Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 26:9 - ພຣະຄຳພີສັກສິ

9 ເປັນຫຍັງ​ເຈົ້າ​ຈຶ່ງ​ໄດ້​ເວົ້າ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ວ່າ ວິຫານ​ຂອງ​ພຣະເຈົ້າຢາເວ​ນີ້​ຈະ​ກາຍເປັນ​ດັ່ງ​ເມືອງ​ຊີໂລ ແລະ​ກ່າວ​ວ່າ​ນະຄອນ​ນີ້​ຈະ​ຖືກ​ທຳລາຍ ແລະ​ບໍ່ມີ​ຜູ້ໃດ​ຢູ່​ອາໄສ?” ແລ້ວ​ປະຊາຊົນ​ກໍ​ພາກັນ​ລ້ອມ​ຂ້າພະເຈົ້າ​ໄວ້.

Uka jalj uñjjattʼäta Copia luraña




ເຢເຣມີຢາ 26:9
28 Jak'a apnaqawi uñst'ayäwi  

ອາມາຊີຢາ​ເວົ້າ​ຕັດ​ບົດ​ວ່າ, “ເຮົາ​ແຕ່ງຕັ້ງ​ເຈົ້າ​ໃຫ້​ເປັນ​ທີ່ປຶກສາ​ຂອງ​ກະສັດ​ເມື່ອໃດ? ຈົ່ງ​ຢຸດ​ເວົ້າ​ແມ ຫລື​ຈະ​ໃຫ້​ເຮົາ​ຂ້າ​ເຈົ້າ​ເສຍ.” ແຕ່​ຜູ້ທຳນວາຍ​ເວົ້າ​ສວນ​ຂຶ້ນ ແລະ​ບອກ​ເພິ່ນ​ວ່າ, “ບັດນີ້ ຂ້ານ້ອຍ​ຮູ້​ວ່າ​ພຣະເຈົ້າ​ໄດ້​ຕັດສິນໃຈ​ທຳລາຍ​ທ່ານ​ແລ້ວ ເພາະ​ທ່ານ​ໄດ້​ເຮັດ​ສິ່ງ​ທັງໝົດ​ນີ້ ແລະ​ຍັງ​ບໍ່​ຍອມ​ຟັງ​ຄຳ​ຕັກເຕືອນ​ຂອງ​ຂ້ານ້ອຍ.”


ພຣະເຈົ້າ​ຈະ​ທຳລາຍ​ພວກ​ທີ່​ໃສ່ຮ້າຍ​ປ້າຍສີ​ຄົນອື່ນ, ພວກ​ທີ່​ປົກປ້ອງ​ຜູ້​ຂ້າຄົນ​ບໍ່​ໃຫ້​ຖືກ​ໂທດ ແລະ​ພວກ​ທີ່​ເວົ້າຕົວະ​ເພື່ອ​ບໍ່​ໃຫ້​ຄົນ​ສັດຊື່​ໄດ້​ຮັບ​ຄວາມ​ຍຸດຕິທຳ.


ກະສັດ​ເຊເດກີຢາ​ໄດ້​ຂັງ​ຂ້າພະເຈົ້າ​ໄວ້​ຢູ່​ໃນ​ທີ່ນັ້ນ ແລະ​ກ່າວຫາ​ຂ້າພະເຈົ້າ​ວ່າ, “ດ້ວຍເຫດໃດ​ເຈົ້າ​ຈຶ່ງ​ທຳນວາຍ​ວ່າ​ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ: ‘ເຮົາ​ກຳລັງ​ໃຫ້​ກະສັດ​ແຫ່ງ​ບາບີໂລນ​ຢຶດເອົາ​ນະຄອນ​ນີ້


ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, “ປະຊາຊົນ​ກຳລັງ​ເວົ້າ​ວ່າ ບ່ອນ​ນີ້​ເປັນ​ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ; ໃນ​ທີ່ນັ້ນ​ບໍ່ມີ​ແມ່ນແຕ່​ຄົນ ແລະ​ສັດ​ອາໄສ​ຢູ່. ເຂົາ​ເວົ້າ​ຖືກ​ແລ້ວ; ເມືອງ​ຂອງ​ຢູດາຍ​ກັບ​ຕາມ​ທ້ອງ​ຖະໜົນ​ຂອງ​ນະຄອນ​ເຢຣູຊາເລັມ​ກໍ​ຫວ່າງເປົ່າ; ບໍ່ມີ​ຄົນ​ຫລື​ສັດ​ອາໄສ​ຢູ່​ເລີຍ, ແຕ່​ໃນ​ບ່ອນ​ເຫຼົ່ານີ້ ພວກເຈົ້າ​ຈະ​ໄດ້ຍິນ​ອີກ​ເທື່ອ​ໃໝ່


ຈົ່ງ​ບອກ​ເຢໂຮຍອາກິມ​ກະສັດ​ແຫ່ງ​ຢູດາ​ວ່າ, ‘ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ, ເຈົ້າ​ໄດ້​ຈູດ​ໜັງສື​ມ້ວນ ແລະ​ຖາມ​ວ່າ ເປັນຫຍັງ​ເຈົ້າ​ຈຶ່ງ​ຂຽນ​ວ່າ​ກະສັດ​ແຫ່ງ​ບາບີໂລນ​ຈະ​ມາ​ທຳລາຍ​ດິນແດນ​ນີ້​ພ້ອມ​ທັງ​ຂ້າ​ປະຊາຊົນ​ແລະ​ຝູງສັດ​ດ້ວຍ.’


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ໃຫ້​ນະຄອນ​ເຢຣູຊາເລັມ​ເປັນ​ກອງ​ສິ່ງ​ເພພັງ ເປັນ​ບ່ອນ​ໜຶ່ງ​ທີ່​ຝູງ​ໝາປ່າ​ພາກັນ​ອາໄສ​ຢູ່; ເມືອງ​ຢູດາຍ​ຈະ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ເປັນ​ບ່ອນ​ໜຶ່ງ​ຊຶ່ງ​ບໍ່ມີ​ຄົນ​ອາໄສ​ຢູ່.”


ແຕ່​ເຫດການ​ນີ້​ໄດ້​ເກີດຂຶ້ນ​ແລ້ວ ເພາະ​ບາບ​ຂອງ​ຜູ້ທຳນວາຍ​ໃນ​ນະຄອນ ແລະ​ບັນດາ​ປະໂຣຫິດ​ກໍ​ມີ​ຄວາມຜິດ ໃນ​ຖານ​ເຮັດ​ໃຫ້​ຄົນ​ບໍ່​ຜິດ​ຕ້ອງ​ຕາຍ​ຍ້ອນ.


ພວກເຈົ້າ​ກຽດຊັງ​ຜູ້​ທີ່​ກ່າວຕຳໜິ​ໃນ​ຄວາມ​ຍຸຕິທຳ ແລະ​ດູຖູກ​ລາວ​ຜູ້​ທີ່​ເວົ້າ​ຄວາມຈິງ.


ປະຊາຊົນ​ກ່າວ​ໃສ່​ຂ້າພະເຈົ້າ ແລະ​ເວົ້າ​ວ່າ, “ຢ່າ​ສູ່​ເທດສະໜາ​ໃຫ້​ພວກເຮົາ​ຟັງ​ເລີຍ. ຢ່າ​ສູ່​ສັ່ງສອນ​ພວກເຮົາ​ເຖິງ​ເລື່ອງ​ເຫຼົ່ານັ້ນ. ພຣະເຈົ້າ​ຈະ​ບໍ່​ເຮັດ​ໃຫ້​ພວກເຮົາ​ອັບອາຍ​ຂາຍໜ້າ​ດອກ.


ເມື່ອ​ພຣະເຢຊູເຈົ້າ​ເຂົ້າ​ໄປ​ໃນ​ພຣະວິຫານ, ໃນ​ຂະນະທີ່​ກຳລັງ​ສັ່ງສອນ​ຢູ່​ນັ້ນ ພວກ​ຫົວໜ້າ​ປະໂຣຫິດ​ກັບ​ພວກ​ເຖົ້າແກ່ ກໍ​ມາ​ຫາ​ພຣະອົງ ແລະ​ຖາມ​ວ່າ, “ເຈົ້າ​ມີ​ສິດ​ຫຍັງ​ທີ່​ເຮັດ​ການ​ເຫຼົ່ານີ້? ຜູ້ໃດ​ໃຫ້​ສິດ​ນີ້​ແກ່​ເຈົ້າ?”


ພວກ​ຫົວໜ້າ​ປະໂຣຫິດ​ກັບ​ພວກ​ເຖົ້າແກ່​ໄດ້​ຍຸຍົງ​ປະຊາຊົນ ຂໍ​ໃຫ້​ປ່ອຍ​ບາຣາບາ ແລະ​ໃຫ້​ປະຫານ​ພຣະເຢຊູເຈົ້າ.


ແຕ່​ພວກ​ຫົວໜ້າ​ປະໂຣຫິດ​ໄດ້​ຍຸຍົງ​ປະຊາຊົນ ເພື່ອ​ຂໍ​ໃຫ້​ປີລາດ​ປ່ອຍ​ບາຣາບາ​ແທນ​ພຣະເຢຊູເຈົ້າ.


ພຣະເຢຊູເຈົ້າ​ໄດ້​ກ່າວ​ຄຳ​ເຫຼົ່ານີ້ ໃນ​ຂະນະທີ່​ພຣະອົງ​ສັ່ງສອນ​ໃນ​ພຣະວິຫານ ຢູ່​ຫ້ອງ​ບ່ອນ​ທີ່​ວາງ​ຫີບ​ຖວາຍ​ຊັບ, ແຕ່​ບໍ່ມີ​ຜູ້ໃດ​ຈັບ​ພຣະອົງ ເພາະ​ບໍ່​ເຖິງ​ກຳນົດ​ເວລາ​ຂອງ​ພຣະອົງ​ເທື່ອ.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ຈັບ​ເອົາ​ກ້ອນຫີນ​ແກວ່ງ​ໃສ່​ພຣະອົງ, ແຕ່​ພຣະເຢຊູເຈົ້າ​ຫລີກ​ໜີ ແລະ​ສະເດັດ​ອອກ​ໄປ​ຈາກ​ພຣະວິຫານ.


ແຕ່​ພວກ​ຢິວ​ໄດ້​ຍົວະຍົງ​ພວກ​ແມ່ຍິງ​ທີ່​ມີ​ກຽດ​ສູງ​ໃນ​ສັງຄົມ​ທີ່​ຢຳເກງ​ພຣະເຈົ້າ ແລະ​ພວກ​ຜູ້ຊາຍ​ຄົນ​ສຳຄັນ​ໃນ​ເມືອງ​ນີ້ ໄດ້​ກໍ່​ການ​ຂົ່ມເຫັງ​ໂປໂລ ແລະ ບາຣະນາບາ ແລະ​ຂັບໄລ່​ທ່ານ​ທັງສອງ​ໃຫ້​ອອກ​ໄປ​ຈາກ​ເຂດແດນ​ຂອງ​ພວກເຂົາ.


ແລ້ວ​ຄົນ​ທັງ​ນະຄອນ​ກໍ​ເກີດ​ອົນລະວົນ ແລະ​ທຸກຄົນ​ຕ່າງ​ກໍ​ແລ່ນ​ໄປ​ທຸກຈອກ​ທຸກແຈ ກຸ່ມ​ຄົນ​ເຫຼົ່ານີ້​ໄດ້​ຈັບ​ໂປໂລ ແລະ​ລາກ​ເພິ່ນ​ອອກ​ຈາກ​ບໍລິເວນ​ພຣະວິຫານ ແລະ​ປະຕູ​ພຣະວິຫານ​ກໍ​ອັດ​ລົງ​ໃນ​ທັນທີ.


ປະຊາຊົນ​ໄດ້​ຟັງ​ໂປໂລ​ກ່າວ ຈົນເຖິງ​ເວລາ​ທີ່​ເພິ່ນ​ເວົ້າ​ຄຳ​ນີ້ ແລ້ວ​ພວກເຂົາ​ກໍ​ຮ້ອງ​ຂຶ້ນ​ດ້ວຍ​ສຽງດັງ​ວ່າ, “ຈັດ​ການ​ກັບ​ຄົນ​ນີ້​ເສຍ ເອົາ​ໄປ​ຂ້າ​ຖິ້ມ, ບໍ່ຄວນ​ໃຫ້​ມີ​ຊີວິດ​ຢູ່.”


ຂະນະທີ່​ຊາຍ​ຄົນ​ນີ້ ຍັງ​ເກາະ​ແຂນ​ເປໂຕ​ແລະ​ໂຢຮັນ​ຢູ່​ທີ່​ລະບຽງ​ໂຊໂລໂມນ ປະຊາຊົນ​ທັງຫລາຍ​ຕ່າງ​ກໍ​ງຶດ​ປະຫລາດ​ອັດສະຈັນ​ໃຈ ແລະ​ພາກັນ​ແລ່ນ​ມາ​ຫາ​ພວກເພິ່ນ.


ພວກ​ອັກຄະສາວົກ​ໄດ້​ເຮັດ​ການ​ອັດສະຈັນ ແລະ​ສິ່ງ​ທີ່​ໜ້າງຶດງໍ້​ຫລາຍ​ຢ່າງ​ໃນ​ທ່າມກາງ​ປະຊາຊົນ, ຄົນ​ທີ່​ເຊື່ອ​ທຸກຄົນ​ກໍ​ຢູ່​ຮ່ວມ​ກັນ ທີ່​ລະບຽງ​ຂອງ​ໂຊໂລໂມນ.


“ພວກເຮົາ​ສັ່ງ​ຫ້າມ​ພວກເຈົ້າ​ຢ່າງ​ເຄັ່ງຄັດ​ແລ້ວ ບໍ່​ໃຫ້​ສັ່ງສອນ​ໃນ​ນາມ​ຂອງ​ຊາຍ​ຄົນ​ນີ້, ແຕ່​ພວກເຈົ້າ​ໄດ້​ເຮັດ​ໃຫ້​ຄຳສັ່ງສອນ​ຂອງ​ພວກເຈົ້າ​ແຜ່​ອອກ​ໄປ​ທົ່ວ​ນະຄອນ​ເຢຣູຊາເລັມ ແລະ​ປາຖະໜາ​ໃຫ້​ຄວາມຜິດ​ກ່ຽວກັບ​ຄວາມ​ຕາຍ​ຂອງ​ຜູ້ນັ້ນ ຕົກ​ໃສ່​ພວກເຮົາ.”


ພວກເຮົາ​ໄດ້ຍິນ​ຄົນ​ນີ້​ເວົ້າ​ວ່າ ເຢຊູ​ໄທ​ນາຊາເຣັດ​ຈະ​ທຳລາຍ​ພຣະວິຫານ​ຫລັງ​ນີ້ ແລະ​ຈະ​ປ່ຽນແປງ​ທຳນຽມ​ທີ່​ໂມເຊ​ໄດ້​ໃຫ້​ໄວ້​ແກ່​ພວກເຮົາ.”


ຫລັງຈາກ​ທີ່​ພວກ​ອິດສະຣາເອນ​ຢຶດຄອງ​ດິນແດນ​ໄດ້​ແລ້ວ ພວກເຂົາ​ໄດ້​ມາ​ເຕົ້າໂຮມ​ກັນ​ທີ່​ເມືອງ​ຊີໂລ ແລະ​ຕັ້ງ​ຫໍເຕັນ​ບ່ອນ​ຊຸມນຸມ​ໃນທີ່ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka