Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 26:4 - ພຣະຄຳພີສັກສິ

4 ພຣະເຈົ້າຢາເວ​ໄດ້​ບອກ​ຂ້າພະເຈົ້າ​ໃຫ້​ກ່າວ​ຕໍ່​ປະຊາຊົນ​ວ່າ, “ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້: ພວກເຈົ້າ​ຕ້ອງ​ເຊື່ອຟັງ​ເຮົາ ໂດຍ​ເຮັດ​ຕາມ​ຄຳສັ່ງສອນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ​ນັ້ນ

Uka jalj uñjjattʼäta Copia luraña




ເຢເຣມີຢາ 26:4
22 Jak'a apnaqawi uñst'ayäwi  

ຖ້າ​ເຈົ້າ​ຫລື​ເຊື້ອສາຍ​ຂອງ​ເຈົ້າ​ເຊົາ​ຕິດຕາມ​ເຮົາ ແລະ​ບໍ່​ເຊື່ອຟັງ​ບັນດາ​ກົດບັນຍັດ ແລະ​ຂໍ້ຄຳສັ່ງ​ຂອງເຮົາ​ທີ່​ໄດ້​ໃຫ້​ແກ່​ພວກເຈົ້າ, ແຕ່​ໄປ​ຮັບໃຊ້​ແລະ​ຂາບໄຫວ້​ບັນດາ​ພະອື່ນ;


ແຕ່​ຖ້າ​ພວກເຈົ້າ​ປະຕິເສດ​ແລະ​ກະບົດ ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ. ເພາະວ່າ​ປາກ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວໄວ້.”


ແຕ່​ພວກເຈົ້າ​ຕ້ອງ​ເຊື່ອຟັງ​ເຮົາ​ແລະ​ຢຶດຖື​ວັນ​ຊະບາໂຕ​ເປັນ​ວັນ​ສັກສິດ. ແລະ​ບໍ່​ຕ້ອງ​ແບກຫາມ​ສິ່ງໃດໆ ຜ່ານ​ປະຕູ​ຕ່າງໆ​ຂອງ​ນະຄອນ​ເຢຣູຊາເລັມ​ໃນ​ວັນ​ນັ້ນ; ເພາະ​ຖ້າ​ພວກເຈົ້າ​ຂືນ​ເຮັດ ເຮົາ​ຈະ​ຈູດ​ປະຕູ​ຂອງ​ນະຄອນ​ເຢຣູຊາເລັມ​ຖິ້ມ. ໄຟ​ຈະ​ໄໝ້​ເຜົາຜານ​ວັງ​ຕ່າງໆ​ໃນ​ນະຄອນ​ເຢຣູຊາເລັມ ແລະ​ຈະ​ບໍ່ມີ​ຜູ້ໃດ​ມອດ​ໄດ້.”


ແຕ່​ຖ້າ​ພວກເຈົ້າ​ບໍ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງເຮົາ ແລ້ວ​ເຮົາ​ກໍ​ສາບານ​ຕໍ່​ພວກເຈົ້າ​ວ່າ ວັງ​ນີ້​ຈະ​ລົ້ມ​ທະລາຍ​ເພພັງ​ລົງ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ແຕ່​ພໍ​ພວກເຂົາ​ໄດ້​ເຂົ້າ​ຄອບຄອງ​ດິນແດນ​ນີ້​ແລ້ວ ກໍ​ບໍ່ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ຫລື​ດຳເນີນ​ຊີວິດ​ຕາມ​ຄຳສັ່ງສອນ​ຂອງ​ພຣະອົງ; ພວກເຂົາ​ບໍ່ໄດ້​ເຮັດ​ຕາມ​ສິ່ງ​ທີ່​ພຣະອົງ​ໄດ້​ສັ່ງ​ໃຫ້​ເຮັດ. ສະນັ້ນ ພຣະອົງ​ຈຶ່ງ​ໄດ້​ນຳ​ໄພພິບັດ​ນີ້​ມາ​ສູ່​ພວກເຂົາ.


ແຕ່​ມາ​ເຖິງ​ວັນ​ນີ້ ພວກເຈົ້າ​ກໍ​ບໍ່​ຍອມ​ຖ່ອມຕົວ​ລົງ​ເລີຍ. ພວກເຈົ້າ​ບໍ່ໄດ້​ໃຫ້ກຽດ​ເຮົາ ຫລື​ດຳເນີນ​ຊີວິດ​ຕາມ​ກົດບັນຍັດ​ຕ່າງໆ ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ ແລະ​ບັນພະບຸລຸດ​ຂອງ​ພວກເຈົ້າ​ນັ້ນ.


ໄພພິບັດ​ທີ່​ຕົກ​ມາ​ຖືກ​ພວກເຈົ້າ​ໃນ​ເວລາ​ນີ້ ກໍ​ຍ້ອນ​ພວກເຈົ້າ​ໄດ້​ຖວາຍບູຊາ​ແກ່​ບັນດາ​ພະອື່ນ ແລະ​ທັງ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ​ດ້ວຍ ໂດຍ​ບໍ່ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ທັງໝົດ​ຂອງ​ພຣະອົງ.”


ສະນັ້ນ ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ເມືອງ​ຊີໂລ​ນັ້ນ ເຮົາ​ກໍ​ຈະ​ເຮັດ​ຕໍ່​ພຣະວິຫານ​ຂອງເຮົາ​ເຊັ່ນກັນ ຄື​ບ່ອນ​ທີ່​ພວກເຈົ້າ​ໄວ້ວາງໃຈ​ນັ້ນ. ໃນ​ບ່ອນ​ນີ້​ເອງ​ທີ່​ເຮົາ​ໄດ້​ຍົກ​ໃຫ້​ບັນພະບຸລຸດ​ຂອງ​ພວກເຈົ້າ​ແລະ​ພວກເຈົ້າ; ແຕ່​ເຮົາ​ຈະ​ເຮັດ​ເໝືອນກັນ​ກັບ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ເມືອງ​ຊີໂລ.


ຈົ່ງ​ໃຫ້​ແນ່ໃຈ​ວ່າ​ພວກເຈົ້າ​ເຊື່ອຟັງ​ກົດບັນຍັດ​ທຸກ​ຂໍ້ ທີ່​ຂ້າພະເຈົ້າ​ກຳລັງ​ມອບ​ໃຫ້​ພວກເຈົ້າ​ໃນວັນນີ້.”


ເຮົາ​ຈະ​ນຳ​ພວກເຂົາ​ເຂົ້າ​ໄປ​ສູ່​ດິນແດນ​ນີ້​ທີ່​ອຸດົມສົມບູນ​ແລະ​ຮັ່ງມີ ຕາມ​ທີ່​ເຮົາ​ໄດ້​ສັນຍາ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ. ໃນ​ທີ່ນັ້ນ ພວກເຂົາ​ຈະ​ມີ​ອາຫານ​ການກິນ​ຕາມ​ຄວາມ​ຕ້ອງການ ແລະ​ພວກເຂົາ​ຈະ​ມີ​ຊີວິດ​ຢູ່​ຢ່າງ​ສະໜຸກ​ສຸກ​ສະບາຍ, ແຕ່​ພວກເຂົາ​ຈະ​ຫັນ​ໜີໄປ​ຂາບໄຫວ້​ບັນດາ​ພະອື່ນ. ພວກເຂົາ​ຈະ​ປະຖິ້ມ​ເຮົາ​ແລະ​ລະເມີດ​ພັນທະສັນຍາ​ຂອງເຮົາ


ໂມເຊ​ໄດ້​ມອບ​ກົດບັນຍັດ​ຂອງ​ພຣະເຈົ້າ​ກັບ​ຄຳສັ່ງສອນ​ຂອງ​ພຣະອົງ ໃຫ້​ແກ່​ປະຊາຊົນ​ອິດສະຣາເອນ.


ບໍ່ມີ​ຊົນຊາດ​ອື່ນ​ໃດ ເຖິງ​ວ່າ​ຍິ່ງໃຫຍ່​ພຽງໃດ​ກໍຕາມ​ທີ່​ມີ​ກົດບັນຍັດ​ອັນ​ຍຸດຕິທຳ ເໝືອນ​ດັ່ງ​ທີ່​ຂ້າພະເຈົ້າ​ໄດ້​ສັ່ງສອນ​ພວກເຈົ້າ​ໃນວັນນີ້.


ເພື່ອ​ວ່າ​ໂດຍ​ສອງ​ປະການ​ທີ່​ປ່ຽນແປງ​ບໍ່ໄດ້ (ເພາະ​ພຣະເຈົ້າ​ຈະ​ກ່າວ​ຄຳ​ຕົວະ​ບໍ່ໄດ້) ເຮົາ ຜູ້​ທີ່​ໄດ້​ໜີ​ໄພ​ຮ້ອນ​ໄປ​ເພີ່ງ​ເຢັນ ຈຶ່ງ​ໄດ້​ຮັບ​ຄວາມ​ຊູໃຈ​ອັນ​ແຮງກ້າ ໃນ​ການ​ທີ່​ຈະ​ຢຶດຖື​ຄວາມຫວັງ ຊຶ່ງ​ມີ​ຢູ່​ຕໍ່ໜ້າ​ເຮົາ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka