ເຢເຣມີຢາ 26:5 - ພຣະຄຳພີສັກສິ5 ແລະໂດຍເອົາໃຈໃສ່ຕໍ່ຖ້ອຍຄຳທັງຫລາຍຂອງຜູ້ທຳນວາຍ ຄືຜູ້ຮັບໃຊ້ຂອງເຮົາທີ່ເຮົາໄດ້ສືບຕໍ່ສົ່ງມາຫາພວກເຈົ້າ. ພວກເຈົ້າບໍ່ເຄີຍເຊື່ອຟັງສິ່ງທີ່ພວກເຂົາໄດ້ກ່າວ. Uka jalj uñjjattʼäta |
ເຮົາໄດ້ສືບຕໍ່ສົ່ງຜູ້ທຳນວາຍທຸກຄົນ ຜູ້ຮັບໃຊ້ຂອງເຮົາມາຫາພວກເຈົ້າ ແລະບອກພວກເຈົ້າໃຫ້ຫັນໜີຈາກວິທີດຳເນີນຊີວິດອັນຊົ່ວຊ້າ ແລະມາເຮັດໃນສິ່ງທີ່ຖືກຕ້ອງ. ພວກເຂົາໄດ້ເຕືອນພວກເຈົ້າບໍ່ໃຫ້ຂາບໄຫວ້ ແລະຮັບໃຊ້ບັນດາພະອື່ນ ເພື່ອພວກເຈົ້າຈະໄດ້ອາໄສຢູ່ໃນດິນແດນ ທີ່ເຮົາໄດ້ມອບໃຫ້ພວກເຈົ້າ ແລະບັນພະບຸລຸດຂອງພວກເຈົ້ານັ້ນ. ແຕ່ພວກເຈົ້າບໍ່ຟັງເຮົາກ່າວຫລືເອົາໃຈໃສ່ຕໍ່ເຮົາ.
ສະນັ້ນ ບັດນີ້ພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນຈຶ່ງກ່າວວ່າ, ‘ເຮົາຈະນຳເອົາການທຳລາຍທັງໝົດ ທີ່ເຮົາໄດ້ສັນຍາໄວ້ນັ້ນ ມາສູ່ປະຊາຊົນຢູດາຍ ແລະຊາວນະຄອນເຢຣູຊາເລັມ. ເຮົາຈະເຮັດເຊັ່ນນີ້ເພາະພວກເຈົ້າບໍ່ໄດ້ເຊື່ອຟັງ ເມື່ອເຮົາໄດ້ກ່າວແກ່ພວກເຈົ້າ ແລະພວກເຈົ້າບໍ່ໄດ້ຂານຕອບເມື່ອເຮົາໄດ້ເອີ້ນຫາພວກເຈົ້າ.”’
ແຕ່ໂດຍຜ່ານທາງພວກຜູ້ທຳນວາຍຄືຄົນຮັບໃຊ້ຂອງເຮົາ ເຮົາໄດ້ມອບຖ້ອຍຄຳແລະຄຳຕັກເຕືອນຕ່າງໆ ໃຫ້ປູ່ຍ່າຕາຍາຍຂອງພວກເຈົ້າ; ແຕ່ພວກເຂົາບໍ່ໄດ້ເອົາໃຈໃສ່ ຈຶ່ງໄດ້ຮັບໂທດກຳ ແລ້ວພວກເຂົາກໍໄດ້ກັບໃຈໃໝ່ແລະກ່າວວ່າ, ‘ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ລົງໂທດພວກເຮົາ ສົມກັບທີ່ພວກເຮົາສົມຄວນໄດ້ຮັບ ຕາມທີ່ພຣະອົງໄດ້ຕັດສິນໃຈເຮັດເຊັ່ນນັ້ນ.”’
ຝ່າຍບັນດານາໆຊາດກໍມີຄວາມເຄືອງແຄ້ນ ເພາະເວລາທີ່ຊົງໂກດຮ້າຍໄດ້ມາເຖິງ ຄືຄົນທີ່ຕາຍແລ້ວຈະຖືກພິພາກສາລົງໂທດ. ແລະເຖິງເວລາທີ່ຈະຊົງປະທານລາງວັນ ແກ່ພວກຜູ້ຮັບໃຊ້ຂອງພຣະອົງ ພວກຜູ້ປະກາດພຣະທຳ ແລະໄພ່ພົນຂອງພຣະອົງທຸກຄົນ ຄືທຸກຄົນທີ່ມີຄວາມຢຳເກງພຣະນາມຂອງພຣະອົງ ທັງຜູ້ນ້ອຍແລະຜູ້ໃຫຍ່. ແລະເຖິງເວລາແລ້ວ ທີ່ພຣະອົງຈະຊົງທຳລາຍ ພວກທີ່ໄດ້ທຳລາຍແຜ່ນດິນໂລກ.”