Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 26:6 - ພຣະຄຳພີສັກສິ

6 ຖ້າ​ພວກເຈົ້າ​ສືບຕໍ່​ບໍ່​ຍອມ​ເຊື່ອຟັງ ແລ້ວ​ເຮົາ​ກໍ​ຈະ​ເຮັດ​ຕໍ່​ພຣະວິຫານ​ນີ້ ດັ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ເມືອງ​ຊີໂລ ແລະ​ທຸກ​ຊົນຊາດ​ທົ່ວ​ທັງໂລກ​ກໍ​ຈະ​ໃຊ້​ຊື່​ຂອງ​ເມືອງ​ນີ້​ເປັນ​ຄຳສາບແຊ່ງ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 26:6
20 Jak'a apnaqawi uñst'ayäwi  

ເພາະ​ເຈົ້າ​ໄດ້​ຍອມ​ຟັງ​ແລະ​ເຈົ້າ​ໄດ້​ຖ່ອມຕົວ​ຕໍ່ໜ້າ​ພຣະເຈົ້າຢາເວ ເຈົ້າ​ຈີກ​ເຄື່ອງນຸ່ງ​ຂອງ​ເຈົ້າ​ແລະ​ຮ້ອງໄຫ້ ເມື່ອ​ເຈົ້າ​ໄດ້ຍິນ​ເຖິງ​ການ​ຂູ່ເຂັນ ທີ່​ເຮົາ​ຈະ​ລົງໂທດ​ນະຄອນ​ເຢຣູຊາເລັມ ແລະ​ປະຊາຊົນ​ໃນ​ເມືອງ. ເຮົາ​ຈະ​ເຮັດ​ໃຫ້​ເມືອງ​ນີ້​ເປັນ​ໜ້າຢ້ານກົວ ຄື​ເປັນ​ບ່ອນ​ທີ່​ຄົນ​ຈະ​ໃຊ້​ຊື່​ເມືອງ​ນີ້​ເປັນ​ຄຳສາບແຊ່ງ. ແຕ່​ເຮົາ​ໄດ້ຍິນ​ຄຳພາວັນນາ​ອະທິຖານ​ຂອງ​ເຈົ້າ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້.


ພວກ​ຜູ້ປົກຄອງ​ຕ່າງ​ກໍ​ໝິ່ນປະໝາດ​ເຮົາ ທັງ​ຫຍໍ້ຫຍັນ​ບ່ອນ​ສັກສິດ​ຂອງເຮົາ​ດ້ວຍ. ສະນັ້ນ ເຮົາ​ຈຶ່ງ​ໃຫ້​ອິດສະຣາເອນ​ຖືກ​ທຳລາຍ ປ່ອຍ​ໃຫ້​ປະຊາຊົນ​ຂອງເຮົາ​ຖືກ​ໝິ່ນປະໝາດ.”


ປະຊາຊົນ​ທີ່​ເຮົາ​ໄດ້​ເລືອກເອົາ ຈະ​ໃຊ້​ຊື່​ຂອງ​ພວກເຈົ້າ​ເປັນ​ການ​ສາບແຊ່ງ. ເພາະວ່າ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈະ​ປະຫານ​ພວກເຈົ້າ. ແຕ່​ເຮົາ​ຈະ​ໃຫ້​ຊື່​ໃໝ່​ແກ່​ຄົນ​ທີ່​ເຊື່ອຟັງ​ເຮົາ.


ເຮົາ​ຈະ​ນຳ​ໄພພິບັດ​ມາ​ສູ່​ພວກເຂົາ ຈົນ​ຊົນຊາດ​ທັງຫລາຍ​ຈະ​ເກີດ​ຢ້ານກົວ​ຫຼາຍ. ປະຊາຊົນ​ຈະ​ຫົວເລາະ​ໃສ່​ພວກເຂົາ, ເວົ້າ​ສຽດສີ​ພວກເຂົາ, ເວົ້າ​ເຍາະເຍີ້ຍ​ພວກເຂົາ ແລະ​ໃຊ້​ຊື່​ຂອງ​ພວກເຂົາ​ເປັນ​ຄຳສາບແຊ່ງ ໃນ​ທົ່ວ​ທຸກບ່ອນ​ທີ່​ພວກເຂົາ​ກະຈັດ​ກະຈາຍ​ໄປ.


ນະຄອນ​ເຢຣູຊາເລັມ​ແລະ​ເມືອງ​ທັງໝົດ​ຂອງ​ຢູດາຍ ພ້ອມ​ທັງ​ບັນດາ​ກະສັດ​ແລະ​ພວກ​ເຈົ້ານາຍ​ໄດ້​ຖືກ​ບັງຄັບ​ໃຫ້​ດື່ມ ເພື່ອ​ວ່າ​ເມືອງ​ເຫຼົ່ານີ້​ຈະ​ກາຍເປັນ​ເມືອງ​ຮົກຮ້າງ​ຫວ່າງຄົນ ຊຶ່ງ​ຈະ​ເປັນ​ສະພາບ​ຕົກ​ສະທ້ານ​ຢ້ານກົວ​ໃຈ​ຫລາຍ​ເມື່ອ​ໄດ້​ພົບເຫັນ; ແລະ​ເພື່ອ​ວ່າ​ປະຊາຊົນ​ຈະ​ໃຊ້​ຊື່​ຂອງ​ພວກເຂົາ​ເປັນ​ຄຳສາບແຊ່ງ ດັ່ງ​ທີ່​ພວກເຂົາ​ຍັງ​ປະຕິບັດ​ກັນ​ຢູ່.


ເຮົາ​ຈະ​ໃຫ້​ສົງຄາມ, ການ​ຕາຍອຶດ​ຕາຍຫິວ, ແລະ​ການ​ເຈັບໄຂ້​ໄດ້ປ່ວຍ​ໄລ່​ຕາມ​ພວກເຂົາ​ໄປ ແລະ​ຊົນຊາດ​ທັງຫລາຍ​ໃນ​ໂລກ​ຈະ​ຕົກໃຈ​ຢ້ານກົວ​ໃນ​ສິ່ງ​ທີ່​ພວກເຂົາ​ເຫັນ. ໃນ​ທຸກໆ​ບ່ອນ​ທີ່​ເຮົາ​ໄດ້​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ ປະຊາຊົນ​ຈະ​ສະດຸ້ງ​ຕົກໃຈ​ທັງ​ຢ້ານກົວ​ຫຼາຍ ຕໍ່​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ພວກເຂົາ​ນັ້ນ. ປະຊາຊົນ​ຈະ​ຫົວ​ເຍາະເຍີ້ຍ​ພວກເຂົາ ແລະ​ໃຊ້​ຊື່​ຂອງ​ພວກເຂົາ​ເປັນ​ຄຳສາບແຊ່ງ.


ເມື່ອ​ປະຊາຊົນ​ນະຄອນ​ເຢຣູຊາເລັມ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ທີ່​ບາບີໂລນ ຢາກ​ຈະ​ສາບແຊ່ງ​ຜູ້ໜຶ່ງ​ຜູ້ໃດ; ພວກເຂົາ​ຈະ​ເວົ້າ​ວ່າ ຂໍ​ໃຫ້​ພຣະເຈົ້າຢາເວ​ເຮັດ​ກັບ​ເຈົ້າ ດັ່ງ​ທີ່​ພຣະອົງ​ໄດ້​ເຮັດ​ກັບ​ເຊເດກີຢາ​ແລະ​ອາຮາບ ທີ່​ກະສັດ​ແຫ່ງ​ບາບີໂລນ​ໄດ້​ປີ້ງ​ພວກເຂົາ​ທັງເປັນ.’


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, ‘ເຮົາ​ໂກດຮ້າຍ​ແລະ​ໂກດ​ເຄືອງ​ຊາວ​ນະຄອນ​ເຢຣູຊາເລັມ​ສັນໃດ ເຮົາ​ກໍ​ຈະ​ໂກດ​ເຄືອງ​ພວກເຈົ້າ​ສັນນັ້ນ ຖ້າ​ພວກເຈົ້າ​ໄປ​ປະເທດ​ເອຢິບ. ພວກເຈົ້າ​ຕ່າງ​ກໍ​ຈະ​ເປັນ​ເປົ້າ​ສາຍຕາ​ອັນ​ໜ້າກຽດ​ໜ້າກົວ; ປະຊາຊົນ​ຈະ​ເຍາະເຍີ້ຍ​ພວກເຈົ້າ ແລະ​ໃຊ້​ຊື່​ຂອງ​ພວກເຈົ້າ​ເປັນ​ຄຳສາບແຊ່ງ. ພວກເຈົ້າ​ຈະ​ບໍ່​ເຫັນ​ບ່ອນ​ນີ້​ອີກ​ຕໍ່ໄປ​ຈັກເທື່ອ.’


ທຸກ​ວັນ​ນີ້ ດິນແດນ​ຂອງ​ພວກເຈົ້າ​ເປັນ​ບ່ອນ​ຮົກຮ້າງ​ເພພັງ ແລະ​ບໍ່ມີ​ຜູ້ໃດ​ຢູ່​ອາໄສ​ໃນ​ທີ່ນັ້ນ. ສິ່ງ​ນັ້ນ​ເປັນ​ເປົ້າ​ສາຍຕາ​ອັນ​ໜ້າກຽດ​ໜ້າກົວ ແລະ​ປະຊາຊົນ​ໃຊ້​ຊື່​ນັ້ນ​ເປັນ​ຄຳສາບແຊ່ງ ຍ້ອນ​ພຣະເຈົ້າຢາເວ​ທົນ​ເບິ່ງ​ຄວາມຊົ່ວ ແລະ​ຄວາມ​ປະພຶດ​ອັນ​ຊົ່ວຊ້າ​ຂອງ​ພວກເຈົ້າ​ບໍ່ໄດ້​ອີກ​ຕໍ່ໄປ.


ຄົນ​ຜ່ານ​ນະຄອນ​ໄປ ຕ່າງ​ກໍ​ເບິ່ງ​ເຈົ້າ​ຢ່າງ​ຫຍໍ້ຫຍັນ ພວກເຂົາ​ເບະ​ສົບ​ຫົວຂວັນ​ທີ່​ນະຄອນ​ເພພັງ​ຮົກຮ້າງ. ພວກເຂົາ​ກ່າວ​ວ່າ, “ນີ້​ບໍ່​ທີ່​ວ່າ​ເປັນ​ເມືອງ​ທີ່​ສວຍງາມ? ນະຄອນ​ທະນົງໃຈ​ທົ່ວ​ທັງໂລກ?”


ສັດຕູ​ດູຖູກ​ເຈົ້າ ແລະ​ຈ້ອງຕາ​ເບິ່ງ​ຢ່າງ​ກຽດຊັງ ພວກເຂົາ​ເບະ​ສົບ​ເວົ້າ​ຫຍໍ້ຫຍັນ​ໃສ່​ເຈົ້າ​ດັ່ງນີ້: “ພວກເຮົາ​ໄດ້​ທຳລາຍ​ມັນ​ລົງ​ແລ້ວ​ເດ ນີ້​ຄື​ວັນ​ທີ່​ພວກເຮົາ​ລໍຄອຍ​ຢາກ​ເຫັນ​ແຕ່​ດົນ​ແລ້ວ.”


ຊາວ​ອິດສະຣາເອນ​ທັງໝົດ​ໄດ້​ເຮັດ​ຜິດ​ຕໍ່​ກົດລະບຽບ​ຕ່າງໆ​ຂອງ​ພຣະອົງ ແລະ​ບໍ່​ຍອມ​ຟັງ​ສິ່ງ​ທີ່​ພຣະອົງ​ໄດ້​ບອກ. ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະອົງ; ເພາະສະນັ້ນ ພວກ​ຂ້ານ້ອຍ​ຈຶ່ງ​ຖືກ​ນຳ​ມາ​ສູ່​ການ​ສາບແຊ່ງ ຕາມ​ທີ່​ໄດ້​ມີ​ຂຽນ​ໄວ້​ໃນ​ກົດບັນຍັດ​ຂອງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ.


ແລ້ວ​ເທວະດາ​ຕົນ​ນັ້ນ​ກໍໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ໃນ​ໜັງສື​ມ້ວນ​ນັ້ນ​ມີ​ຄຳສາບແຊ່ງ​ຖືກ​ຂຽນ​ໄວ້ ທີ່​ຈະ​ອອກ​ໄປ​ເຖິງ​ທົ່ວ​ທັງ​ດິນແດນ. ທີ່​ສົ້ນ​ໜຶ່ງ​ຂອງ​ໜັງສື​ນັ້ນ​ກ່າວ​ວ່າ ຄົນ​ຂີ້ລັກ​ທຸກໆຄົນ​ຈະ​ຖືກ​ກວາດອອກ​ໄປ​ຈາກ​ດິນແດນ ແລະ​ທີ່​ສົ້ນ​ໜຶ່ງ​ອີກ​ກ່າວ​ວ່າ ທຸກໆຄົນ​ທີ່​ເວົ້າຕົວະ​ພາຍໃຕ້​ຄຳ​ສາບານ ຈະ​ຖືກ​ກວາດລ້າງ​ອອກ​ໄປ​ຈາກ​ດິນແດນ​ເຊັ່ນກັນ.


ລາວ​ຈະ​ນຳ​ພໍ່​ກັບ​ລູກ​ມາ​ພົບ​ກັນ​ອີກ; ບໍ່​ດັ່ງນັ້ນ ເຮົາ​ຈະ​ມາ ແລະ​ທຳລາຍ​ປະເທດ​ຂອງ​ພວກເຈົ້າ.”


ຫລັງຈາກ​ທີ່​ພວກ​ອິດສະຣາເອນ​ຢຶດຄອງ​ດິນແດນ​ໄດ້​ແລ້ວ ພວກເຂົາ​ໄດ້​ມາ​ເຕົ້າໂຮມ​ກັນ​ທີ່​ເມືອງ​ຊີໂລ ແລະ​ຕັ້ງ​ຫໍເຕັນ​ບ່ອນ​ຊຸມນຸມ​ໃນທີ່ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka