ເຢເຣມີຢາ 27:10 - ພຣະຄຳພີສັກສິ10 ພວກເຂົາກຳລັງລໍ້ລວງພວກເຈົ້າ ແລະຈະກໍ່ເຫດໃຫ້ພວກເຈົ້າຖືກຈັບໄປຈາກປະເທດຂອງພວກເຈົ້າ. ເຮົາຈະຂັບໄລ່ພວກເຈົ້າອອກໄປ ແລະພວກເຈົ້າຈະຖືກທຳລາຍ. Uka jalj uñjjattʼäta |
ແຕ່ພຣະເຈົ້າຢາເວໄດ້ຕອບຄືນວ່າ, “ພວກຜູ້ທຳນວາຍກຳລັງໃຊ້ນາມຂອງເຮົາກ່າວຖ້ອຍຄຳບໍ່ຈິງ ເຮົາບໍ່ໄດ້ໃຊ້ພວກເຂົາໄປ ແລະບໍ່ໄດ້ສັ່ງ ຫລືເວົ້າແມ່ນແຕ່ຄຳດຽວກັບພວກເຂົາ. ນິມິດທັງຫລາຍທີ່ພວກເຂົາເວົ້າເຖິງນັ້ນບໍ່ໄດ້ມາຈາກເຮົາ ການທຳນວາຍຂອງພວກເຂົາບໍ່ມີປະໂຫຍດ ແລະເປັນສິ່ງທີ່ພວກເຂົາຄິດຝັນເອົາເອງ.
ຈົ່ງຟັງສຽງທີ່ມາຈາກດິນແດນທີ່ຫ່າງໄກ ຂ້ານ້ອຍໄດ້ຍິນປະຊາຊົນພາກັນຮ້ອງໄຫ້ວ່າ, “ພຣະເຈົ້າຢາເວບໍ່ໄດ້ສະຖິດຢູ່ໃນຊີໂອນຕໍ່ໄປບໍ? ກະສັດແຫ່ງຊີໂອນບໍ່ໄດ້ຢູ່ໃນທີ່ນັ້ນຕໍ່ໄປຫລືນີ້?” ພຣະອົງຄືກະສັດຂອງພວກເຂົາ ໂຕ້ຕອບຄືນວ່າ, “ເປັນຫຍັງພວກເຈົ້າຈຶ່ງເຮັດໃຫ້ເຮົາໂກດຮ້າຍນໍ? ໂດຍພາກັນຂາບໄຫວ້ບັນດາຮູບເຄົາຣົບ ກົ້ມຂາບພະຕ່າງຊາດທີ່ບໍ່ມີປະໂຫຍດຫຍັງ?”
ປະຊາຊົນປຶກສາກັບບັນດາຮູບເຄົາຣົບ ແລະໝໍດູໝໍມໍ ແຕ່ພວກມັນໃຫ້ຄຳຕອບທີ່ຕົວະ ແລະຫລອກລວງ. ບາງຄົນກໍແກ້ຄວາມຝັນ ແຕ່ເປັນຄຳຫລອກລວງພວກເຈົ້າເທົ່ານັ້ນ; ຄຳເລົ້າໂລມທີ່ພວກມັນໃຫ້ພວກເຈົ້ານັ້ນບໍ່ມີປະໂຫຍດ. ເພາະສະນັ້ນ ປະຊາຊົນຈຶ່ງຊັດເຊພະເນຈອນໄປດັ່ງຝູງແກະ. ພວກເຂົາຕົກຢູ່ໃນຄວາມເດືອດຮ້ອນຍ້ອນບໍ່ມີຜູ້ນຳພາ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ເຮົາຈະມາປາກົດຢູ່ທ່າມກາງພວກເຈົ້າເພື່ອຕັດສິນ ແລະເຮົາຈະເປັນພະຍານຕໍ່ສູ້ພວກທີ່ລົງມືຝຶກເວດມົນຄາຖາ, ຕໍ່ສູ້ພວກທີ່ຫລິ້ນຊູ້ສູ່ຜົວເມຍ, ຕໍ່ສູ້ພວກທີ່ເປັນພະຍານບໍ່ຈິງ, ຕໍ່ສູ້ພວກທີ່ສໍ້ໂກງຄ່າແຮງງານຂອງລູກຈ້າງ, ຕໍ່ສູ້ພວກທີ່ເອົາປຽບແມ່ໝ້າຍ, ເດັກກຳພ້າ ແລະຄົນຕ່າງດ້າວ ຄືຕໍ່ສູ້ທຸກຄົນທີ່ບໍ່ຢຳເກງເຮົາ.”