Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 26:3 - ພຣະຄຳພີສັກສິ

3 ບາງທີ​ປະຊາຊົນ​ຈະ​ຟັງ ແລະ​ຍອມເລີກ​ເຮັດ​ໃນ​ທາງຊົ່ວ​ກໍໄດ້. ຖ້າ​ພວກເຂົາ​ເລີກ​ເຮັດ ເຮົາ​ກໍ​ຈະ​ປ່ຽນ​ຄວາມ​ຕັ້ງໃຈ​ກ່ຽວກັບ​ແຜນການ ທີ່​ຈະ​ນຳ​ການທຳລາຍ​ມາ​ສູ່​ພວກເຂົາ ຍ້ອນ​ການ​ເຮັດຊົ່ວ​ທັງໝົດ​ຂອງ​ພວກເຂົາ​ນັ້ນ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 26:3
15 Jak'a apnaqawi uñst'ayäwi  

ເມື່ອ​ເອລີຢາ​ເວົ້າ​ຈົບ ກະສັດ​ອາຮາບ​ກໍ​ຈີກ​ເສື້ອ​ຂອງຕົນ​ແກ້​ອອກ ແລະ​ນຸ່ງ​ຜ້າ​ກະສອບ​ເຂົ້າ. ເພິ່ນ​ບໍ່​ຍອມ​ກິນ​ຫຍັງ ແລະ​ນອນ​ຢູ່​ແຕ່​ໃນ​ຜ້າ​ກະສອບ​ເຂົ້າ​ທັງ​ໂສກເສົ້າ ແລະ​ເປັນທຸກໃຈ.


“ເຈົ້າ​ເຫັນ​ແລ້ວ​ບໍ່​ແມ່ນ​ບໍ​ວ່າ ອາຮາບ​ໄດ້​ຖ່ອມຕົວ​ຕໍ່ໜ້າ​ເຮົາ​ຢ່າງໃດ? ຍ້ອນ​ລາວ​ໄດ້​ຖ່ອມຕົວ​ຢ່າງນີ້ ເຮົາ​ຈະ​ບໍ່​ນຳ​ເອົາ​ຄວາມພິນາດ​ມາ​ສູ່​ລາວ ໃນ​ຕະຫລອດ​ຊົ່ວຊີວິດ​ຂອງ​ລາວ; ແຕ່​ເຮົາ​ຈະ​ນຳ​ເອົາ​ຄວາມພິນາດ​ມາ​ສູ່​ຄອບຄົວ​ຂອງ​ອາຮາບ​ໃນ​ສະໄໝ​ລູກຊາຍ​ຂອງ​ລາວ.”


ແຕ່​ບັດນີ້ ພວກທ່ານ​ຕ້ອງ​ປ່ຽນທາງ​ດຳເນີນ​ຊີວິດ ແລະ​ຄວາມ​ປະພຶດ ແລະ​ຕ້ອງ​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກທ່ານ. ຖ້າ​ພວກທ່ານ​ຍອມ​ເຊື່ອຟັງ ພຣະເຈົ້າຢາເວ​ຈະ​ປ່ຽນ​ຄວາມ​ຕັ້ງໃຈ​ກ່ຽວກັບ​ການທຳລາຍ ຊຶ່ງ​ພຣະອົງ​ໄດ້​ກ່າວ​ວ່າ​ຈະ​ນຳ​ມາ​ສູ່​ພວກທ່ານ.


ກະສັດ​ເຮເຊກີຢາ​ແລະ​ປະຊາຊົນ​ຢູດາ​ບໍ່ໄດ້​ປະຫານ​ຊີວິດ​ມີກາ. ແຕ່​ເຈົ້າ​ເຮເຊກີຢາ​ກັບ​ໄດ້​ຢຳເກງ​ພຣະເຈົ້າຢາເວ ແລະ​ໄດ້​ພະຍາຍາມ​ປະພຶດ​ຕົນ​ໃຫ້​ພຣະອົງ​ພໍໃຈ. ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ປ່ຽນ​ຄວາມ​ຕັ້ງໃຈ​ໂດຍ​ບໍ່ໄດ້​ນຳ​ໄພພິບັດ ທີ່​ພຣະອົງ​ໄດ້​ກ່າວ​ໄວ້​ນັ້ນ​ມາ​ສູ່​ພວກເຂົາ​ແຕ່​ຢ່າງໃດ. ແຕ່​ບັດນີ້ ພວກເຮົາ​ກຳລັງ​ນຳ​ໄພພິບັດ​ອັນ​ໜ້າຢ້ານກົວ​ມາ​ສູ່​ພວກເຮົາ​ເອງ.” (


ບາງທີ ເມື່ອ​ປະຊາຊົນ​ຢູດາ​ໄດ້ຍິນ​ເລື່ອງ​ການທຳລາຍ ທີ່​ເຮົາ​ຕັ້ງໃຈ​ຈະ​ນຳ​ມາ​ສູ່​ພວກເຂົາ​ນັ້ນ ພວກເຂົາ​ອາດ​ຈະ​ຫັນ​ຈາກ​ທາງ​ຊົ່ວຮ້າຍ​ກໍໄດ້. ແລ້ວ​ເຮົາ​ກໍ​ຈະ​ຍົກໂທດ​ຄວາມ​ຊົ່ວຮ້າຍ ແລະ​ການບາບ​ທີ່​ພວກເຂົາ​ໄດ້​ເຮັດ.”


ບາງທີ​ພວກເຂົາ​ຈະ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ແລະ​ຫັນໜີ​ຈາກ​ທາງຊົ່ວ​ກໍໄດ້ ເພາະ​ພຣະເຈົ້າຢາເວ​ໄດ້​ນາບຂູ່​ປະຊາຊົນ​ເຫຼົ່ານີ້ ດ້ວຍ​ຄວາມ​ໂກດຮ້າຍ​ແລະ​ໂມໂຫ​ຢ່າງ​ຮຸນແຮງ.”


“ມະນຸດ​ເອີຍ ບັດນີ້ ຈົ່ງ​ຈັດແຈ່ງ​ຫໍ່​ເອົາ​ເຂົ້າຂອງ​ເໝືອນ​ອົບພະຍົບ​ຄົນ​ໜຶ່ງ ແລະ​ເລີ່ມ​ອອກ​ເດີນທາງ​ກ່ອນ​ຕາເວັນ​ຕົກ​ດິນ. ຈົ່ງ​ໃຫ້​ທຸກຄົນ​ເຫັນ​ເຈົ້າ​ໜີໄປ​ບ່ອນ​ອື່ນ. ບາງທີ​ຄົນ​ກະບົດ​ເຫຼົ່ານັ້ນ​ຈະ​ສັງເກດ​ເຫັນ​ເຈົ້າ​ກໍໄດ້.


ຖ້າ​ຄົນຊົ່ວ​ຜູ້ໜຶ່ງ​ເຊົາ​ເຮັດ​ບາບ ແລະ​ຖ້າ​ລາວ​ຢຶດຖື​ບັນດາ​ກົດບັນຍັດ​ຂອງເຮົາ ຄື​ເຮັດ​ໃນ​ສິ່ງ​ທີ່​ດີ ແລະ​ຖືກຕ້ອງ ລາວ​ກໍ​ຈະ​ບໍ່​ຕາຍ; ແຕ່​ລາວ​ຈະ​ມີ​ຊີວິດ​ຢູ່​ຢ່າງ​ແນ່ນອນ.


ເຮົາ​ຈະ​ບໍ່​ລົງໂທດ​ເຈົ້າ​ຢ່າງ​ຄຽດແຄ້ນ​ໜັກ​ດອກ ເຮົາ​ຈະ​ບໍ່​ທຳລາຍ​ເອຟຣາອິມ​ຕໍ່ໄປ​ອີກ. ເພາະ​ເຮົາ​ເປັນ​ພຣະເຈົ້າ​ແລະ​ບໍ່ແມ່ນ​ມະນຸດ ເຮົາ​ຜູ້​ບໍຣິສຸດ​ຢູ່​ນຳ​ເຈົ້າ​ຈະ​ມາ​ຫາ​ແລະ​ອີດູ​ເຈົ້າ.


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ​ອາດ​ປ່ຽນໃຈ ແລະ​ອວຍພອນ​ໃຫ້​ມີ​ພືດຜົນ​ຢ່າງ​ສົມບູນ​ກໍໄດ້. ແລ້ວ​ເຈົ້າ​ກໍ​ຈະ​ໄດ້​ຖວາຍບູຊາ​ແກ່​ພຣະອົງ ຄື​ຖວາຍ​ເຂົ້າ​ແລະ​ເຫຼົ້າ​ອະງຸ່ນ​ດ້ວຍ.


ດັ່ງນັ້ນ ເພິ່ນ​ຈຶ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ໄດ້​ເວົ້າ​ກັບ​ພຣະອົງ​ແລ້ວ ກ່ອນ​ຈາກ​ເຮືອນ​ມາ​ບໍ່ແມ່ນ​ຫລື​ວ່າ ພຣະອົງ​ຈະ​ຕ້ອງ​ກະທຳ​ເຊັ່ນນີ້? ສະນັ້ນ ຂ້ານ້ອຍ​ຈຶ່ງ​ພະຍາຍາມ​ສຸດຂີດ ທີ່​ຈະ​ໜີໄປ​ຕາກຊິດ ເພາະ​ຂ້ານ້ອຍ​ຮູ້​ວ່າ ພຣະອົງ​ເປັນ​ພຣະເຈົ້າ​ທີ່​ມີ​ຄວາມຮັກ​ແລະ​ມີ​ຄວາມ​ເມດຕາ ອົດທົນ​ສະເໝີ, ໃຈດີ​ສະເໝີ, ພ້ອມ​ທີ່​ຈະ​ປ່ຽນໃຈ​ສະເໝີ​ແລະ​ບໍ່​ລົງໂທດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka