ແລະຈະມີຊີວິດຢູ່ໂດຍບໍ່ຢ້ານອັນຕະລາຍໃດໆທັງສິ້ນ.”
ພວກເຈົ້າຈະຕ້ອງປ່ອຍປະ ດິນແດນຊຶ່ງເຮົາໄດ້ມອບໃຫ້ແກ່ພວກເຈົ້ານັ້ນ ແລະເຮົາຈະກະທຳໃຫ້ພວກເຈົ້າໄປຮັບໃຊ້ເຫຼົ່າສັດຕູຢູ່ໃນດິນແດນທີ່ພວກເຈົ້າບໍ່ຮູ້ຫຍັງເລີຍ ຍ້ອນຄວາມໂກດຮ້າຍຂອງເຮົານັ້ນເປັນດັ່ງໄຟທີ່ຈະໄໝ້ເຜົາຜານຕະຫລອດໄປ.”
ຜູ້ໃດຜູ້ໜຶ່ງທີ່ຢູ່ໃນເມືອງຈະຖືກຂ້າໃນສົງຄາມ ຫລືໂດຍການຕາຍອຶດຕາຍຫິວ ຫລືໂດຍເຈັບໄຂ້ໄດ້ປ່ວຍ, ແຕ່ຜູ້ໃດຜູ້ໜຶ່ງທີ່ອອກໄປຍອມຈຳນົນຕໍ່ພວກບາບີໂລນ ທີ່ກຳລັງໂຈມຕີເມືອງຢູ່ໃນເວລານີ້ຈະບໍ່ຖືກຂ້າ; ຢ່າງໜ້ອຍລາວຈະຊ່ວຍຊີວິດຕົນໃຫ້ພົ້ນໄດ້.
ແຕ່ຖ້າປະເທດຫລືອານາຈັກໃດທີ່ບໍ່ຍອມຢູ່ໃຕ້ການປົກຄອງຂອງລາວ ແລ້ວເຮົາກໍຈະລົງໂທດປະເທດນັ້ນໂດຍໃຫ້ເກີດສົງຄາມ, ເກີດການຕາຍອຶດຕາຍຫິວ ແລະການເຈັບໄຂ້ໄດ້ປ່ວຍ. ພຣະເຈົ້າຢາເວກ່າວວ່າ ຈົນເຖິງຂັ້ນເຮົາອະນຸຍາດໃຫ້ເນບູກາດເນັດຊາແຫ່ງບາບີໂລນທຳລາຍປະເທດຢ່າງໝົດສິ້ນ.
ໃນປີດຽວກັນນັ້ນ ຄືໃນເດືອນທີຫ້າຂອງຣາຊການປີທີສີ່ຂອງກະສັດເຊເດກີຢາແຫ່ງຢູດາຍ ຜູ້ທຳນວາຍຮານານີຢາລູກຊາຍຂອງອັດຊູຣະ ຊາວເມືອງກີເບໂອນ ໄດ້ເວົ້າຕໍ່ຂ້າພະເຈົ້າໃນວິຫານຂອງພຣະເຈົ້າຢາເວ. ຢູ່ຊ້ອງໜ້າຂອງພວກປະໂຣຫິດ ແລະປະຊາຊົນໃນທີ່ນັ້ນ ລາວໄດ້ເວົ້າຕໍ່ຂ້າພະເຈົ້າວ່າ,
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນ ໄດ້ກ່າວດັ່ງນີ້: “ເຮົາໄດ້ທຳລາຍການຢູ່ໃຕ້ບັງຄັບຂອງກະສັດແຫ່ງບາບີໂລນ.
ແລ້ວຂ້າພະເຈົ້າກໍບອກກະສັດເຊເດກີຢາວ່າ, “ພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນກ່າວວ່າ, ‘ຖ້າທ່ານຍອມຈຳນົນຕໍ່ນາຍທະຫານຂອງກະສັດແຫ່ງບາບີໂລນ ຊີວິດຂອງທ່ານຈະປອດໄພ ແລະເມືອງນີ້ຈະບໍ່ຖືກຈູດເຜົາໃຫ້ພິນາດໄປ. ທ່ານເອງ ແລະຄອບຄົວຂອງທ່ານຈະມີຊີວິດຢູ່.
ຢ່າຢ້ານກົວກະສັດແຫ່ງບາບີໂລນຜູ້ທີ່ເຈົ້າຢ້ານກົວຢູ່ນັ້ນ ພຣະເຈົ້າຢາເວກ່າວວ່າ ຢ່າຢ້ານກົວເລີຍ ເພາະເຮົາສະຖິດຢູ່ກັບພວກເຈົ້າ ແລະເຮົາຈະຊ່ວຍກູ້ເອົາພວກເຈົ້າອອກຈາກອຳນາດຂອງລາວ.