Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 26:23 - ພຣະຄຳພີສັກສິ

23 ພວກເຂົາ​ໄດ້​ນຳ​ລາວ​ກັບຄືນ​ມາ​ຫາ​ກະສັດ​ເຢໂຮຍອາກິມ ແລ້ວ​ເພິ່ນ​ກໍໄດ້​ປະຫານ​ຊີວິດ​ລາວ​ເສຍ ທັງ​ໄດ້​ໂຍນ​ຊາກສົບ​ຂອງ​ລາວ​ເຂົ້າ​ໄປ​ໃນ​ບ່ອນ​ຝັງສົບ​ຂອງ​ປະຊາຊົນ​ທົ່ວໄປ.)

Uka jalj uñjjattʼäta Copia luraña




ເຢເຣມີຢາ 26:23
13 Jak'a apnaqawi uñst'ayäwi  

ກະສັດ​ເຢໂຮຍອາກິມ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ຕາມ​ແບບຢ່າງ​ແຫ່ງ​ບັນພະບຸລຸດ​ຂອງ​ເພິ່ນ.


ເຮົາ​ໄດ້​ລົງໂທດ​ພວກເຈົ້າ​ແຕ່​ກໍ​ບໍ່​ໄດ້​ຜົນ​ເລີຍ; ພວກເຈົ້າ​ບໍ່​ຍອມ​ໃຫ້​ເຮົາ​ຕີສອນ. ເໝືອນ​ໂຕສິງ​ທີ່​ຮ້າຍກາດ ພວກເຈົ້າ​ໄດ້​ຂ້າ​ພວກ​ຜູ້ທຳນວາຍ​ຂອງ​ພວກ​ເຈົ້າເອງ.


“ແຕ່​ເຈົ້າ​ເຫັນ​ແຕ່​ຜົນປະໂຫຍດ​ສ່ວນຕົວ ເຈົ້າ​ກົດຂີ່​ຢ່າງ​ຮຸນແຮງ​ປະຊາຊົນ​ຂອງເຈົ້າ. ເຈົ້າ​ເຂັ່ນຂ້າ​ຄົນ​ທີ່​ບໍ່ມີ​ຄວາມຜິດ​ຫຍັງ.”


ພວກເຂົາ​ຈະ​ໃຫ້ກຽດ​ຝັງສົບ​ລາວ​ໄວ້​ດັ່ງ​ຝັງ​ໂຕ​ລາ ໂດຍ​ຈະ​ລາກ​ໂຍນ​ຖິ້ມ​ໄປ​ນອກ​ປະຕູ​ນະຄອນ​ພຸ້ນ.”


ແຕ່​ຈົ່ງ​ແນ່ໃຈ​ໃນ​ເລື່ອງ​ນີ້ ຄື​ຖ້າ​ພວກທ່ານ​ສັງຫານ​ຂ້າພະເຈົ້າ ພວກທ່ານ​ແລະ​ຊາວ​ເມືອງ​ນີ້​ກໍ​ຈະ​ມີ​ຄວາມຜິດ​ໃນ​ຖານ​ຂ້າ​ຄົນ​ບໍ່ມີ​ຄວາມຜິດ ເພາະ​ແມ່ນ​ພຣະເຈົ້າຢາເວ​ທີ່​ໄດ້​ໃຊ້​ຂ້າພະເຈົ້າ​ມາ​ເຕືອນ​ພວກທ່ານ​ໃນ​ເລື່ອງນີ້.”


ສະນັ້ນ ບັດນີ້ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ແກ່​ເຢໂຮຍອາກິມ​ວ່າ ເຈົ້າ​ຈະ​ບໍ່ມີ​ເຊື້ອສາຍ​ຄົນໃດ​ຂອງເຈົ້າ​ໄດ້​ປົກຄອງ​ຣາຊອານາຈັກ​ຂອງ​ດາວິດ​ຈັກເທື່ອ. ຊາກສົບ​ຂອງ​ເຈົ້າ​ຈະ​ຖືກ​ໂຍນ​ອອກ​ໄປ ແລະ​ປະ​ໃຫ້​ຕາກ​ແດດ​ຍາມ​ກາງເວັນ ແລະ​ຕາກ​ໝອກ​ຍາມ​ກາງຄືນ.


ມັນ​ໄດ້​ໃຊ້​ຊີວິດ​ຢູ່​ໃນ​ທ່າມກາງ​ຝູງ​ສິງໂຕ ແລະ​ໃຫຍ່ໂຕ​ຂຶ້ນ​ມາ​ເປັນ​ສິງໂຕ​ຮ້າຍກາດ. ມັນ​ໄດ້​ຮຽນ​ຮູ້ຈັກ​ຈີກ​ເນື້ອ​ກິນ​ຄືກັນ ຈຶ່ງ​ກາຍເປັນ​ສັດ​ກັດ​ກິນ​ມະນຸດ​ໂຕໜຶ່ງ


ຄື​ເພິ່ນ​ສັ່ງ​ໃຫ້​ຄົນ​ໄປ​ຕັດ​ເອົາ​ຫົວ​ໂຢຮັນ​ຢູ່​ໃນ​ຄຸກ.


ແມ່ນ​ພວກ​ຢູດາ​ນີ້​ແຫຼະ ທີ່​ໄດ້​ປະຫານ​ອົງ​ພຣະເຢຊູເຈົ້າ​ກັບ​ບັນດາ​ຜູ້​ປະກາດ​ພຣະທຳ ແລະ​ໄດ້​ຂົ່ມເຫັງ​ພວກເຮົາ​ດ້ວຍ. ພວກເຂົາ​ເຮັດ​ໃຫ້​ພຣະເຈົ້າ​ເສຍ​ພຣະໄທ​ຫລາຍ​ທີ່ສຸດ ແລະ​ພວກເຂົາ​ກໍ​ຕໍ່ສູ້​ກັບ​ທຸກໆ​ຄົນ​ຢ່າງ​ໂຫດຮ້າຍ


ບາງຄົນ​ຖືກ​ແກວ່ງ​ຫີນ​ໃສ່, ຖືກ​ເລື່ອຍ​ເປັນ​ທ່ອນ, ຖືກ​ຂ້າ​ດ້ວຍ​ຄົມ​ດາບ, ໄດ້​ຫົ່ມ​ໜັງ​ແກະ​ແລະ​ໜັງ​ແບ້​ທຽວ​ໄປມາ, ລຳບາກ​ຍາກຈົນ, ຖືກ​ຂົ່ມເຫັງ ແລະ​ທົນທຸກ​ເວດທະນາ​ຫລາຍ​ປະການ.


ເມື່ອ​ພະຍານ​ທັງສອງ ສິ້ນສຸດ​ການ​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ​ແລ້ວ ຈະ​ມີ​ສັດຮ້າຍ​ອອກ​ມາ​ຈາກ​ເຫວເລິກ ແລະ​ຈະ​ຕໍ່ສູ້​ພວກເພິ່ນ. ສັດຮ້າຍ​ນັ້ນ​ຈະ​ຊະນະ​ພວກເພິ່ນ ແລະ​ຂ້າ​ພວກເພິ່ນ​ເສຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka